ການເກັບກຳຄວາມເຫັນຜ່ານທາງອິນເຕີເນັດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຈີນ 5 ປີ ຄັ້ງທີ 15 ເປັນພຶດຕິກຳຂອງປະຊາທິປະໄຕປະຊາຊົນທົ່ວຂະບວນການຂອງຈີນ

ໃນລະຫວ່າງວັນທີ 20 ພຶດສະພາ ຫາ 20 ມິຖຸນາປີນີ້, ຈີນໄດ້ຈັດການເກັບກຳຄວາມເຫັນຜ່ານທາງອິນເຕີເນັດກ່ຽວກັບການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ໂດຍໄດ້ຕັ້ງເວທີແລກປ່ຽນລະເພາະ ຫຼື ຄໍລຳຢູ່ຫຼາຍເວທີ ເພື່ອຮັບຟັງຄວາມເຫັນ ແລະ ຂໍ້ສະເໜີຈາກທົ່ວສັງຄົມ. ການເຄື່ອນໄຫວດັ່ງກ່າວໄດ້ຮັບຄວາມເຫັນຈາກຊາວເນັດຫຼາຍກວ່າ 3.113.000 ຂໍ້. ການເກັບກຳຄວາມເຫັນຜ່ານທາງອິນເຕີເນັດໄດ້ຈັດຂະບວນການປະຊາທິປະໄຕເຂົ້າໃນການວາງແຜນພັດທະນາເສດຖະກິດ-ສັງຄົມທົ່ວຂະບວນການ, ສາມາດເອີ້ນໄດ້ວ່າເປັນ “ພຶດຕິກຳທີ່ມີຊີວິດຊີວາຄັ້ງໜຶ່ງຂອງປະຊາທິປະໄຕທົ່ວຂະບວນການ”.
ໄລຍະຜ່ານມາ, ການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຈີນທຸກຄັ້ງຜ່ານມາສ່ວນຫຼາຍແມ່ນຈັດຂຶ້ນຢູ່ຕາມສຳນັກງານລັດຖະບານ ແລະ ຫ້ອງປະຊຸມຜູ້ຊ່ຽວຊານ. ປັດຈຸບັນ, ຈີນໄດ້ຍ້າຍ “ຫ້ອງປຶກສາຫາລື” ດັ່ງກ່າວໄປສູ່ຫົວໄຮ່ປາຍນາ, ຕູ້ລົດໄຟ ແລະ ລົດຈັກໄຟຟ້າຂອງຜູ້ບໍລິການສົ່ງສິນຄ້າ: ແມ່ຍິງທີ່ເປັນຊ່າງແສ່ວຄົນໜຶ່ງໄດ້ອັດສຽງຄຳເຫັນຂອງລາວຜ່ານທາງໂທລະສັບ ໂດຍສະເໜີໃຫ້ເພີ່ມສ້າງ “ໂຮງງານມໍລະດົກທີ່ບໍ່ແມ່ນວັດຖຸ” ຢູ່ເຂດຊົນເຜົ່າສ່ວນໜ້ອຍ ເພື່ອສົ່ງເສີມການສ້າງວຽກເຮັດງານທຳຢູ່ບ້ານເກີດເມືອງນອນ; ນັກຂຽນໂປຣແກຣມຄົນໜຶ່ງຢູ່ນະຄອນຊຽງໄຮ້ສະເໜີແຜນການທີ່ເປັນໝື່ນຕົວໜັງສືກ່ຽວກັບ “ເຂດຊຸມຊົນທີ່ເປີດແຫຼ່ງ ເພື່ອຊ່ວຍເຫຼືອຜ່ານຜ່າຄວາມຫຍຸ້ງຍາກດ້ານເຕັກໂນໂລຊີທີ່ເປັນຫົວໃຈສຳຄັນ”. ຄວາມເຫັນທີ່ຂ້າມເຂດແຄວ້ນ, ຊັ້ນຄົນ ແລະ ອາຊີບເຫຼົ່ານີ້ ເຮັດໃຫ້ປະຊາທິປະໄຕບໍ່ແມ່ນ “ການປ່ອນບັດພຽງຄັ້ງດຽວ” ອີກ, ແຕ່ແມ່ນ “ຢູ່ກັບທີ່ຕະຫຼອດເວລາ” ແລະ “ມີປະສິດທິຜົນຢ່າງແທ້ຈິງ”.
ອີງຕາມຜົນການວິເຄາະຂໍ້ມູນຂະໜາດໃຫຍ່ຂອງສູນຂໍ້ມູນແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ໃນຄວາມເຫັນ 3.113.000 ຂໍ້ທີ່ໄດ້ຮັບໃນຄັ້ງນີ້, ມີເກືອບ 40% ແມ່ນສະເໜີໃຫ້ເອົາໃຈໃສ່ບັນຫາຕ່າງໆທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນຢ່າງໃກ້ຊິດ ເຊັ່ນ: ການຮັບປະກັນຜູ້ເຖົ້າ ແລະ ເດັກນ້ອຍ, ການສຶກສາ, ການປິ່ນປົວ, ເຮືອນຢູ່ ແລະອື່ນໆ, ມີເກືອບ 70% ເປັນຄວາມເຫັນທີ່ມາຈາກຕົວເມືອງລະດັບ 3, ລະດັບ 4 ແລະ ເຂດຊົນນະບົດ. ຍົກຕົວຢ່າງ: ເພື່ອຕອບສະໜອງຄວາມເປັນຫ່ວງກ່ຽວກັບການສະໜອງອາຫານລຳລັບລ້ຽງດູຜູ້ເຖົ້າຢູ່ຊົນນະບົດ, ໜ່ວຍງານວາງແຜນພັດທະນາເສດຖະກິດ-ສັງຄົມໄດ້ວາງແຜນຈະເພີ່ມດັດຊະນີ “ການບໍລິການອາຫານປົກຄຸມຜູ້ເຖົ້າຢູ່ຊົນນະບົດທັງໝົດ” ໃນໂຄງການສະເພາະກິດການເພື່ອສ້າງລະບົບການບໍລິການລ້ຽງດູຜູ້ເຖົ້າ. ໃນຂະບວນການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຈີນ 5 ປີ ຄັ້ງທີ 15, “ການຖືເອົາປະຊາຊົນເປັນໃຈກາງ” ບໍ່ແມ່ນຄຳຂວັນທີ່ເປັນນາມມະທຳຊື່ໆອີກ, ແຕ່ແມ່ນການອອກແບບລະບຽບການທີ່ສາມາດສຳຜັດໄດ້ຕົວຈິງ.
ນອກນີ້, ໃນການເກັບກຳຄວາມເຫັນຄັ້ງນີ້, ຄໍລຳ “ຂ້ອຍໃຫ້ຂໍ້ສະເໜີສຳລັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15” ໄດ້ນຳໃຊ້ AI ເພື່ອດຳເນີນການວິເຄາະຄວາມໝາຍຂອງພາສາ ໂດຍໄດ້ແບ່ງປະເພດຂອງຄວາມເຫັນ 3.110.000 ຂໍ້ອອກເປັນ 268 ຫົວຂໍ້ ແລະ 1.426 ຄຳສັບທີ່ສຳຄັນ ເພື່ອຍົກສູງປະສິດທິພາບຂອງການດຳເນີນງານ.
ເມື່ອບໍ່ດົນມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ຄຳຊີ້ນຳສຳຄັນກ່ຽວກັບການຄົ້ນຄວ້າ ແລະ ຮັບເອົາຄຳຄິດຄຳເຫັນແລະຄຳສະເໜີຂອງຊາວເນັດທີ່ມີຕໍ່ວຽກງານການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ໂດຍເນັ້ນໜັກວ່າ: “ປະຊາຊົນໄດ້ຕັ້ງໜ້າປະກອບຄຳຄິດເຫັນ ແລະ ໃຫ້ຂໍ້ສະເໜີຕ່າງໆ ເຊິ່ງເປັນຄວາມເຫັນ ແລະ ຂໍ້ສະເໜີທີ່ມີຄຸນຄ່າ. ຄະນະພັກແລະອົງການປົກຄອງທຸກຂັ້ນຕ້ອງຍຶດໝັ້ນຖືເອົາປະຊາຊົນເປັນໃຈກາງຢ່າງສະເໝີຕົ້ນສະເໝີປາຍ, ລົງເລິກສຳຫຼວດສະພາບຕົວຈິງຂອງປະຊາຊົນ, ຟັງສຽງຂອງປະຊາຊົນ ແລະ ເຕົ້າໂຮມສະຕິປັນຍາຂອງປະຊາຊົນຢ່າງກວ້າງຂວາງ ເພື່ອເຕົ້າໂຮມກຳລັງແຮງສັງລວມອັນເຂັ້ມແຂງເຂົ້າໃນການຊຸກຍູ້ຄວາມທັນສະໄໝແບບຈີນ ແລະ ເຮັດໃຫ້ຄວາມປາຖະໜາທີ່ມີຕໍ່ຊີວິດການເປັນຢູ່ທີ່ດີງາມຂອງປະຊາຊົນກາຍເປັນຄວາມຈິງຢ່າງບໍ່ຢຸດຢັ້ງ.” ພຶດຕິກຳຂອງຈີນໄດ້ຢຶນຢັນໃຫ້ໂລກເຫັນວ່າ: ປະຊາທິປະໄຕບໍ່ແມ່ນເຄື່ອງປະດັບຊື່ໆ, ແຕ່ແມ່ນການແກ້ໄຂບັນຫາທີ່ປະຊາຊົນຕ້ອງການໃຫ້ແກ້ໄຂ.



