ເປີດເວທີສົນທະນາສື່ມວນຊົນລາວ ກ້າວສູ່ດິຈິຕອນ

ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ຮ່ວມກັບສໍານັກຂ່າວ ABC ແລະ ສະຖານທູດອົສຕຣາລີ ປະຈໍາລາວ ຈັດຊຸດຝຶກອົບຮົມໃນຫົວຂໍ້: “ເວທີສົນທະນາການຫັນໄປສູ່ດິຈິຕອນ” ໃນວັນທີ 5 ສິງຫານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດໃນພິທີ ໂດຍ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ທ່ານ ນາງ ເມການ ຈອນ (Megan Jones) ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງປະເທດອົສຕຣາລີ ປະຈໍາ ສປປ ລາວ, ທ່ານ ແອຣອນ ແກນ (Mr Aaron Kearney) ຜູ້ອຳນວຍການ ABCID – ຜູ້ມີສ່ວນຮ່ວມ ແລະ ພັດທະນາໂຄງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສໍາມະນາກອນ.
ທ່ານ ວັນໄຊ ຕະວິນຍານ ກ່າວວ່າ: ປະເທດອົສຕຣາລີ ແລະ ລາວ ແມ່ນມີຄວາມສໍາພັນກັນຢ່າງເຂັ້ມແຂງ ແລະ ພັດທະນາຢ່າງຕໍ່ເນື່ອງ, ໂດຍມີການຮ່ວມມືແບບຄູ່ຮ່ວມງານທີ່ຄົບຖ້ວນ ແລະ ການຮ່ວມມືທີ່ເພີ່ມຂຶ້ນໃນຫຼາຍຂະແໜງການ. ຄູ່ຮ່ວມງານນີ້, ໄດ້ສ້າງຂຶ້ນ ດ້ວຍຄວາມໄວ້ວາງໃຈ ແລະ ຄວາມເຄົາລົບ, ປະກອບມີການຮ່ວມມືດ້ານການພັດທະນາເສດຖະກິດ, ຄວາມສະຫງົບ, ຄວາມໝັ້ນຄົງ, ແລະ ນະໂຍບາຍການຕ່າງປະເທດ, ໂດຍສຸມໃສ່ການພັດທະນາຊັບພະ ຍາກອນມະນຸດ.
ນອກນັ້ນ, ລັດຖະບານອົສຕຣາລີ ຍັງໄດ້ໃຫ້ຄຳໝັ້ນສັນຍາທີ່ຈະສືບຕໍ່ສະໜັບສະໜູນການພັດທະນາຊັບພະຍາກອນມະນຸດໃນລາວ, ໂດຍໃຫ້ທຶນການສຶກສາ, ຝຶກອົບຮົມໃນໄລຍະສັ້ນ ແລະ ໄລຍະຍາວ, ການຝຶກອົບຮົມໃນຄັ້ງນີ້ກໍມີຫຼາຍຫົວຂໍ້ມາເປັນບົດຮຽນໃຫ້ແກ່ນັກຂ່າວລາວເປັນຕົ້ນ: ການຫັນໄປສູ່ດິຈິຕອນ, ຄວາມຍືນຍົງຂອງສື່ມວນຊົນ, ການຜະລິດເນື້ອໃນດິຈິຕອນ ແລະ ການເຮັດຂ່າວຢູ່ໂທລະສັບມືຖື, ການຕ້ານຂ່າວປອມ, ການສ້າງຄວາມຮູ້ດ້ານປັນຍາປະດິດ ແລະ ການວິເຄາະສື່ສັງຄົມອອນລາຍ ແລະ ສື່ຊະນິດອື່ນໆ.
ຂ່າວ : ສຸລິວອນ ວສລ
ພາບ: ຍຸພິນທອງ





