ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມເຈລະຈາ ຮ່າງສັນຍາ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ, (ບໍ່ເຕັນ-ບໍ່ຫານ)

Aug 6, 2025

ກອງປະຊຸມເຈລະຈາ ຮ່າງສັນຍາ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ, (ບໍ່ເຕັນ-ບໍ່ຫານ)
ໃນລະຫວ່າງ ວັນທີ 31 ກໍລະກົດ – 02 ສິງຫາ 2025, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ຈັດກອງປະ ຊຸມເຈລະຈາ ຮ່າງສັນຍາ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ດ່ານສາກົນທາງລົດ ໄຟ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸສິນ ຂັດຕິຍະລາດ, ຫົວໜ້າຫ້ອງການ ຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເປັນຫົວໜ້າຄະນະ ພ້ອມດ້ວຍຜູ້ ຕາງໜ້າຈາກບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ແລະ ທ່ານ ຈ້າວ ລີ້ຈ່ຽນ, ຮອງຫົວ ໜ້າກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ເປັນຫົວໜ້າຄະນະ ພ້ອມດ້ວຍ ຜູ້ຕາງໜ້າຈາກບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ.
ໂດຍເຫັນຄວາມສໍາຄັນຂອງລົດໄຟ ລາວ-ຈີນ ໃນການເສີມຂະຫຍາຍຄູ່ຮ່ວມຊາຕາກໍາສອງຊາດ ລາວ-ຈີນ, ຍົກ ລະດັບການເຊື່ອມໂຍງ-ເຊື່ອມຈອດພື້ນຖານໂຄງລ່າງ ແລະ ການອໍານວຍຄວາມສະດວກໃນການຜ່ານດ່ານຂອງຜູ້ໂດຍ ສານຢູຸ່ຄູ່ດ່ານສາກົນທາງລົດໄຟ ລາວ-ຈີນ, ສົົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ການໄປ-ມາຫາສູ່ກັນຂອງ ປະຊາຊົນທັງສອງຊາດ. ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ໃນການຈັດຕັັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັັ້ງດຽວ” ສະເພາະຂົນສົົ່ງຜູ້ໂດຍສານຢູຸ່ຄູ່ດ່ານສາກົນທາງລົດໄຟ ລາວ-ຈີນ, ໂດຍອີງໃສ່ສົນ ທິສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ວ່າດ້ວຍ ດ່ານຊາຍແດນ ແລະ ລະບຽບການຄຸ້ມຄອງດ່ານຊາຍແດນ ສະບັບລົງວັນທີ 23 ສິງຫາ 2011 ແລະ ວ່າດ້ວຍ ການຂົນສົົ່ງທາງລົດໄຟຂ້າມຊາຍແດນ ສະບັບລົງວັນທີ 30 ພະຈິກ 2021. ທັງສອງຝ່າຍ ຈຶ່ງໄດ້ສ້າງ ສັນຍາສະບັບດັ່ງກ່າວຂຶ້ນ ໂດຍໄດ້ມີການປຶກສາຫາລືແລກປ່ຽຄວາມຄິດເຫັນນຳກັນ ກ່ຽວກັບເນື້ອໃນຂອງສັນຍາສະບັບ ນີ້, ຊຶ່ງຜ່ານມາຄະນະວິຊາການທັງສອງຝ່າຍກໍ່ໄດ້ຈັດກອງປະຊຸມເຈລະຈາກັນຄັ້ງທີ 1 ມາແລ້ວ ໃນວັນທີ 3-4 ມິຖຸນາ 2025 ທີ່ນະຄອນຊຽງຮຸ່ງ, ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ, ສປ ຈີນ. ສໍາລັບຄັ້ງນີ້ເປັນຄັ້ງທີ 2, ຊຶ່ງທັງສອງ ຝ່າຍໄດ້ເອກະພາບບັນດາເນື້ອໃນຂອງສັນຍາ ແລະ ໄດ້ເຊັນຫຍໍ້ຮ່ວມກັນໃສ່ສັນຍາດັ່ງກ່າວ ເພື່ອ ກຽມໃຫ້ແກ່ການນໍາ ຂັ້ນສູງຂອງສອງປະເທດລົງນາມໃນໂອກາດພົບປະຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ໃນໄລເວລາອັນໃກ້ ນີ້.
ພາຍຫຼັງການນໍາຂັ້ນສູງຂອງທັງສອງຝ່າຍ ໄດ້ລົງນາມໃນສັນຍາດັ່ງກ່າວນີ້ແລ້ວ ຈະເປັນການປະກອບສ່ວນອັນ ສຳຄັນໃນການອໍານວຍຄວາມສະດວກໃນການບໍລິການ, ຊຸກຍູ້ສົ່ງເສີມການແລກປ່ຽນ ຊື້-ຂາຍ ສິນຄ້າ, ການລົງທຶນ, ການທ່ອງທ່ຽວຢູ່ພາຍໃນແຂວງພາກເໜືອ ກໍຄືໃນປະເທດ ສປປ ລາວ ໃຫ້ມີການຂະຫຍາຍຕົວ, ໂດຍສະເພາະ ເປັນປະ ເທດເຊື່ອມໂຍງພາກພື້ນກັບປະເທດລຸ່ມແມ່ນໍ້າຂອງ, ສ້າງສິ່ງເອື້ອອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງ ສປປ ລາວ, ສປ ຈີນ ແລະ ພົນລະເມືອງປະເທດທີສາມເດີນທາງ ເຂົ້າ-ອອກ ຜ່ານດ່ານສາກົນທາງລົດໄຟ ລາວ-ຈີນ ( ບໍ່ເຕັນ-ບໍ່ຫານ ) ມີຄວາມສະດວກ ແລະ ວ່ອງໄວກວ່າແຕ່ກ່ອນ. ສັນຍາສະບັບມີ້ ມີອາຍຸນໍາໃຊ້ 10 ປີ ແລະ ສາມາດຕໍ່ໄດ້ອີກ ໂດຍອັດຕະໂນມັດ. ຖ້າກໍລະນີຝ່າຍໃດຝ່າຍໜຶ່ງຢາກຍົກເລີກສັນຍາ ກໍຕ້ອງໄດ້ແຈ້ງໃຫ້ອີກ ຝ່າຍໜຶ່ງຊາບກ່ອນລ່ວງໜ້າ 6 ເດືອນກ່ອນອາຍຸສັນຍາຈະຊິ້ນສຸດ.