ວັນທີ 6 ສິງຫາ 2025 ທີ່ຫ້ອງວ່າການແຂວງຫົວພັນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ທັງເປັນຜູ້ຊີ້ນຳວຽກງານຮອບດ້ານແຂວງຫົວພັນ ໄດ້ພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງແຂວງຫົວພັນ ແລະ ມອບການຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດ ຢູ່ແຂວງດັ່ງກ່າວ ຊຶ່ງໃຫ້ການຕ້ອນຮັບ, ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ແລະ ຮັບເງິນ-ເຄື່ອງຊ່ວຍເຫຼືອ ມີທ່ານ ຄຳແພງ ໄຊສົມແພງ, ເຈົ້າແຂວງໆຫົວພັນ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ເຈົ້າແຂວງໆຫົວພັນ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ແລະ ສະພາບຜົນກະທົບຈາກໄພພິບັດ ຢູ່ພາຍໃນແຂວງ ເຫັນວ່າ: ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການເກັບລາຍຮັບເຂົ້າງົບປະມານ ຮອດປະຈຸບັນ ປະຕິບັດໄດ້ ເກືອບບັນລຸ 120 ຕື້ກີບ; ການປູກຝັງ-ລ້ຽງສັດ ເພື່ອຮັບໃຊ້ພາຍໃນແຂວງ ແລະ ສົ່ງອອກເປັນສິນຄ້າ ແມ່ນສາມາດບັນລຸຕາມແຜນການ ເປັນສ່ວນໃຫຍ່, ມູນຄ່າສົ່ງອອກສິນຄ້າ ບັນລຸ 20 ກວ່າລ້ານໂດລາສະຫະລັດ; ການສ້າງບ້ານວັດທະນະທຳ ບັນລຸ 45% ຂອງແຜນການປີ; ການປະຕິບັດຄາດໝາຍການພັດທະນາດ້ານສາທາລະນະສຸກ ໃນ 11 ຕົວຊີ້ວັດ ແມ່ນບັນລຸຄາດໝາຍແລ້ວ 9 ຕົວຊີ້ວັດ (ຍັງບໍ່ທັນບັນລຸຄາດໝາຍ ອັດຕາການເກີດມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊິນ ເດັກລຸ່ມ 1 ປີ); ການປະຕິບັດຄາດໝາຍດ້ານການສຶກສາ ໃນ 14 ຕົວຊີ້ວັດ ແມ່ນບັນລຸຄາດໝາຍແລ້ວ 13 ຕົວຊີ້ວັດ (ຍັງບໍ່ທັນບັນລຸຄາດໝາຍ ອັດຕາເຂົ້າຮຽນ ຊັ້ນ ມໍ4); ທົ່ວແຂວງ ມີເສັ້ນທາງທຽວໄດ້ສອງລະດູ ກວມ 66%; ບ້ານມີສັນຍານໂທລະສັບ ກວມ 95%. ສໍາລັບຜົນກະທົບຈາກພາຍຸວິພາ ໃນທ້າຍເດືອນກໍລະກົດ ຜ່ານມາ ພາໃຫ້ເກີດມີຝົນຕົກ ໜັກ, ນໍ້າຍຶ່ງຖ້ວມ, ນໍ້າໄຫຼຊຸ, ດິນເຈື່ອນ… ໄດ້ສ້າງຄວາມເສຍຫາຍ ຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ຢູ່ 5 ເມືອງ, 32 ບ້ານ, 602 ຄອບຄົວ, ພົນລະເມືອງ 972 ຄົນ, ມີຜູ້ເສຍຊີວິດ 8 ຄົນ ແລະ ສູນຫາຍ 3 ຄົນ. ສໍາທ ລັບຜົນເສຍຫາຍດ້ານຊັບສິນຂອງປະຊາຊົນ ປະເມີນເບື້ອງຕົ້ນ ມີມູນຄ່າຫຼາຍສົມຄວນ.

ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຍົກໃຫ້ເຫັນ:ສະພາບການພົ້ນເດັ່ນ ທີ່ເກີດຂຶ້ນ ຢູ່ສາກົນ, ພາກພື້ນ ແລະ ພາຍໃນປະເທດ ໂດຍສະເພາະ ທ່າອ່ຽງ, ຄວາມສ່ຽງ ແລະ ບັນດາສິ່ງທ້າທາຍ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ; ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງພັກ-ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ນະໂຍບາຍສົ່ງເສີມການລົງທຶນ ໂດຍສະເພາະ ການປັບປຸງຂອດຂັ້ນການອະນຸມັດລົງທຶນ ທີ່ສັ້ນກະທັດຮັດ, ວ່ອງໄວ ແລະ ໂປ່ງໃສຫຼາຍຂຶ້ນ; ນະໂຍບາຍຂອງລັດຖະບານ ຕໍ່ການແກ້ໄຂວຽກງານຂົງເຂດບໍ່ແຮ່; ການແກ້ໄຂບັນຫາລົດເຖື່ອນ-ລົດນຳເຂົ້າບໍ່ຖືກຕ້ອງ ແລະ ອື່ນໆ. ອັນສຳຄັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ພະນັກງານຫຼັກແຫຼ່ງແຂວງ ຫົວພັນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະ ໃນໄລຍະສະເຫຼີມສະຫຼອງວັນສຳຄັນຕ່າງໆ ທາງດ້ານປະຫວັດສາດຂອງຊາດ, ລວມທັງ ເຂດທີ່ມີຄວາມຫຼໍ່ແຫຼມ; ພ້ອມກັນສືບຕໍ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ໂດຍເອົາໃຈໃສ່ດຳເນີນຕາມຂັ້ນຕອນ-ລະບຽບການທີ່ກຳນົດໄວ້ ແລະ ທັນຕາມກຳນົດເວລາ; ເອົາໃຈໃສ່ຄຸ້ມຄອງປ່າໄມ້ ໂດຍສະເພາະ ປ່າສະຫງວນແຫ່ງຕ່າງໆ ຢູ່ພາຍໃນແຂວງ ໃຫ້ດີ, ທັງຈຳກັດໄດ້ການສວຍໂອກາດຂອງຄົນບໍ່ດີ ເຂົ້າບຸກລຸກ; ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະ ປະເທດເພື່ອນມິດ ເພື່ອດຶງດູດການລົງທຶນ ແລະ ຍາດແຍ່ງເອົາການຊ່ວຍເຫຼືອ ໃນວຽກງານຕ່າງໆ; ສືບຕໍ່ຟື້ນຟູຜົນກະທົບຈາກໄພພິບັດທຳມະຊາດ ໂດຍສະເພາະ ບັນດາໂຄງລ່າງພື້ນຖານ ເສັ້ນທາງ, ຊົນລະປະທານ, ຂົວ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເລື້ອຍໆ.
ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ແລະ ຄະນະກຳມະການຄຸ້ມຄອງໄພພິບັດສູນກາງ ໄດ້ມອບເງິນ ພ້ອມດ້ວຍ ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າທັງໝົດ 2,125,000,000 ກີບ (ສອງພັນໜຶ່ງຮ້ອຍຊາວຫ້າລ້ານກີບ) ໃຫ້ແກ່ອົງການປົກຄອງແຂວງຫົວພັນ ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ທີ່ປະສົບໄພຕົວຈິງ ແລະ ແກ້ໄຂຜົນກະທົບທີ່ເກີດຂຶ້ນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ໃນຕອນແລງຂອງມື້ດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ຍັງໄດ້ສືບຕໍ່ໄປຕິດຕາມເບິ່ງສະພາບການທົດລອງນຳໃຊ້ຕຶກອາຄານ ແລະ ບໍລິການປິ່ນປົວສຸຂະພາບ ຂອງປະຊາຊົນ ຢູ່ໂຮງໝໍແຂວງຫົວພັນຫຼັງໃໝ່ ທີ່ກໍ່ສ້າງໃກ້ຈະສຳເລັດ ແລະ ຈະມອບ-ຮັບໂຄງການ ໃນທ້າຍປີນີ້.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.


