ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳແຂວງອຸດົມໄຊ ເຂົ້າວາງພວງມາລາຢູ່ສຸສານນັກຮົບປະວັດ ເເລະ ວາງກະຕ່າດອກໄມ້ ຢູ່ອານຸສອນສະຖານປະທານໄກສອນພົມວິຫານ.

Aug 8, 2025

ຕອນເຊົ້າວັນທີ 7 ສິງຫາ 2025 ການນໍາຂັ້ນສູງເເຂວງອຸດົມໄຊ ນໍາໂດຍທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກເເຂວງ ເຈົ້າເເຂວງອຸໄຊ, ມີຄະນະປະຈໍາພັກເເຂວງ, ຄະນະບໍລິ ຫານງານສະພາປະຊາຊົນເເຂວງ, ສອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເເນວລາວສ້າງຊາດ, 3 ອົງການຈັດຕັ້ງມະຫາຊົນ ເເລະ ຄະນະບໍລິຫານງານພັກເມືອງ 7 ເມືອງ ຕາງຫນ້າງໃຫ້ສະມາຊິກ-ພະນັກງານ ເເລະ ປະຊາຊົນບັນດາເຜົ່າ ເເຂວງອຸກົມໄຊ ໄດ້ເຂົ້າວາງພວງມາລາ ຢູ່ສຸສານນັກຮົບປະຕິວັດ ເເລະ ວາງກະຕ່າດອກໄມ້ ຢູ່ອານຸສອນສະຖານປະທານໄກສອນພົມວິຫານຂອງເເຂວງ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ເເທນອົງຄະນະພັກເເຂວງອຸດົມໄຊຄັ້ງທີ X ທີ່ຈະໄຂຂື້ນໃນລະຫວ່າງວັນທີ 8-9 ສິງຫານີ້.
May be an image of 4 people, temple and text May be an image of 5 people and text
ການເຂົ້າວາງພວງມາລາ ຢູ່ສຸສານນັກຮົບປະວັດ ເເລະ ວາງກະຕ່າດອກໄມ້ ຢູ່ອານຸສອນສະຖານປະທານໄກສອນພົມວິຫານ ຂອງເເຂວງອຸດົມໄຊໃນຄັ້ງນີ້ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈາລຶກຄຸນງາມຄວາມດີຕໍ່ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນາຍ ແລະ ພົນທະຫານ ແລະ ປະຊາຊົນລາວ ບັນດາເຜົ່າທີ່ເສຍສະຫລະເລືອດເນື້ອ ແລະ ຊີວິດໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານກັບຈັກກະພັດຜູ້ຮຸກຮານ ໃນເມື່ອກ່ອນ ເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ ກໍ່ຄືເເຂວງອຸດົມໄຊ, ພ້ອມທັງສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈົ່ງຮັກພັກດີຕໍ່ຜູ້ນໍາການປະຕິວັດ, ສະມາຊິກພັກທຸກສະຫາຍ ທີ່ເສຍສະຫລະເລືອດ ເນື້ອເຫື່ອແຮງ, ສະຕິປັນຍາ ແລະ ເວລາອັນມີຄ່າເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ພ້ອມທັງສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈົ່ງຮັກພັກດີຕໍ່ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເເສນເຄົາລົບຮັກຂອງປວງຊົນລາວທັງຊາດ, ທີ່ໄດ້ອຸທິດເຫື່ອແຮງ ສະຕິປັນຍາຕະຫລອດຊີວິດຂອງເພີ່ນເຂົ້າໃນພາລະກິດປະຕິວັດ, ນໍາພາປະຊາຊົນລາວບັນດາເຜົ່າຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານຈົນສາມາດຍາດໄດ້ໄຊຊະຢ່າງສົມບູນ, ລົບລ້າງລະບອບ ລາຊາທິປະໄຕ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໃນວັນທີ 2 ທັນວາ 1975.
May be an image of temple May be an image of 2 people, temple, monument and text
ຂ່າວ : ເດດອາລຸນ