ຈີນມີຄໍາສຸພາສິດບູຮານທີ່ວ່າ: “ພີ່ນ້ອງຢູ່ໄກບໍ່ເທົ່າກັບເພື່ອນບ້ານທີ່ຢູ່ໃກ້”. ເພື່ອເຮັດໃຫ້ປະຊາຊົນຈີນ ແລະ ປະຊາຊົນບັນດາປະເທດໃກ້ຄຽງມີຊີວິດການເປັນຢູ່ທີ່ດີ, ທັງເຮັດໃຫ້ທົ່ວພາກພື້ນມີສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງກວ່າເກົ່າ, ທ່ານ ສີຈິ້ນຜິງ ຜູ້ນໍາສູງສຸດຈີນໄດ້ສະເໜີວິໄສທັດອັນດີງາມໃນການຮ່ວມກັນສ້າງ “5 ບ້ານເມືອງໃຫຍ່” ລະຫວ່າງຈີນກັບບັນດາປະເທດໃກ້ຄຽງ ໝາຍເຖິງບ້ານເມືອງສັນຕິພາບ, ບ້ານເມືອງສະຫງົບສຸກ, ບ້ານເມືອງຈະເລີນຮຸ່ງເຮືອງ, ບ້ານເມືອງສວຍງາມ ແລະ ບ້ານເມືອງມິດຕະພາບ.
ຄວນສ້າງ “5ບ້ານເມືອງໃຫຍ່” ຄືແນວໃດ? ກ່ອນອື່ນໝົດ ແມ່ນການປະດິດສ້າງແນວຄິດການຄຸ້ມຄອງບໍລິຫານແບບປະສານສົມທົບກັນຈາກສອງຝ່າຍຮອດຫຼາຍຝ່າຍ; ອັນທີສອງແມ່ນ ການປະດິດສ້າງກົນໄກການຮ່ວມມືຫຼາຍດ້ານ; ອັນທີສາມແມ່ນການປະດິດສ້າງວິທີການຈັດຕັ້ງປະຕິບັດໃຫ້ຫັນເປັນໂຄງການແລະບັນຊີລາຍຊື່. “5ບ້ານເມືອງໃຫຍ່” ບໍ່ແມ່ນແນວຄິດທີ່ເວົ້າພຽງແຕ່ປາກເປົ່າເທົ່ານັ້ນ, ຫາກແມ່ນຊຸກຍູ້ປະຕິບັດດ້ວຍໂຄງການຕົວຈິງຕ່າງໆ. ຕົວຢ່າງເຊັ່ນ: ຈີນແລະຫວຽດນາມໄດ້ຂີດກຳນົດເສັ້ນຊາຍແດນທາງທະເລຢູ່ອ່າວເປີຍປູ້ຢ່າງສຳເລັດຜົນ ພ້ອມທັງສ້າງຕັ້ງໂທລະສັບສາຍດ່ວນເພື່ອຫຼີກເວັ້ນບໍ່ໃຫ້ຄວາມຂັດແຍ້ງຮຸນແຮງຂຶ້ນ; 4ປະເທດຈີນ-ລາວ-ມຽນມາ-ໄທດຳເນີນການລາດຕະເວນຮ່ວມປະຕິບັດກົດໝາຍຕາມລຳແມ່ນ້ຳຂອງໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນ, ການເກີດອາຊະຍາກຳຮ້າຍແຮງໄດ້ຫຼຸດລົງຫຼາຍກວ່າ 90% ເປັນຕົ້ນ.
ໃນດ້ານການສ້າງບ້ານເມືອງຈະເລີນຮຸ່ງເຮືອງ, ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນຢ່າງເປັນທາງການໄດ້ກາຍເປັນແບບຢ່າງແຫ່ງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ທີ່ມີຄຸນນະພາບສູງ; ການຈັດຕັ້ງປະຕິບັດຢ່າງຮອບດ້ານໃນສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານ ໃນພາກພື້ນ (RCEP) ໄດ້ລົງເລິກການເຊື່ອມໂຍງຕ່ອງໂສອຸດສາຫະກຳລະຫວ່າງຈີນກັບປະເທດອ້ອມຂ້າງ.

ໃນດ້ານການສ້າງບ້ານເມືອງສວຍງາມ ແລະ ບ້ານເມືອງມິດຕະພາບ, ຈີນແລະປະເທດໃນອາຊີກາງຮ່ວມມືໃນການປັບປຸງດິນເຄັມ ແລະເຜີຍແຜ່ເຕັກນິກລະບາຍນ້ຳເຂົ້ານາແບບປະຢັດນ້ຳ; ໂຄງການແລກປ່ຽນນັກວິທະຍາສາດໜຸ່ມ ໄດ້ສະໜັບສະໜູນນັກວິຊາການປະເທດອ້ອມຂ້າງເດີນທາງໄປຝຶກອົບຮົມຢູ່ຈີນຫຼາຍພັນຄົນຕໍ່ປີ; ຈີນ, ກາຊັກສະຖານແລະກຽກກິດສະຖານຮ່ວມກັນນໍາສະເໜີເອົາເສັ້ນທາງສາຍໄໝເຂົ້າເປັນມໍລະດົກໂລກຮ່ວມຊາຍແດນຢ່າງສຳເລັດຜົນ ເຊິ່ງໄດ້ຊຸກຍູ້ການຖອດຖອນແລກປ່ຽນເຊິ່ງກັນແລະກັນດ້ານວັດທະນະທຳ.
ເມື່ອທຽບໃສ່ຍຸດທະສາດການຮ່ວມມືສາກົນຂອງອາເມຣິກາ ເຊັ່ນ: “ຍຸດທະສາດອິນໂດ – ປາຊິຟິກ” ລະຫວ່າງອາເມຣິກາ, ຍີ່ປຸ່ນ, ອິນເດຍ ແລະ ອົສຕຣາລີ, ແນວຄິດ “5 ບ້ານເມືອງໃຫຍ່” ໄດ້ສະແດງໃຫ້ເຫັນເຖິງລັກສະນະກວມລວມ ແລະ ລັກສະນະສ້າງສັນຢ່າງເດັ່ນຊັດ.
ແນວຄິດ ແລະ ພຶດຕິກຳຕົວຈິງຂອງ “5 ບ້ານເມືອງໃຫຍ່” ມີຄວາມໝາຍບໍ່ສະເພາະແຕ່ປະເທດເພື່ອນບ້ານໃກ້ຄຽງໃນອາຊີເທົ່ານັ້ນ, ທັງໄດ້ສະໜອງແຜນການແກ້ໄຂຂອງຈີນສຳລັບການພົວພັນສາກົນ ແລະ ການບໍລິຫານໂລກ. ຈີນໄດ້ນຳໃຊ້ການກະທຳຕົວຈິງເພື່ອໃຫ້ປະເທດບ້ານໃກ້ເຮືອນຄຽງຮູ້ວ່າ: ຈີນຍິນດີຮ່ວມຈິດຮ່ວມໃຈກັບປະເທດເພື່ອນບ້ານເພື່ອພັດທະນາ “5 ບ້ານເມືອງໃຫຍ່” ດັ່ງກ່າວ ເພື່ອຮ່ວມກັນຊົມໃຊ້ສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ, ຄວາມສວຍງາມ ແລະ ມິດຕະພາບຢ່າງຍືນຍົງ.




