ກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ ຄັ້ງທີ 28, ໄດ້ຈັດຂຶ້ນໃນ ລະຫ່ວາງ ວັນທີ 7-8 ສິງຫາ 2025 ທີ່ໂຮງແຮມສຸພັດຕຣາ ນະຄອນ-ຫຼວງພະບາງ, ແຂວງຫຼວງພະບາງ ໂດຍ ການເປັນປະທານ ຂອງ ທ່ານ ປອ ສົມຫວັງ ພີມມະວົງ ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຫົວໜ້າເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ ສປປ ລາວ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງໆ ຫຼວງພະບາງ, ມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ຜູ້ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງໜ້າຄູ່ຮ່ວມພັດທະນາອົງການສາກົນເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ນາງ ສິລິພອນ ສຸພັນທອງ ໄດ້ກ່າວຕ້ອນຮັບບັນດາຜູ້ແທນມາຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ ຄັ້ງທີ 28. ທີ່ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໄດ້ເປັນເຈົ້າພາບຕ້ອນຮັບການປະຊຸມລະດັບພາກພື້ນ ອາຊຽນ ທີ່ສຳຄັນນີ້ ສະທ້ອນໃຫ້ເຫັນເຖິງຄວາມເຂົ້າໃຈຮ່ວມກັນທີ່ເຫັນໄດ້ວ່າ ປ່າໄມ້ບໍ່ພຽງແຕ່ເປັນຊັບພະຍາກອນທຳມະຊາດເທົ່ານັ້ນ ແຕ່ຍັງເປັນສ່ວນສຳຄັນ ແລະ ຕິດພັນກັບການດຳລົງຊີວິດ, ວັດທະນະທຳ ແລະ ການຮັບມືກັບວິກິດລະດັບໂລກ ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ ແລະ ການສູນເສຍຄວາມຫຼາກຫຼາຍທາງຊີວະນາໆພັນ.
ຈາກນັ້ນ, ທ່ານ ກິແກ້ວ ສິງນາວົງ ໄດ້ກ່າວເປີດກອງປະຊຸມເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ ຫຼື ASOF ຄັ້ງທີ 28, ນັ້ນເປັນການເພີ່ມຄວາມສາມັກຄີ ໃຫ້ມີຄວາມຮັບຜິດຊອບຕໍ່ ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໃນບັນດາປະເທດ ສະມາຊິກ ອາຊຽນ ໃຫ້ມີຄວາມຍືນຍົງ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ແກ່ບັນດາປະເທດຊາດໃນອະນາຄົດ ເສີມຂະຫຍາຍການຮ່ວມມືດ້ານການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາຂະແໜງການປ່າໄມ້ໃຫ້ໜັກແໜ້ນ ແລະ ໝັ້ນຄົງຂຶ້ນກວ່າເກົ່າ”, ກອງປະຊຸມ ຍັງໄດ້ຍົກໃຫ້ເຫັນເຖິງບັນຫາ ແລະ ຊອກຫາວິທາງໃນການແກ້ໄຂບັນຫາ ໄພຂົ່ມຂູ່ຕໍ່ຊັບພະຍາກອນປ່າໄມ້, ຊີວະນາໆພັນ ແລະ ຊອກທຸກວິທີທາງ ເພື່ອປ້ອງກັນ ສະພາບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທີ່ອາດຈະເກີດຂຶ້ນ ແລະ ເປັນໄພຂົ່ມຂູ່ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ໃນພາກພື້ນຂອງພວກເຮົາໃນອະນາຄົດ.

ກອງປະຊຸມເຈົ້າໜ້າທີ່ ອາວຸໂສປ່າໄມ້ ອາຊຽນ ຄັ້ງທີ 28 ນີ້: ຈະໄດ້ທົບທວນແຜນການດໍາເນີນງານພາຍໃນຂອງ ຍຸດທະສາດຄວາມຮ່ວມມືດ້ານປ່າໄມ້ ອາຊຽນ 2016–2025 ແລະ ວາງແຜນການຮ່ວມມື 2026–2030. ກອງປະຊຸມຍັງໄດ້ ຮັບຟັງການລາຍງານຄວາມຄືບໜ້າ ຂອງປະເທດສະມາຊິກ ກ່ຽວກັບການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ການອະນຸມັດເອກະສານສໍາຄັນຄື: ຄູ່ມືການດໍາເນີນການໃນອາຊຽນ, ຂໍ້ແນະນໍາ, ແຜນປະຕິບັດການຈັດການລະບົບນິເວດຢ່າງຍືນຍົງ ແລະ ການປຶກສາຫາລື ກັບ ພັນທະມິດພັດທະນາຫຼາຍຝ່າຍ ແລະ ກຳນົດໃຫ້ປະເທດມາເລເຊຍ ເປັນເຈົ້າພາບ ກອງປະຊຸມ ASOF ຄັ້ງທີ 29 ໃນປີ 2026.


