ຮຽນບັນດາທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ,
ບັນດາພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ພີ່ນ້ອງຊາວລາວ ທີ່ນັບຖື ແລະ ຮັກແພງ ທັງຫຼາຍ,
ມື້ນີ້ ພວກເຮົາໄດ້ຮ່ວມກັນສະເຫຼີມສະຫຼອງ ວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ຄົບຮອບ 58 ປີ (8 ສິງຫາ 1967 – 8 ສິງຫາ 2025) ແລະ ວັນຄົບຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການດັ່ງກ່າວ (23 ກໍລະກົດ 1997 – 23 ກໍລະກົດ 2025) ດ້ວຍບັນຍາກາດແຫ່ງມິດຕະພາບ ທີ່ມີມາເເຕ່ຍາວນານໃນອາຊຽນ. ຂ້າພະເຈົ້າ ຂໍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສົ່ງພອນໄຊອັນປະເສີດ ມາຍັງບັນດາທ່ານ ຜູ້ນໍາພັກ-ລັດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ພີ່ນ້ອງຊາວລາວ ທຸກຖ້ວນໜ້າທັງພາຍໃນ ແລະ ຕ່າງປະເທດ, ກໍຄືຊາວ ຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ແລະ ດໍາລົງຊີວິດຢູ່ ສປປ ລາວ.
ບັນດາທ່ານ ແລະ ພໍ່ແມ່ພີ່ນ້ອງ ທີ່ຮັກແພງທັງຫຼາຍ,
ວັນສ້າງຕັ້ງອາຊຽນ ເປັນໂອກາດ ທີ່ພວກເຮົາຈະໄດ້ທວນຄືນຜົນສໍາເລັດລວມທີ່ອາຊຽນຍາດ ມາໄດ້ ເພື່ອປົກປັກຮັກສາສັນຕິ ພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກຂອງ ພາກ ພື້ນ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1967, ອາຊຽນ ທີ່ເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານ ທີ່ມີຄວາມຫຼາກຫຼາຍ, ໄດ້ຂະຫຍາຍສະມາຊິກເປັນ 10 ປະເທດ ໃນປັດຈຸບັນ ແລະ ຄາດວ່າຈະໄດ້ຕ້ອນຮັບເອົາ ຕີມໍແລັດສະເຕ ເຂົ້າເປັນສະມາ ຊິກສົມບູນຂອງອາຊຽນ ໃນເດືອນຕຸລາ 2025 ນີ້.
ຕະຫຼອດໄລຍະ 58 ປີ ຜ່ານມາ, ອາຊຽນ ໄດ້ສະແດງໃຫ້ເຫັນຄວາມເຂັ້ມແຂງໃນການຮັບມືກັບສິ່ງທ້າທາຍຕ່າງໆ ແລະ ໄດ້ປັບຕົວເພື່ອການຂະຫຍາຍຕົວ ໂດຍສອດຄ່ອງກັບສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີການປ່ຽນແປງໄປແຕ່ລະໄລຍະ ໂດຍຄໍານຶງເຖິງຄວາມຫຼາກຫຼາຍທາງດ້ານວັດທະນະທໍາ, ສາສະໜາ, ພາສາ, ລະບົບການເມືອງ ແລະ ລະດັບການພັດທະນາດ້ານເສດ ຖະກິດຂອງບັນດາປະເທດສະມາຊິກ, ຊຶ່ງໄດ້ເຮັດໃຫ້ອາຊຽນປະສົບຜົນສໍາເລັດ ເປັນທີ່ຮັບຮູ້ຂອງສາກົນຕະຫຼອດມາ.
ນອກຈາກນັ້ນ, ອາຊຽນ ຍັງມີບົດບາດເປັນເວທີໃຫ້ຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອື່ນໆ, ລວມທັງ ບັນດາປະເທດມະຫາອໍານາດ ໄດ້ມາພົບປະເຈລະຈາ ແລະ ປຶກສາຫາລື ຕໍ່ບັນຫາຕ່າງໆທີ່ມີຄວາມສົນໃຈ ແລະ ຜົນປະໂຫຍດໃຫ້ແກ່ທຸກຝ່າຍ, ຊຶ່ງຜ່ານມາ ອາຊຽນສາມາດຮັກສາໄດ້ບົດບາດທາງດ້ານການເມືອງ ແລະ ຄວາມເປັນແກນກາງຂອງຕົນ, ສາມາດສ້າງຄວາມກໍ້າເກິ່ງໃນການພົວພັນຮ່ວມມືພາກພື້ນ ແລະ ສາກົນ, ຊຶ່ງເປັນການປະກອບສ່ວນສົ່ງເສີມຄວາມເຂົ້າໃຈ ແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະ ຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.
ຜົນສໍາເລັດອັນພົ້ນເດັ່ນຂອງອາຊຽນ ແມ່ນການປົກປັກ ຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ຊື່ງໄດ້ເປັນເງື່ອນໄຂເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດສະມາຊິກ ກໍຄືຂອງພາກພື້ນ. ຜົນສໍາເລັດດັ່ງກ່າວມານັ້ນ ກໍຍ້ອນປັດໄຈສໍາຄັນຕ່າງໆ ໂດຍສະເພາະແມ່ນການຮ່ວມມືຕາມ “ວິຖີທາງຂອງອາຊຽນ” ທີ່ອີງໃສ່ລັກສະນະສະເພາະ ແລະ ຈຸດພິ ເສດຂອງພາກພື້ນ, ອີງໃສ່ການປຶກສາຫາລື, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຄວາມໂອບເອື້ອອາລີ ແລະ ການຍຶດໝັ້ນໃນບັນດາຫຼັກການພື້ນຖານຂອງອາຊຽນທີ່ໄດ້ລະບຸໄວ້ໃນກົດບັດອາຊຽນ ແລະ ເອກະສານສໍາຄັນອື່ນໆຂອງອາຊຽນ.
ຕະຫຼອດ ໄລຍະ 28 ປີ ຂອງການເຂົ້າເປັນສະມາຊິກອາຊຽນຂອງ ສປປ ລາວ, ທຸກຂະແໜງ ການ, ຈາກສູນກາງ ເຖິງທ້ອງຖິ່ນ, ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນເຄື່ອນໄຫວວຽກງານອາຊຽນ ດ້ວຍຄວາມຕັ້ງໜ້າ ຕາມພາລະບົດບາດຂອງຕົນ. ທັງນີ້, ເປັນການປະກອບສ່ວນເຂົ້າໃນພາລະກິດລວມຂອງການສ້າງປະ ຊາຄົມອາຊຽນ ກໍຄືການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ, ທັງເປັນການສ້າງເງື່ອນໄຂສະດວກໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ເວົ້າສະເພາະ ແມ່ນການເພີ່ມທະວີບົດບາດດ້ານການເມືອງ ແລະ ຄວາມໝັ້ນຄົງ, ການເປີດໂອກາດດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ການພັດທະນາດ້ານສັງຄົມ ແລະ ວັດທະນະທໍາ ພ້ອມທັງຍົກສູງບົດບາດຂອງ ສປປ ລາວ ໃຫ້ມີຊື່ສຽງໂດ່ງດັງໃນພາກພື້ນ ແລະ ສາກົນ ອັນໄດ້ເຮັດໃຫ້ ສປປ ລາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຈາກບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກ.
ສປປ ລາວ ໄດ້ຮັບໜ້າທີ່ເປັນປະທານໝູນວຽນອາຊຽນ ມາແລ້ວ 3 ຄັ້ງ ຄື: ຄັ້ງທີ 1 ໃນປີ 2004-2005 ພາຍໃຕ້ຄໍາຂວັນ: “ເສີມສ້າງຄອບຄົວອາຊຽນໃຫ້ໝັ້ນຄົງ ແລະ ຄ່ອງຕົວ ດ້ວຍຄວາມມະຫາສາມັກຄີ, ດ້ວຍການເຊື່ອມໂຍງດ້ານເສດຖະກິດ ແລະ ຄວາມກ້າວໜ້າທາງສັງຄົມ”, ຊຶ່ງໃນໂອກາດການເປັນປະທານຂອງ ສປປ ລາວ ເວລານັ້ນ ໄດ້ຕົກລົງເນື້ອໃນຫຼາຍປະການ ເປັນຕົ້ນແມ່ນການຕົກລົງເປີດ ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ໄດ້ມີການລົງນາມ ຮັບຮອງເອົາເອກະສານທີ່ສຳຄັນຈຳນວນ 32 ສະບັບ, ເຊິ່ງຖືວ່າເປັນຄັ້ງທຳອິດ ທີ່ໄດ້ມີການຮັບຮອງເອົາເອກະສານຈຳນວນຫຼາຍໃນກອງປະຊຸມສຸດຍອດ, ບາງເອກະສານສໍາຄັນເປັນຕົ້ນແມ່ນແຜນປະຕິບັດງານຄວາມໝັ້ນຄົງອາຊຽນ ແລະ ໂຄງການປະຕິບັດງານວຽງຈັນ, ຊຶ່ງໄດ້ເນັ້ນໜັກໃສ່ການ ເຊື່ອມໂຍງອາຊຽນທີ່ແນໃສ່ຜົນປະໂຫຍດຂອງບັນດາສະມາຊິກເກົ່າ ແລະ ໃໝ່. ໃນປີ 2016, ສປປ ລາວ ໄດ້ເປັນປະທານອາ ຊຽນ ຄັ້ງທີ 2 ພາຍໃຕ້ຄຳຂັວນ: “ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ”, ຊຶ່ງເປັນປີທໍາອິດໃນການເລີ່ມຕົ້ນປະຕິບັດວິໄສທັດປະຊາຄົມອາຊຽນ 2025. ໃນການເປັນປະທານອາຊຽນຄັ້ງທີ 2 ນີ້, ສປປ ລາວ ໄດ້ນໍາພາອາ ຊຽນ ສືບຕໍ່ຂະບວນການສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມ ແຂງ ເນັ້ນໃສ່ການຜັນຂະຫຍາຍຈັດຕັ້ງປະຕິບັດວິໄສທັດປະຊາ ຄົມອາຊຽນ 2025, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະ ໄດ້ຮັບຮອງເອົາເອກະສານສໍາຄັນ ເຊັ່ນ: ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ແລະ ແຜນງານຂໍ້ໍລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3.
ໃນປີ 2024 ຜ່ານມາ, ສປປ ລາວ ກໍໄດ້ຮັບກຽດເປັນປະທານອາຊຽນເປັນຄັ້ງທີ 3 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ການເປັນປະທານອາຊຽນຂອງ ສປປ ລາວ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ໂດຍສະເພາະໄດ້ຮັດແຫນ້ນການຮ່ວມມືພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ເພື່ອເສີມສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ. ໃນປີ 2024 ແມ່ນປີທີ່ອາຊຽນພວມຂຸ້ນຂ້ຽວເລັ່ງສ້າງແຜນຍຸດທະສາດຂອງທັງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດວ່າດ້ວຍການເຊື່ອມຈອດອາຊຽນ ເພື່ອປ່ຽນແທນບັນດາແຜນແມ່ບົດຂອງສາມເສົາຄໍ້າປະຊາຄົມ ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ, ສປປ ລາວ ໃນນາມປະທານອາຊຽນ ປີ 2024 ກໍໄດ້ເປັນປະທານຮ່ວມກັບ ມາເລເຊຍ ເພື່ອນໍາພາເລັ່ງການສ້າງບັນດາແຜນຍຸດທະສາດດັ່ງກ່າວໃຫ້ສໍາເລັດ ເພື່ອໃຫ້ທັນຮັບຮອງເອົາໃນໄລຍະການເປັນປະທານອາຊຽນຂອງ ມາເລເຊຍ. ພ້ອມນີ້, ກໍໄດ້ຮັບຮອງເອົາເອກະສານສໍາຄັນ ເຊັ່ນ: ຖະແຫຼງການຜູ້ນໍາອາຊຽນວ່າດ້ວຍການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະ ຖະແຫຼງການຜູ້ນໍາອາຊຽນວ່າດ້ວຍການເພີ່ມທະວີການເຊື່ອມຈອດຕ່ອງໂສ້ການສະໜອງ.
ສໍາລັບປີນີ້, ກໍເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບອາຊຽນ ເນື່ອງຈາກເປັນປີສຸດທ້າຍທີ່ອາຊຽນ ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາແຜນແມ່ບົດຂອງທັງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ ທີ່ກໍາລັງຈະໝົດວາລະໃນທ້າຍປີ 2025 ນີ້ໃຫ້ສໍາເລັດຕາມຄາດໝາຍ. ພ້ອມນີ້, ຜູ້ນໍາອາຊຽນ ກໍໄດ້ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ໃນເດືອນພຶດສະພາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ. ວິໄສທັດປະຊາຄົມອາຊຽນສະບັບໃໝ່ນີ້ ເປັນການກໍານົດທິດທາງໃນການຮ່ວມມືຂອງອາຊຽນ ແນໃສ່ສ້າງອາຊຽນໃຫ້ມີຄວາມເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ປະຊາຊົນເປັນໃຈກາງ ສໍາລັບໄລຍະ 20 ປີຕໍ່ໜ້າ.
ບັນດາທ່ານ ທີ່ນັບຖື ແລະ ຮັກແພງ,
ໃນຕໍ່ໜ້າ ເຫັນວ່າສະພາບການພາກພື້ນ ແລະ ສາກົນ ຍັງຈະສືບຕໍ່ມີການຜັນແປໄປຢ່າງສັບສົນ ແລະ ບໍ່ມີຄວາມແນ່ນອນ. ສະນັ້ນ, ອາຊຽນ ຈະຕ້ອງໄດ້ສືບຕໍ່ຮ່ວມມືກັນເພື່ອເສີມຂະຫຍາຍຜົນສໍາເລັດທີ່ຍາດມາໄດ້ ເພື່ອຮັບປະກັນວ່າ ພວກເຮົາສາມາດສ້າງປະຊາຄົມທີ່ມີຄວາມເຂັ້ມແຂງ, ເພີ່ມທະວີການເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ເສີມຂະຫຍາຍການພົວພັນກັບຄູ່ຮ່ວມມືພາຍນອກທີ່ມີທ່າແຮງ. ພ້ອມນັ້ນ, ອາຊຽນ ຈະຕ້ອງສືບຕໍ່ສົ່ງເສີມບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມໃຫ້ມີຄວາມເຂັ້ມແຂງ, ສົ່ງເສີມບົດບາດຄວາມສໍາຄັນ ແລະ ຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງພາກພື້ນທີ່ພວມຜັນແປ. ດ້ວຍເຫດນີ້, ສປປ ລາວ ສະໜັບສະໜູນການເປັນປະທານອາຊຽນຂອງ ມາເລເຊຍ ປີ 2025 ພາຍໃຕ້ຄໍາຂວັນ: “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ”.
ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ບັນດາປະເທດສະມາຊິກ ອາຊຽນ, ຄູ່ເຈລະຈາອາຊຽນ ກໍຄືບັນດາຄູ່ຮ່ວມມືພາຍນອກ ແລະ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທີ່ໄດ້ໃຫ້ການຮ່ວມມື, ຊ່ວຍເຫລືອ ແລະ ສະຫນັບສະຫນູນ ສປປ ລາວ ໃນໄລຍະຜ່ານມາ, ລວມທັງການເປັນປະທານອາຊຽນ ຂອງ ສປປ ລາວ ທັງສາມຄັ້ງຜ່ານມາ.
ບັນດາທ່ານ, ພໍ່ແມ່ພີ່ນ້ອງ ທີ່ຮັກແພງທັງຫຼາຍ,
ຜົນສຳເລັດທັງໝົດ ທີ່ ສປປ ລາວ ພວກເຮົາຍາດມາໄດ້ຕະຫຼອດໄລຍະທີ່ເປັນສະມາຊິກອາຊຽນ ກໍຍ້ອນໄດ້ຮັບການຊີ້ນຳ-ນຳພາ ຢ່າງແທດເຖິງຂອງການນໍາພັກ-ລັດ ແລະ ຍ້ອນຄວາມເປັນເຈົ້າການຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ, ເຕັມສ່ວນ ແລະ ມີປະສິດທິພາບສູງເຂົ້າໃນວຽກງານອາຊຽນ. ໃນໂອກາດນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ລັດຖະບານ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຍ້ອງຍໍຊົມເຊີຍ ຕໍ່ການຮ່ວມມື, ຊ່ວຍເຫຼືອ, ສະໜັບສະໜູນ ແລະ ການປະກອບສ່ວນຂອງທຸກພາກສ່ວນຢ່າງສຸດໃຈ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງພອນໄຊອັນປະເສີດ ມາຍັງບັນດາທ່ານການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຕະຫຼອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າທັງຢູ່ພາຍໃນ ແລະ ຕ່າງປະເທດຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງທ່ານ ແລະ ຮ່ວມກັນສະເຫຼີມ ສະຫຼອງວັນອາຊຽນຄົບຮອບ 58 ປີ ແລະ ຄົບຮອບ 28 ປີ ຂອງການເຂົ້າເປັນສະມາຊິກອາຊຽນຂອງ ສປປ ລາວ ຢ່າງມີເນື້ອໃນ ແລະ ມີຄວາມໝາຍ.


