ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຜູ້ເເທນອົງຄະນະພັກເເຂວງອຸດົມໄຊ ຄັ້ງທີ X.

Aug 8, 2025

ກອງປະຊຸມໃຫຍ່ຜູ້ເເທນອົງຄະນະພັກເເຂວງອຸດົມໄຊຄັ້ງທີ X ໄຂຂື້ນໃນຕອນເຊົ້າ ວັນທີ 8 ສິງຫາ 2025 ຢູ່ສະໂມສອນໃຫຍ່ຂອງເເຂວງ ພາຍໃຕ້ກາຍເປັນປະທານຂອງສະຫາຍ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກເເຂວງ ເຈົ້າເເຂວງໆອຸດົມໄຊ,ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງເເນວລາວສ້າງຊາດ ທັງເປັນຜູ້ຊີ້ນໍາເເຂວງອຸດົມໄຊ, ມີບັນດາການນໍາຂັ້ນສູງພັກ-ລັດ,ອະດີດການນໍາຂັ້ນສູງພັກ-ລັດ ເເຂວງ, ຜູ້ເເທນສົມບູນຈໍານວນ 262 ສະຫາຍຍິງ 42ສະຫາຍ ທີ່ມາຈາກຂະເເໜງການຕ່າງໆ ເເລະ 7ເມືອງອ້ອມຂ້າງເເຂວງ, ເເນວລາວສ້າງຊາດ,ສອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,3ອົງການຈັດຕັ້ງມະຫາຊົນ,ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ໂອກາດນີ້ ສະຫາຍ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກເເຂວງ ເຈົ້າເເຂວງໆອຸດົມໄຊ ມີຄໍາເຫັນກ່າວໄຂກອງປະຊຸມ ພ້ອມທັງຜ່ານຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກເເຂວງສະໄຫມທີ 9 ຕໍ່ກອງປະຊຸມໃຫຍ່ຜູ້ເເທນອົງຄະນະພັກເເຂວງອຸດົມໄຊຄັ້ງທີ 10 ບາງຕອນສໍາຄັນທ່ານໃຫ້ຮູ້ວ່າ: ການດໍາເນີນກອງປະຊຸມໃຫຍ່ຜູ້ເເທນອົງຄະນະພັກເເຂວງອຸດົມໄຊຄັ້ງ 10 ມີຄວາມຫມາຍຄວາມສໍາຄັນຫລາຍ ເນື່ອງຈາກຜູ້ເເທນທີ່ເຂົ້າຮ່ວມໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເເຂວງ, ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີນັບເເຕ່ 2021-2025, ການນໍາພາ-ຊີ້ນໍາຢ່າງຮອບດ້ານຂອງຄະນະບໍລິຫານງານພັກເເຂວງຕະຫລອດໄລຍະ 5 ປີຜ່ານມາ ລວມເຖິງການວາງທິດທາງເເຜນການ 5 ປີໃນຕໍ່ຫນ້າ, ເຊິ່ງໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາຊີ້ນໍາຂອງຄະນະບໍລິຫານງານພັກເເຂວງອຸດົມໄຊສະໄຫມທີ 9 ເຫັນວ່າມີຜົນສໍາເລັດຫລາຍດ້ານ ໂດຍສະເພາະດ້ານວຽກງານສຶກສາອົບຮົມການເມືອງເເນວຄິດ ເເລະ ອອກເເຮງສ້າງຂະບວນການ ເຮັດວຽກງານການເມືອງເເນວຄິດໃຫ້ພະນັກງານ, ສະມາຊິກພັກ ຕະຫລອດຮອດປະຊາຊົນບັນດາເຜົ່າ ດ້ວຍຫຼາຍວິທີ, ຫຼາຍສ່ອງທາງຢ່າງກວ້າງຂວາງ ເເລະ ເເຂງເເຮງ ເຮັດໃຫ້, ພະນັກງານ, ສະມາຊິກພັກ ຕະຫລອດຮອດປະຊາຊົນບັນດາເຜົ່າມີຄວາມອຸ່ນອຽງ, ທຸ່ນທ່ຽງ, ເຊື່ອຫມັ້ນຕໍ່ການນໍາພາຂອງພັກ, ປະກອບສອບສ່ວນຢ່າງຫ້າວຫັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມຮັບຮູ້ເຂົ້າໃຈ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ດີ ເຮັດໃຫ້ມີສະຖຽນລະພາບທາງດ້ານການເມືອງຢ່າງຫນັກຫນັກເເຫນ້ນ ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ ປະຊາຊົນບັນດາເຜົ່າທໍາມາຫາກິນຢ່າງສະດວກສະບາຍ,ນອກຈາກນັ້ນການກໍ່ສ້າງພື້ນຖານໂຄງລ່າງ,ຖະຫນົນຫົນທາງ,ການຂະຫຍານຕ່າຫນ່າງການສຶກສາ, ສາທາລະນະສຸກ ລວມເຖິງການລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ເເກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ເເລະ ການຜະລິດກະສິກໍາເພື່ອຄໍ້າປະກັນສະບຽງອາຫານ ເເລະ ສົ່ງອອກເປັນສີນຄ້າ ໄດ້ຮັບການຂະຫຍາຍຕົວຢູ່ໃນລະດັບດີສົມຄວນ ເເລະ ອື່ນໆ.
May be an image of 1 person and text that says 'ายผู้แทม าย ยผุ้น แทม ติมเจ ឌខិជៀន တ กี้ X าบา 20 N. 小食' May be an image of text
ພາຍຫລັງຜູ້ເເທນກອງປະຊຸມໄດ້ຮັບຟັງຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກເເຂວງສະໄຫມທີ 9 ຈາກສະຫາຍ ບຸນຄົງ ຫລ້າຈຽມພອນ,ໄດ້ສືບຕໍ່ຮັບຟັງຮ່າງບົດລາຍງານເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ໃນໄລຍະ 2021-2025 ຈາກ ສະຫາຍ ອອ່ນເເກ້ວ ອຸ່ນອາລົມ ຄະນະປະຈໍາພັກເເຂວງ ຮອງເຈົ້າເເຂວງໆອຸດົມໄຊວ່າ: ການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ໃນໄລຍະ 2021 ຫາ 2025 ຂອງແຂວງໄດ້ຈັດຕັ້ງຜັນຂະຫຍາຍຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ 9 ຂອງອົງຄະນະພັກແຂວງເຊິ່ງໄດ້ກຳນົດທິດທາງພື້ນຖານໃນການສ້າງບາດລ້ຽວໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນຊຸມປີຕໍ່ໜ້າ ຕ້ອງສ້າງບັນດາປະຖົມປັດໄຈທາງດ້ານການເມືອງ-ແນວຄິດ, ລະບົບເສດຖະກິດ, ພື້ນຖານໂຄງລ່າງ, ວັດທະນະທຳສັງຄົມ, ນັບທັງການສ້າງຄົນ, ການບໍລິຫານ-ການປົກຄອງລັດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໃຫ້ໄດ້ຮັບການປັບປຸງຍົກລະດັບໃຫ້ມີຄວາມເຂັ້ມແຂງ, ມີການພັດທະນາຕາມທິດສີຂຽວ ແລະ ຍືນຍົງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຍົກລະດັບດີຂຶ້ນ, ຖືເອົາການພັດທະນາເປັນໃຈກາງຂອງທົ່ວພັກ-ທົ່ວປວງຊົນ ປະກອບສ່ວນເຮັດໃຫ້ເສດຖະກິດຂອງເເຂວງຂະຫຍາຍຕົວຢູ່ໃນລະດັບ 4,64 ສ່ວນຮ້ອຍ ລວມຍອດຜະລິດຕະພັນພາຍໃນບັນລຸ 11,672.85 ຕື້ກີບ ສະເລ່ຍລາຍຮັບຕໍ່ຫົວຄົນ ຫລາຍກວ່າ 30 ລ້ານກີບຕໍ່ຄົນ ຕໍ່ປີ ຫລື ເທົ່າກັບ1.500ໂດລາ.
ກອງປະຊຸມໃຫຍ່ຜູ້ເເທນອົງຄະນະພັກເເຂວງອຸດົມໄຊຄັ້ງທີ 10 ໄຂຂື້ນເປັນເວລາ 2 ວັນນັບເເຕ່ວັນທີ 8-9ສິງຫານີ້ ນອກຈາກໄດ້ຮັບຟັງຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກເເຂວງສະໄຫມທີ 9, ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີນັບເເຕ່ 2021-2025 ລວມເຖີງທິດທາງເເຜນການໃນ 5 ປີຕໍ່ຫນ້າ 2026 ຫາ 2030 ເເລະ ໄດ້ຮັບຟັງຮ່າງບົດລາຍງານໃນການສ້າງຫນ່ວຍພັກປອດໃສ,ເຂັ້ມເເຂງຫນັກເເຫນ້ນ ຫນ່ວຍພັກໂຮງຮຽນການເມືອງ-ການປົກຄອງ, ຮ່າງບົດລາຍງານບົດຮຽນໃນການຈັດຕັ້ງປະຕິບັດວາລະເເຫ່ງຊາດວ່າດ້ວຍການເເກ້ໄຂບັນຫາຢາເສບຕິດ, ຕິດພັນກັບການເເກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ຢູ່ເມືອງເເບງ,ບົດລາຍງານການຈັດຕັ້ງປະຕິບັດວາລະເເຫ່ງຊາດໃນການເເກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນຢູ່ເເຂວງອຸດົມໄຊ, ຮ່າງບົດລາຍງານຕົວເເບບໃນການດໍາເນີນທຸລະກິດການບໍລິການໂຮງເເຮມ ເເລະ ຮ້ານອາຫານຢູ່ເມືອງໄຊ, ບົດຮຽນໃນການຫັນພະນັກງານຫລັກເເຫລ່ງລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ເເລະ ການເເກ້ໄຂຄວາມທຸກຍາກໃຫ້ປະຊາຊົນຢູ່ເມືອງໄຊ, ບົດລາຍງານຕົວເເບບໃນການລ້ຽງປາເປັນສີນຄ້າ ເເລະ ບົດຮຽນໃນການສົ່ງເສີມການປູກພືດເປັນສີນຄ້າຢູ່ເມືອງນາຫມໍ້ ເເລະ ອື່ນໆ. ນອກຈາກນີ້ກອງປະຊຸມຍັງຈະໄດ້ບ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເເຂວງຊຸດໃຫມ່,ຮັບຮອງເອົາທິດທາງລວມ, ຄາດຫມາຍສູ້ຊົນໃນການພັດທະນາເເຂວງອຸດົມໄຊໃນ 5 ປີຕໍ່ຫນ້າ 2026 ຫາ 2030 ເພື່ອສ້າງພື້ນຖານອັນຫນັກເເຫນ້ນໃຫ້ເເຂວງອຸດົມໄຊ ເເລະ ຈະໄດ້ຮັບຟັງການໂອ້ລົມເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ຫນ້າຈາກທ່ານສີນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານເເນວລາວສ້າງຊາດຕື່ມອີກ.
May be an image of speaker, dais and text
ຂ່າວ : ເດດອາລຸນ
ພາບ : ວສລ