ໃນວັນທີ 8 ສິງຫາ 2025 ນີ້, ສະຫາຍ ປອ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານຜົນກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມພາກສ່ວນກ່ຽວຂ້ອງ.

ສະຫາຍ ປອ ວິໄລວົງ ບຸດດາຄຳ ໃຫ້ຮູ້ວ່າ: ໂດຍອີງຕາມ ຜົນການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ແລະ ຜົນກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ໃນວັນທີ 7 ສິງຫາ 2025 ມີດັ່ງນີ້: ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ປະກອບມີ 35 ສະຫາຍ, ຍິງ 2 ສະຫາຍ.
ກອງປະຊຸມ ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕັ້ງເອົາຄະນະປະຈຳພັກກະຊວງ 11 ສະຫາຍ ເຊິ່ງມີລາຍຊື່ດັ່ງນີ້:
1) ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ
2) ສະຫາຍ ພົນຕີ ວົງສອນ ອິນປານພິມ
3) ສະຫາຍ ພົນຕີ ສາຍໃຈ ກົມມະສິດ
4) ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ
5) ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ
6) ສະຫາຍ ພົນຕີ ພັນແສງ ບຸນພັນ
7) ສະຫາຍ ພົນຕີ ວັນທອງ ບຸດຕະວົງ
8) ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ
9) ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ
10) ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ
11) ສະຫາຍ ພົນຕີ ໄພວັນ ຈັນທະພົມມາ
ກອງປະຊຸມ ໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ:
1) ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ເປັນເລຂາຄະນະພັກ
2) ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນຮອງເລຂາຄະນະພັກ
3) ສະຫາຍ ພົນຕີ ສາຍໃຈ ກົມມະສິດ ເປັນຮອງເລຂາຄະນະພັກ
ກອງປະຊຸມ ໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ:
1) ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ເປັນປະທານກວດກາພັກ
2) ສະຫາຍ ພັນເອກ ແພງສີ ເສັງວິໄຊ ເປັນຮອງປະທານ
3) ສະຫາຍ ພັນເອກ ຂັນທະນູໄຊ ຈະເລີນສຸກ ເປັນຮອງປະທານ

ຂ່າວ: ຈິດ+ແສງເດືອນ ໜັງສືພິມກອງທັບ


