ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮັບ​ຮູ້​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ໃນ​ທຸກຂັ້ນ​ຕອນ​ຂອງ​ຈີນ ​ຈາກ​ການ​ຂໍຄຳ​ຄິດ​ເຫັນ​ປະຊາ​ຊົນ​ຜ່ານ​ທາ​ງ​ອິນ​ເຕີ​ເນັດ

Aug 9, 2025

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ໄດ້​ໃຫ້​ຄຳ​ຊີ້​ແຈງສຳ​ຄັນ​ກ່ຽວ​ກັບ​ການ​ຄົ້ນ​ຄວ້າ ​ຮັບ​ເອົາ​​ຄຳ​ຄິດ​ຄຳ​ເຫັນ ​ແລະ ​ຄຳ​ສະ​ເໜີ​ຂອງຊາວ​ເນັດທີ່​ມີ​ຕໍ່​ວຽກ​ງານ​ຮຽບ​ຮຽງແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັ​ງ​ຄົມ​ແຫ່ງ​ຊາດ​ 5 ປີ​ຄັ້ງ​ທີ 15(2026-2030).
ທ່ານ ​ສີ​ຈິ້ນ​ຜິງ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ກິດ​ຈະ​ກຳ​​ຂໍຄຳ​ຄິດ​ຄຳ​ເຫັນ ​ແລະ​ ຄຳ​ສະ​ເໜີ​ຂອງ​ຊາວເນັດ​ທີ່​ມີ​ຕໍ່​ວຽກ​ງານ​ຮຽບ​ຮຽງແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັ​ງ​ຄົມ​ແຫ່ງ​ຊາດ​ 5 ປີ​ຄັ້ງ​ທີ 15. ທ່ານໄດ້ຕີ​ລາ​ຄາ​ວ່າ​ກິດ​ຈະ​ກຳ​ຄັ້ງ​ນີ້​ມີ​​ຜູ້​ເຂົ້າ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ ​ແລະ ​​ກວມ​ເອົາຫຼາຍ​ຂົງ​ເຂດ​, ເປັນ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ມີ​ຊີ​ວິດ​ຊີ​ວາ​ຄັ້ງ​ໜຶ່ງ ໃນ​ການ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ໃນ​ທຸກ​ຂັ້ນ​ຕອນ, ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ຕັ້ງ​ໜ້າ​ຄົ້ນ​ຄວ້າ ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ ​ແລະ​ ຄຳ​ສະ​ເໜີ​ເຫຼົ່າ​ນີ້.
ທີ່​ຈິງ​ແລ້ວ, ​ໃນ​ປີ 2020, ລັດ​ຖະ​ບານ​ຈີນ​ກໍ​ໄດ້​ຂໍ​ຄຳ​ຄິດ​ຄຳ​ເຫັນ ​ແລະ​ ຄຳ​ສະ​ເໜີ​ຕໍ່​ທົ່ວ​ສັງ​ຄົມ​ຢ່າງກວ້າງ​ຂວາງຜ່ານ​ທາງ​ອິນ​ເຕີ​ເນັດ​ກ່ຽວ​ກັບວຽກ​ງານການ​ຮ​ຽບ​ຮ​ຽງແຜນພັດ​ທະ​ນາ​ເສ​ດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ5ປີ​ຄັ້ງ​ທີ 14(2021-2025), ​ຖື​ວ່າເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​​.
May be an image of speaker, crowd and dais
ພາຍ​ໃນ​ເວ​ລາ​ສອງ​ອາ​ທິດ​ເທົ່າ​ນັ້ນ, ກິດ​ຈະ​ກຳ​ຂໍ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ຜ່ານ​ທາງ​ອິນ​ເຕີ​ເນັດ​ໄດ້​ເກັບ​ກຳ​ຄຳ​ຄິດ​ເຫັນ ​ແລະ ​ຄຳ​ສະ​ເໜີ​ຈາກ​ທົ່ວ​ສັງ​ຄົມ​ລວມ​ທັງ​ໝົດ 1.018.000 ຂໍ້, ໃນ​ນີ້, ມີ​ຄຳ​ສະ​ເໜີ​ຂໍ້​ໜຶ່ງ​​ກ່ຽວ​ກັບ​ການ​ດຳ​ເນີນຮູບ​ແບບ​ການ​ລ້ຽງ​ດູ​ຜູ້​ເຖົ້າ​ລັກ​ສະ​ນະ​ຊ່ວຍ​ເຫຼືອ​​ເຊິ່ງ​ກັນ ​ແລະ ກັນ ແມ່ນ​ມາ​ຈາກ ທ່ານ ຫຼີ​ຕ້ຽນ​ໂປ່ ພະ​ນັກ​ງານ​ບ້ານ​ຕາ​ລາ​ເທີ​ສີ ເຂດ​ປົກ​ຄ​ອງ​ຕົນ​ເອງ​ມົງ​ໂກ​ໃນ ທີ່​ມີ​ນາມ​ແຝງວ່າ “ຢູນ​ຟ່ານ”. ຄຳ​ສະ​ເໜີ​ດັ່ງ​ກ່າວ ໄດ້​ຖືກ​ລະ​ບຸ​ໃນ​ແຜນ​ການ 5 ປີ​ຄັ້ງ​ທີ 14.
ໃນປຶ້ມ​ປົກ​ຂາວ “ປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ” ທີ່​ຈີນໄດ້​ເຜີຍ​ແຜ່​ໃນ​ວັນ​ທີ 4 ທັນ​ວາ 2021, ເລື່ອງ​ລາວ​ຂອງ “ຢູ​ນ​ຟ່ານ” ໄດ້​ຖືກ​ຍົກ​ເປັນ​ຕົວ​ຢ່າງ​ອັນ​ມີ​ຊີ​ວິດ​ຊີ​ວາ​ ກ່ຽວ​ກັບ​ພຶດ​ຕິ​ກຳ​ໃໝ່​ແຫ່ງ​ການ​ປະ​ຕິ​ບັດ​ປະ​ຊາ​ທິ​ປະໄ​ຕ​ປະ​ຊາ​ຊົນ​ໃນ​ທຸກຂັ້ນ​ຕອນ ​ເພື່ອ​ນຳ​ສະ​ເໜີ​ຕໍ່​ຊາວ​ໂລກໄດ້​ຮັບ​ຮູ້.
ເດືອນ​ພຶດ​ສະ​ພາ​ ປີ 2025, ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ໃຫ້​ຄຳ​ຊີ້​ແຈງ​ສຳ​ຄັນ​ຕໍ່​ວ​ຽກ​ງານ​ຮ​ຽບ​ຮຽງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5ປີ​ ຄັ້ງ​ທີ 15 ໂດຍ​ເນັ້ນ​ໜັກ​ໃຫ້​ຍຶດ​ໝັ້ນ​ກຳ​ນົດ​ນະ​ໂຍ​ບາຍ​ຕາມ​ຫຼັກ​ວິ​ທະ​ຍາ​ສາດ, ປະ​ຊາ​ທິ​ປະ​ໄຕ​ ແລະ ຕາມ​ກົດ​ໝາຍ, ​ຖື​ເອົາ​ການ​ອອກ​ແບບ​ຈາກ​ຂັ້ນ​ເທິງ​ສູງ​ສຸດ ​​ໃຫ້​ເປັນ​ເອ​ກະ​ພາບ​ກັນກັບ​ການ​ຂໍ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ປະ​ຊາ​ຊົນ ເພື່ອ​ສຳ​ເລັດ​ໜ້າ​ທີ່​ວຽກ​ງານ​ຮຽບ​ຮຽງ​ແຜນ​ການ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ.
May be an image of 15 people, clarinet, oboe and text that says '国务院新闻办公室 MOMOLNENININRIEM EE TE 智聞 国郎 ENGTE NPIRANTENORERA NPRIMIANITEN Works That Democracy China: Office Information of of China Council Republic State People's The the 中国的民主 (2021年12月) (2021 年12月) 中华人民共和国 国务院新闻办公室'
ວັນ​ທີ 20 ພຶດ​ສະ​ພາ 2025, ຈີນ​ໄດ້​ດຳ​ເນີນ​ກິດ​ຈະ​ກຳ​ຂໍຄວາມ​ຄິດ​ຄຳ​ເຫັນ​ຕໍ່​ວຽກ​ງານ​ຮຽບ​ຮຽງແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັ​ງ​ຄົມ​ແຫ່ງ​ຊາດ​ 5 ປີ​ຄັ້ງ​ທີ 15​ຜ່ານ​ທາງ​ອິນ​ເຕີ​ເນັດ. ພາຍ​ໃນ​ເວ​ລາພຽງໜຶ່ງ​ເດືອນ ໄດ້​ເກັບ​ກຳ​ຄຳ​ຄິດ​ເຫັນ​ຂອງ​ຊາວ​ເນັດ​ຫຼາຍກວ່າ 3.113.000 ຂໍ້ ເຊິ່ງ​​ກວມ​ເອົາ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ເສດ​ຖະ​ກິດ, ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ ເປັນ​ຕົ້ນ. ປະ​ຊາ​ຊົນ​ທັງ​ຫຼາຍໄດ້​ຕັ້ງ​ໜ້າ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ ເຊິ່ງ​ບໍ່​ພຽງ​ແຕ່​ສ່ອງ​ແສງໃຫ້​ເຫັນ​ເຖິງ ການ​ຍົກ​ລະ​ດັບ​ຮູບ​ການ​ປະ​ກອບ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ໃນ​ຍຸກ​ດິ​ຈີ​ຕອນ​ເທົ່າ​ນັ້ນ, ຍັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​​ພັກ​ຄອມ​ມູ​ນິດ​ຈີນ ​ແລະ​ ລັດ​ຖະ​ບານ​ຈີນ​ ທີ່ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ ແລະ​ ຮັບ​ຟັງ​ສຽງ​ຂອງ​ປະ​ຊາ​ຊົນ​ຢ່າງກ​ວ້າງ​ຂວາງກວ່າ​ເກົ່າ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ.
ນັບ​ມາ​ຮອດ​ເດືອນ​ມິ​ຖຸ​ນາ ປີ 2025, ຈຳ​ນວນ​ຊາວ​ເນັດ​ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 1ຕື້ 123 ​ລ້ານ​ຄົນ, ອິນ​ເຕີ​ເນັດ​ໄດ້​ກາຍ​ເປັນ “ທີ່​ໝັ້ນ​ໃໝ່” ແຫ່ງ​ການ​ປົກ​ຄອງບໍ​ລິ​ຫານ​ປະ​ເທດ​ໃນ​ຍຸກ​ໃໝ່. ທ່ານ ​ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ໃຫ້​ຕ້ອງ​ເປັນ​ເຈົ້າ​ການນຳ​ໃຊ້ອິນ​ເຕີ​ເນັດ ເຊິ່ງ​ເປັນ​ປັດ​ໄຈ​ສຳ​ຄັນ​ທີ່ພາ​ໃຫ້​ເກີດ​ມີ​ປະ​ສິດ​ທິ​ຜົນ​ຫຼາຍ​ທີ່​ສຸດ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ພະ​ນັກ​ງານ​ການ​ນຳ​ຈົ່ງ​ຮູ້​ວິ​ທີ​ໃນ​ການ​ໝູນ​ໃຊ້​ອິນ​ເຕີ​ເນັດ ​​ເຂົ້າ​ໃນ​ການ​ຊອກ​ຮູ້​ຄວາມ​ຄິດ​ເຫັນ​ຂອງ​ປະ​ຊາ​ຊົນ ແລະ ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ.
May be an image of 5 people
ວັນ​ທີ 10 ມິ​ຖຸ​ນາ 2025, ກອງ​ປະ​ຊຸມ​ຄວາມ​ສິ​ວິ​ໄລ​ດ້ານ​ອິນ​ເຕີ​ເນັດ​ຈີນ 2025 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ເຫີ​ເຝີຍ ແຂວງ​ອ່ານ​ຮຸ່ຍ​, ຢູ່​ສະ​ຖານ​ທີ່​ຈັດ​ເວ​ທີ​ປາ​ໄສ​ຫຼັກ​ຂອງກອງ​ປະ​ຊຸມ ​ໄດ້​ວາງ​ສະ​ແດງ​ຜົນຂອງ​​ການ​ປະ​ກວດ​ 100 ບັນ​ຊີ ສື່ສັງ​ຄົມ​ອອນ​ລາຍທີ່​ມີ​ຜົນ​ງານ​ພົ້ນ​ເດັ່ນ​ໃນ​ການ​ປະຕິ​ບັດ​ແນວ​ທາງ​ມະ​ຫາ​ຊົນ​ທາງ​ອິນ​ເຕີ​ເນັດ. ນັບ​ມາ​ຮອດ​ປັດ​ຈຸ​ບັນ, ຄະ​ນະ​ກຳ​ມະ​ການ​ຄວາມ​ປອດ​ໄພ​ທາງໄຊ​ເບີ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນຂ່າວ​ສານ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ໄດ້​ຄັດ​ເລືອກ​ບັນ​ຊີ​​ອອນ​ລາຍ​​ດີເດັ່ນ 400 ບັນ​ຊີ​ ທີ່​ມີ​ອິດ​ທິ​ພົນໃນ​ການເຜີຍ​ແຜ່​ໂຄ​ສະ​ນາ, ມີ​ອິດ​ທິ​ພົນຊັກ​ຈູງ ແລະ ​ມີ​ຄວາມ​ໜ້າ​ເຊື່ອ​ຖື.
ຈາກ​ເລື່ອງ​ລາວ​ກ່ຽວ​ກັບ​ຊາວ​ເນັດ​ທີ່​ຊື່​ວ່າ “ຢູນ​ຟ່ານ” ຮອດ ຊາວ​ເນັດ​ປະ​ກອບ​ຄຳ​ເຫັນ​ຫຼາຍກວ່າ 3.113.000 ຂໍ້ກ່ຽວ​ກັບ​ຮຽບ​ຮຽງ​ແຜນ​ພັດ​ທະ​ນາ​ເສດ​ຖ​ະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ ​ຄັ້ງ​ທີ15, ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ໃນ​ທຸກ​ຂັ້ນ​ຕອນ ​ໄດ້​ຮັບ​ການ​ເສີມ​ຂະ​ຫາຍ​ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງໃນ​ຂະ​ບວນ​ການ​ປະ​ຕິ​ບັດ​ຕົວ​ຈິງ ແລະ​ ຍັງ​ເຮັດ​ໃຫ້​ທ່າ​ແຮງ​ຂອງ​ລະ​ບອບ​ປະ​ຊາ​ຊົນ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ ​ສາ​ມາດສຳ​ຜັດ​ໄດ້​ ແລະ ​ຮັບ​ຮູ້​ໄດ້​ຫຼາຍກວ່າ​ເກົ່າ.