ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະບານ ຍີ່ປຸ່ນ ມອບອຸປະກອນ-ກົນຈັກ ສ້ອມແປງຂົວທາງ ໃຫ້ ກະຊວງ ຍທຂ

Aug 9, 2025

ຕອນເຊົ້າວັນທີ 8 ສິງຫາ 2025 ນີ້ ໄດ້ມີພິທີ ມອບ-ຮັບ ອຸປະກອນ-ກົນຈັກ ສ້ອມແປງຂົວທາງ ລະຫວ່າງລັດຖະບານຍີ່ປຸ່ນ ແກ່ລັດຖະບານລາວ ພາຍໃຕ້ໂຄງການ ພັດທະນາເສດຖະກິດ-ສັງຄົມ ສົກ 2023 ລວມມູນຄ່າ 1,500 ລ້ານເຢນ. ໂດຍຕາງໜ້າມອບ-ຮັບລະຫວ່າງ ທ່ານ ໂຄະອິຊຶມິ ຊຶໂຕະມຸ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ ກັບ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ລັດວິສາຫະກິດ ກໍ່ສ້າງທາງເລກ 8 ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8.
May be an image of 1 person, dais and text that says 'ผาม เย็่ม จาราลัดฤะยาบ ถทภาะมาเสดทะกิด ហ สังถิม สิทป์ ฎองวงจัม የራ យនិយា 0e ลิขา 2025' May be an image of 8 people, dais and wedding
ທ່ານ ໂຄະອິຊຶມິ ຊຶໂຕະມຸ ກ່າວວ່າ: ການຊ່ວຍເຫຼືອຄັ້ງນີ້ ປະເທດຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລ້າ ເປັນມູນຄ່າປະມານ 1,500 ເຢັນ ຫຼື ປະມານ 10 ລ້ານໂດລາສະຫະລັດ ເຂົ້າໃນການຈັດຊື້ກົນຈັກໜັກກໍ່ສ້າງແບບຄົບຊຸດ ໃນການປັບປຸງຖະໜົນຫົນທາງໂດຍນໍາໃຊ້ຢາງມະຕອຍເກົ່າທີ່ເຊື່ອມສະພາບແລ້ວ ສາມາດເອົາມານໍາໃຊ້ຄືນໃໝ່.
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ຍທຂ ກ່າວບາງຕອນວ່າ : ອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນ ທີ່ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອລ້າຄັ້ງນີ້ແມ່ນ ພາຍໃຕ້ໂຄງການ ເສດຖະກິດ ແລະ ການພັດທະນາ ເພື່ອນຳໃຊ້ເຂົ້າໃນວຽກງານສ້ອມແປງ ແລະ ປັບປຸງ ເສັ້ນທາງທີ່ຖືກຜົນກະທົບຈາກໄພພິບັດທາງທໍາມະຊາດ ໃນຂອບເຂດທົ່ວປະເທດຂອງ ສປປ ລາວ ແລະ ຂໍໃຫ້ຄຳໜັ້ນສັນຍາຕໍ່ລັດຖະບານຍີ່ປຸ່ນກໍ່ຄື ປະຊາຊົນຍີ່ປຸ່ນ ວ່າຈະນໍາໃຊ້ອຸປະກອນ ແລະ ລົດກົນຈັກເຫຼົ່ານີ້ໃຫ້ເກີດຜົນປະໂຫຍດສູງສຸດ ໃນວຽກງານພັດທະນາວຽກງານພື້ນຖານໂຄງລ່າງ ຂອງ ສປປ ລາວ. ກະຊວງໂຍທາທິການ ແລະ ຂົນສົ່ງ ຂໍມອບການຊ່ວຍເຫຼືອໃນຄັ້ງນີ້ ໃຫ້ກັບ 3 ລັດວິສາຫະກິດຂອງກະຊວງ ຍທຂ ຄືລັດວິສາຫະກິດກໍ່ສ້າງທາງເລກ 8, ລັດວິສາຫະກິດວິສະວະກຳຄົມມະນາຄົມ ແລະ ລັດວິສາຫະກິດກໍ່ສ້າງຄົມມະນາຄົມ.
May be an image of 1 person, dais and text that says 'ากลดทะ ภะมาเสดทะกิด สังถิม ส อาอจจัม, ባ 08 สิขาา 2025' May be an image of 1 person, dais and text
ທ່ານ ພູເພື່ອນ ແສງພະຈັນ ຜູ້ອຳນວຍການ ລັດວິສາຫະກິດ ກໍ່ສ້າງທາງເລກ 8 ຕາງໜ້າໃຫ້ລັດວິສາຫະກິດ 3 ແຫ່ງ ກ່າວຂອບໃຈວ່າ : ຕາງໜ້າໃຫ້ທັງ 3 ລັດວິສາຫະກິດ, ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະ ຂອບໃຈຢ່າງເລິກເຊິ່ງ ຕໍ່ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າແກ່ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນ ລັດວິສາຫະກິດ 3 ພາກສ່ວນຂອງພວກເຮົາ, ຊຶ່ງເປັນການຊ່ວຍເຫຼືອອັນສຳຄັນ ເຂົ້າໃນວຽກງານປົກປັກຮັກສາ ແລະ ພັດທະນາຂະແໜງ ພື້ນຖານໂຄງລ່າງ ດ້ານຄົມມະນາຄົມ ແລະ ຂົນສົ່ງ ຂອງ ສປປ ລາວ.
May be an image of 2 people and text that says 'り ហលេ១ 1,500 ล้าม เยม จางลัดทะขา าม พัดทะมาเสดทะภิด สังถ็ม สิภป์ อัมหัำซิค อัมห์ สิงขา 2025 ะถงมปวาวรา ถอม 音小' May be an image of 2 people, oboe, violin, dais and text
ອຸປະກອນ-ກົນຈັກດັ່ງກ່າວແມ່ນຈະຖືກນໍາໃຊ້ເຂົ້າໃນວຽກງານການພັດທະນາ, ບູລະນະສ້ອມແປງ ແລະ ປັບປຸງ ຂົວທາງ ເປັນຕົ້ນແມ່ນເສັ້ນທາງຫຼວງແຫ່ງຊາດໃນຂອບເຂດທົ່ວປະເທດ.
May be an image of text that says 'TADANO TADANO വവി' May be an image of 8 people and text
May be an image of 1 person and text that says 'intertok 聖山 ፍት 品' May be an image of service vehicle, snowplow and text