ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

65 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ວສລ ໃນການເປັນກະບອກສຽງອັນແຫຼມຄົມຂອງພັກ

Aug 9, 2025

ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ເປັນພາຫະນະສື່ມວນຊົນໜຶ່ງທີ່ສໍາຄັນໃນການເຮັດໜ້າທີ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລັດ, ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1960 ທີ່ເມືອງວຽງໄຊ ແຂວງຫົວພັນ ເຂດປົດປ່ອຍພາກເໜືອຂອງລາວ ເມື່ອກອນມີຊື່ເອີ້ນວ່າ: “ ວິທະຍຸກະຈາຍສຽງຝ່າຍປະເທດລາວ ” ເຊິ່ງກໍາເນີດເກີດຂຶ້ນໃນທ່າມປາງແປວໄຟສົງຄາມທີ່ດຸເດືອດຂ້ຽວຂາດທີ່ສຸດ, ຫຍຸ້ງຍາກຂາດເຂີດວັດຖຸ-ອຸປະກອນ ແລະ ບຸກຄະລາກອນທີ່ສຸດ. ມາຮອດປັດຈຸບັນ, ໄດ້ປ່ຽນຊື່ມາເປັນ “ ວິທະຍຸກະຈາຍສຽງແຫ່ງຊາດລາວ ” ໂດຍໄດ້ເຕີບໃຫຍ່ຂະຫຍາຍຕົວ ທັງດ້ານປະລິມານ ແລະ ຄຸນນະພາບ, ໄດ້ຮັບການພັດທະນາຢ່າງວ່ອງໄວ, ທັນສະໄໝ ສາມາດດຶງດູດຜູ້ຟັງໄດ້ເປັນຢ່າງດີ, ທັງເປັນກະບອກສຽງອັນແຫລມຄົມໃຫ້ພັກ ແລະ ລັດຖະບານ ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະ ເຫດການສຳຄັນຕ່າງໆ ໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ.
May be an image of 3 people and people studying May be an image of 3 people
ທ່ານ ບົວໄລ ພານຸວົງ ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງເເຫ່ງຊາດລາວ ໄດ້ມີຄຳເຫັນໃນໂອກາດກະກຽມສະເຫລີມສະຫລອງ ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍລາວ ທີ 13 ສິງຫາ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງວິທະຍຸກະຈາຍສຽງເເຫ່ງຊາດລາວ ຄົບຮອບ 65 ປີ ທີ່ຈະມາເຖິງນີ້ ໂດຍທ່ານໄດ້ຍົກໃຫ້ເຫັນມູນເຊື້ອ, ປະຫວັດຄວາມເປັນມາ, ຕົ້ນກໍາເນີດ, ການເຄື່ອນໄຫວ ເເລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ວິທະຍຸກະຈາຍສຽງແຫ່ງຊາດລາວ ໃນເເຕ່ລະໄລຍະ. ຕະຫຼອດໄລຍະຜ່ານມາ ວິທະຍຸກະຈາຍສຽງເເຫ່ງຊາດລາວ ກໍຄື ວິທະຍຸກະຈາຍສຽງຝ່າຍປະເທດລາວ ໃນເມື່ອກ່ອນ ໄດ້ເຮັດໜ້າທີ່ການເມືອງຂອງຕົນຢ່າງເເຂງເເຮງ ເພື່ອປຸກລະດົມຂົນຂວາຍປະຊາຊົນ ລຸກຮືຂຶ້ນເຮັດການປະຕິວັດ ເພື່ອຕ້ານກັບຈັກກະພັດລ່າເມືອງຂຶ້ນ ແລະ ພວກປະຕິການຂາຍຊາດຢ່າງພິລະອາດຫານ, ສາມາດເວົ້າໄດ້ວ່າ ວິທະຍຸກະຈາຍສຽງຝ່າຍປະເທດລາວ ເປັນອາວຸດອັນແຫຼມຄົມຂອງພັກ, ເປັນກະບອກສຽງໂຄສະນາແນວທາງການເມືອງຂອງພັກ, ເປັນໂຄສົກຂອງການຈັດຕັ້ງປະຕິວັດ, ເປັນເວທີສະແດງຄໍາຄິດຄໍາເຫັນຂອງປະຊາຊົນລາວຜູ້ຮັກຊາດ ທັງເຮັດໜ້າທີ່ປຸກລະດົມຂົນຂວາຍທຸກກໍາລັງເຂົ້າຮ່ວມສະໜາມຮົບຕໍ່ສູ້ປົດປ່ອຍຊາດຢ່າງດຸເດືອດຂ້ຽວຂາດ ດ້ວຍຄວາມສະໝັກໃຈຕື່ນຕົວສູງທີ່ສຸດ. ນັບເເຕ່ປະເທດຊາດໄດ້ຮັບການປົດປ່ອຍ, ວິທະຍຸກະຈາຍສຽງຝ່າຍປະເທດລາວ ໄດ້ປ່ຽນຊື່ມາ ເປັນວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໄດ້ພັດທະນາຕົນເອງໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງທາງດ້ານປະລິມານ ແລະ ຄຸນນະພາບ, ດ້ານເນື້ອໃນ ແລະ ເຕັກນິກຕ່າງໆ ໄດ້ນໍາໃຊ້ລະບົບທັນສະໄໝ ເພື່ອເປັນພື້ນຖານໃນການຂະຫຍາຍສະຖານີວິທະຍຸ ຢູ່ແຕ່ລະທ້ອງຖິ່ນ. ຄຽງຄູ່ກັນນີ້, ວິທະຍຸກະຈາຍສຽງເເຫ່ງຊາດລາວ ນັບມື້ມີບົດບາດສໍາຄັນ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານໃນແຕ່ລະໄລຍະ, ສະໜອງຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ສາລະບັນເທີງ ພ້ອມທັງນໍາສະເໜີຂໍ້ມູນຂ່າວສານເຫດການສໍາຄັນຕ່າງໆ ໃຫ້ສັງຄົມ ໄດ້ຮັບຮູ້ ເເລະ ອື່ນໆ.
May be an image of speaker, television, newsroom and text May be an image of 1 person, television, speaker, newsroom and text
ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ເຄື່ອນໄຫວວຽກງານວິຊາສະເພາະຂອງຕົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ມີຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ: ໄດ້ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ ແລະ ລະບຽບກົດໝາຍຂອງລັດ ໃນແຕ່ລະໄລຍະ ດ້ວຍການເຮັດເປັນຂ່າວ, ເປັນບົດປະກອບສຽງ, ປະກອບພາບເຄື່ອນໄຫວ ແລະ ຜັນຂະຫຍາຍອອກໃນລາຍການຕ່າງໆຢ່າງເໝາະສົມ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ໂຄສະນາເຫດການສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ການເຄື່ອນໄຫວດ້ານການເມືອງ, ເສດຖະກິດ-ສັງຄົມ, ວັດທະນະທໍາ-ປະເພນີອັນດີງາມຂອງຊາດ ເຊິ່ງໄດ້ອັດລາຍການຕ່າງໆ ອອກອາກາດທັງໝົດ 1.421 ຊົ່ວໂມງ, ສົ່ງລາຍການອອກອາກາດໃນລະບົບ AM ແລະ FM ໄດ້ 12.700 ຊົ່ວໂມງ, ພ້ອມທັງ ຜະລິດວິດີໂອ, ສາລະຄະດີ, ຂ່າວ, ບົດຕ່າງໆ ອອກທາງເວັບໄຊ, ເຟສບຸກ ແລະ ຢູທູບ ຕື່ມອີກ ເພື່ອເຜີຍແຜ່ຂໍ້ມູນຂ່າວສານສຳຄັນຕ່າງງໆໃຫ້ສັງຄົມໄດ້ຮັບຮູ້ຢ່າງກ້ວາງຂວາງ, ວ່ອງໄວ ແລະ ທັນເຫດການ.
May be an image of 7 people, television and text