ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ (ສມປຊ) ຈັດຂຶ້ນໃນວັນທີ 8 ສິງຫາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ພ້ອມດ້ວຍແຂກຖືກເຊີນ, ມີອະດີດການນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ອົງການອ້ອມຂ້າງສູນກາງພັກ, ສະຖາບັນການສຶກສາ, ໂຮງຮຽນ ການເມືອງ-ການປົກຄອງແຂວງ, ນະຄອນຫລວງ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ຄະນະພັກເມືອງ, ບ້ານ, ສະມາຊິກພັກພະນັກງານ, ຄູ-ອາຈານ, ນັກສຶກສາ ພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມ. ໃນນັ້ນ, ສະມາຊິກພັກສົມບູນ ເຂົ້າຮ່ວມທັງໝົດ 173 ສະຫາຍ, ຍິງ 75 ສະຫາຍ ແລະ ແຂກຖືກເຊີນ 33 ສະຫາຍ.

ສະຫາຍ ພູວົງ ອຸ່ນຄຳແສນ ໄດ້ກ່າວເປີດກອງປະຊຸມໃຫຍ່, ພ້ອມທັງຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ສະໄໝທີ V ໂດຍສະຫາຍໄດ້ເນັ້ນໜັກວ່າ: ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງອົງ ຄະນະພັກ ສມປຊ ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນຍິ່ງ ໃນຊີວິດການເມືອງຂອງພັກ ກໍຄື ຂອງ ສມປຊ, ເປັນການປະຕິບັດຫລັກການຈັດຕັ້ງ, ແບບແຜນນຳພາວິທີເຮັດວຽກ, ເປັນບັ້ນດຳເນີນຊີວິດການເມືອງພາຍໃນຄະນະ ພັກ, ສະມາຊິກພັກທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາບົດລາຍງານການເມືອງ ແລະ ບົດສຳຫລວດການນຳພາລວມຂອງຄະນະພັກ ຊຸດທີ V ແລະ ແຜນພັດ ທະນາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄລຍະ 2026-2030. ໃນນັ້ນ, ໄດ້ຕີລາຄາດ້ານດີ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນການນຳພາ-ຊີ້ນຳ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນ 5 ປີຜ່ານມາ, ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນ 5 ປີຕໍ່ໜ້າ (2026-2030).

ໃນໄລຍະ 5 ປີຜ່ານມາ, ສະຖານບັນການເມືອງ ແລະ ການປົກຄອງແຫ່ງຊາດຍາດ ໄດ້ຜົນງານພົ້ນເດັ່ນຫລາຍດ້ານ. ໃນນັ້ນ, ດ້ານການເມືອງ-ແນວຄິດ ເຊິ່ງຍາມໃດກໍຖືວຽກງານດັ່ງກ່າວ ເປັນວຽກງານກົກ, ເປັນວຽກບຸລິມະສິດສຳຄັນອັນດັບໜຶ່ງໃນການຈັດຕັ້ງ ແລະ ການເຄື່ອນໄຫວນຳພາຂອງຕົນ, ຈັດຕັ້ງເຊື່ອມຊຶມບັນດາເອກະສານທີ່ສໍາຄັນ ຂອງພັກ-ລັດ ມີຫລາຍກວ່າ 51 ເອກະສານ, ມີຜູ້ເຂົ້າຮ່ວມ 10.490 ເທື່ອສະຫາຍ; ດ້ານການຮຽນ-ການສອນ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ປ່ຽນແປງໃໝ່ເນື້ອໃນ, ຫລັກສູດ, ວິທີການສິດສອນທິດສະດີການເມືອງ ແນໃສ່ຍົກສູງຄຸນນະພາບການກໍ່ສ້າງ, ບໍາລຸງພະນັກງານນໍາພາສືບທອດປ່ຽນແທນ, ພະນັກງານນຳພາ-ຄຸ້ມຄອງຂັ້ນກາງ, ຂັ້ນສູງໃນລະບົບການເມືອງ ໂດຍໄດ້ພັດທະນາຫລັກສູດຂັ້ນກາງ ແລະ ຂັ້ນສູງ, ຫລັກສູດຝຶກອົບຮົມຕາມຫົວຂໍ້ສະເພາະ ແລະ ພັດທະນາຫລັກສູດລະບົບກໍ່ສ້າງປະລິນຍາໂທການເມືອງ-ການປົກຄອງ 7 ສາຂາວິຊາ (ສ້າງໃໝ່); ສ້າງຫລັກສູດປະລິນຍາເອກ 4 ສາຂາວິຊາ (ສາຂາປັດຊະຍາ, ສາຂາເສດຖະສາດການເມືອງ, ສາຂາກໍ່ສ້າງພັກ ແລະ ສາຂາການປົກຄອງ) ເຊິ່ງໄດ້ຮັບອະນຸມັດໃຫ້ຈັດຕັ້ງປະຕິບັດຈາກກະຊວງສຶກສາທິການ ແລະ ກິລາ ແລ້ວ 2 ສາຂາ (ສາຂາປັດຊະຍາ ແລະ ສາຂາເສດຖະສາດການເມືອງ) ແລະ ອື່ນໆ. ໄລຍະ 5 ປີຜ່ານມາ ມີພະນັກງານນໍາພາ-ຄຸ້ມຄອງ ຂັ້ນຕ່າງໆ ໄດ້ມາບໍາລຸງຍົກລະດັບໄລຍະສັ້ນໃນລະບົບຕ່າງໆ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຫລາຍກວ່າ 2.100 ສະຫາຍ, ຍິງ 600 ກວ່າສະຫາຍ. ນອກຈາກນີ້, ການນຳພາວຽກງານຄົ້ນຄວ້າທິດສະດີ ແລະ ສະຫລຸບພຶດຕິກຳ; ວຽກງານຄົ້ນຄວ້າ ແນວຄິດໄກສອນ ພົມວິຫານ; ການນຳພາ-ຊີ້ນໍາດ້ານວິຊາການຕໍ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫລວງ; ການນຳພາ-ຊີ້ນຳວຽກງານຂໍ້ມູນຂ່າວສານການເມືອງ-ການປົກຄອງ; ການນໍາພາວຽກງານພັກ-ພະນັກງານ; ການນໍາພາອົງການຈັດຕັ້ງມະຫາຊົນ; ການນໍາພາວຽກງານພົວພັນກັບຕ່າງປະເທດ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ປະສົບຜົນສຳເລັດຕາມຄາດໝາຍທີ່ໄວ້.

ກອງປະຊຸມ ໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກ ສມປຊ ສະໄໝທີ VI ເຊິ່ງຜູ້ຮັບສະໝັກເລືອກຕັ້ງມີທັງໝົດ 12 ສະຫາຍ, ຍິງ 4 ສະຫາຍ. ໃນນັ້ນ, ເລືອກເອົາຄະນະບໍລິຫານງານພັກ ຊຸດທີ VI ຈໍານວນ 9 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະພາບເລືອກເອົາ ສະຫາຍ ພູວົງ ອຸ່ນຄຳແສນ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ດາວສະຫວັນ ເຄືອມີໄຊ ເປັນຮອງເລຂາ. ພ້ອມນີ້, ຍັງໄດ້ເລືອກເອົາ ສະຫາຍ ຄໍາໃບ ມາລາສິນ ເປັນປະທານກວດກາຄະນະພັກ ສມປຊ, ສະຫາຍ ສົມສີ ຈັນຕະພົມ ແລະ ສະຫາຍ ນາງ ອານົງ ຂັນທະຍົງ ເປັນຮອງປະທານກວດກາ ຄະນະພັກ ສມປຊ.
ພາບ: ເກດສະໜາ


