ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປ່ອຍຍຸງໂວບັກເຄຍ ເພື່ອຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ

Aug 9, 2025

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກຮ່ວມກັບອົງການຊ່ວຍເຫຼືອເດັກສາກົນປະຈຳລາວ ໄດ້ຈັດພິທີປ່ອຍຍຸງໂວບັກເຄຍ ແລະ ຍ່າງເພື່ອສຸຂະພາບຂອງໂຄງການຫຼຸດຜ່ອນການສົ່ງເຊື້ອໄຂ້ຍຸງລາຍ ໂດຍການນໍາໃຊ້ຍຸງໂວບັກເຄຍຢູ່ລາວ ຂຶ້ນວັນທີ 9 ສິງຫາ 2025 ທີ່ສວນປະຕູໄຊ ນະຄອນຫຼວງວຽງຈັນ ມີທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານທູດອົດສະຕຣາລີປະຈຳລາວ ທ່ານຫົວໜ້າອົງການຊ່ວຍເຫຼືອເດັກສາກົນປະຈຳລາວ ບັນດາຫົວໜ້າຮອງຫົວໜ້າກົມ ເຈົ້າເມືອງ ພະແນກການ ອສບ ບ້ານ ແລະ ມວນຊົນນະຄອນຫຼວງວຽງຈັນເຂົ້າຮ່ວມ.
ທ່ານ ໃບຄຳ ຂັດທິຍະ ກ່າວວ່າ: ດັ່ງທີ່ພວກເຮົາຮູ້ນໍາກັນພະຍາດໄຂ້ຍຸງລາຍເປັນໜຶ່ງໃນພະຍາດທີ່ແຜ່ລະບາດໃນລະດູຝົນ ທຸກປີມັນໄດ້ຄຸກຄາມຕໍ່ຊີວິດຂອງປະຊາຊົນ ສະນັ້ນເພື່ອປ້ອງກັນຊີວິດຂອງປະຊາຊົນ ພ້ອມທັງຈຳກັດການລະບາດຂອງເຊື້ອພະຍາດໄຂ້ຍຸງລາຍນັບມື້ໃຫ້ໜ້ອຍລົງ ພວກເຮົາທຸກພາກສ່ວນຈຶ່ງໄດ້ພ້ອມກັນຈັດຕັ້ງປະຕິບັດຍຸດທະສາດ 5 ປ ເພື່ອກຳຈັດ ແລະ ຄວບຄຸມແຫຼ່ງເພາະພັນຂອງຍຸງລາຍ ຕະຫຼອດຜ່ານມາ ໂດຍເປັນເຈົ້າການຂອງອົງການປົກຄອງທ້ອງຖິ່ນ ຊຸມຊົນ ແລະ ປະຊາຊົນທຸກຄົນ ຈຶ່ງໄດ້ເຮັດໃຫ້ອັດຕາການເສຍຊີວິດຈາກພະຍາດໄຂ້ຍຸງລາຍນັບມື້ນັບຫຼຸດລົງເປັນດຳລັບ ໂຄງການເພາະພັນ ແລະ ປ່ອຍຍຸງໂວບັກເຄຍໄດ້ເລີ່ມມາແຕ່ປີ 2022 ເປັນຕົ້ນມາ ແລະ ໄດ້ຈັດຕັ້ງປະຕິບັດມາໄດ້ 2 ໄລຍະ ເຊິ່ງໄລຍະທີ 2 ປີ 2025-2028 ຈະຂະຫຍາຍພື້ນທີ່ຈາກ 2 ເມືອງເປັນ 9 ເມືອງໃນນະຄອນຫຼວງວຽງຈັນ ແລະ ຈະຂະຫຍາຍໄປສູ່ 4 ແຂວງເປົ້າໝາຍໃນຂອບເຂດທົ່ວປະເທດ ຕາງໜ້າໃຫ້ລັດຖະບານລາວກໍຄືກະຊວງສາທາລະນະສຸກ ແລະ ປະຊາຊົນລາວບັນດາເຜົ່າສະແດງຄວາມຊົມເຊີຍມາຍັງລັດຖະບານອົດສະຕຣາລີ ໂດຍສະເພາະສະຖານທູດອົດສະຕຣາລີປະຈຳລາວ ທີ່ໄດ້ເປັນໃຈກາງປະສານງານອັນໄດ້ເຮັດໃຫ້ໂຄງການນີ້ເກີດຂຶ້ນ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ຂອບໃຈມາຍັງອົງການຊ່ວຍເຫຼືອເດັກສາກົນທີ່ເປັນຄູ່ຮ່ວມງານທີ່ດີທີ່ເຮັດໃຫ້ໂຄງການນີ້ໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດ.
No photo description available.
ທີ່ມາ: ເສດຖະກິດ-ສັງຄົມ