ພິທີຈັດກິດຈະກຳແລ່ນມິນິມາລາທອນເພື່ອສະເຫຼີມສະຫຼອງ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ (15 ສິງຫາ 1991 – 15 ສິງຫາ 2025) ແລະ ການລະດົມທຶນຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທຳມະຊາດ (ພະຍຸໜູນເຂດຮ້ອນວິພາ) ໄດ້ຈັດຂຶ້ນໃນວັນທີ 10 ສິງຫາ 2025, ທີ່ເດີ່ນດ້ານໜ້າຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສາດສະດາຈານ ປະລິນຍາເອກ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ມີບັນດາການນໍາຈາກສະພາແຫ່ງຊາດ, ກະຊວງ, ອົງການ, ບັນດາທ່ານທຸຕານຸທູດ, ກົງສູນ, ອົງການສາກົນປະຈໍາລາວ ແລະ ນັກກິລາເຂົ້າຮ່ວມ.

ທ່ານ ສາດສະດາຈານ ປະລິນຍາເອກ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ຈຸດປະສົງໃນການຈັດກິດຈະກຳໃນຄັ້ງນີ້ກໍເພື່ອເປັນການສະເຫຼີມສະຫຼອງຕ້ອນຮັບ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ ແລະ ເພື່ອສ້າງບັນຍາກາດອັນເບີກບານມ່ວນຊື່ນ ຊຸກຍູ້ຂະບວນການສ້າງຜົນງານ ຂໍ່ານັບຮັບຕ້ອນ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 50 ປີ (ວັນທີ 2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງ ປະຊາຊົນລາວບັນດາເຜົ່າ ຄົບຮອບ 105 ປີ. ພ້ອມທັງ ເປັນການສົ່ງເສີມການອອກກໍາລັງກາຍ ເພື່ອສຸຂະພາບ, ເພື່ອມິດຕະພາບ, ຄວາມສາມັກຄີ ແລະ ເປັນການປະກອບສ່ວນສ້າງຂະບວນການກິລາ ຊຸກຍູ້ສົ່ງເສີມປີທ່ອງທ່ຽວລາວ. ພ້ອມນີ້, ກໍເພື່ອຊຸກຍູ້ ແລະ ປຸກລະດົມທຶນ, ວັດຖຸປັດໄຈ ຊ່ວຍເຫຼືອປະຊາຊົນ ບັນດາເຜົ່າ ໃນທ້ອງຖິ່ນຕ່າງໆ ທີ່ຖືກຜົນກະທົບຈາກໄພທຳມະຊາດ.




