ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວິທະຍຸກະຈາຍສຽງແຫ່ງຊາດລາວ ເສວະ​ນາ​ໃນ​ຫົວ​ຂໍ້: ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານ ວິ​ທະ​ຍຸໃນ​ຍຸກ​ດິຈິຕອນ

Aug 11, 2025

ຕອນເຊົ້າວັນທີ 11 ເດືອນສິງຫາ 2025 ວິທະຍຸກະຈາຍສຽງແຫ່ງຊາດລາວ ຈັດງານເສວະ​ນາ​ໃນ​ຫົວ​ຂໍ້: ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານ ວິ​ທະ​ຍຸໃນ​ຍຸກ​ດິຈິຕອນ ພາຍໃຕ້ການເປັນປະທານຂອງທ່ານ ບົວໄລ ພານຸວົງ ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ ມີອະດີດຮອງລັດຖະມົນຕີ ພ້ອມດ້ວຍ ຫົວ​ໜ້າ​ກົມ, ຮອງ​ກົມ, ​ແຂກ​ຮັບເຊີນ, ຜູ້​ອຳ​ນວຍ​ການ​ວິ​ທະ​ຍຸທ້ອງຖິ່ນໃນທົ່ວປະເທດ ແລະ ນັກ​ຂ່າວ​ຈາກ​ບັນ​ດາ​ແຂວງ ແລະ​ ນະ​ຄອນຫຼວງ​ເຂົ້າຮ່ວມ
May be an image of 1 person, dais and text May be an image of 8 people, dais and text
ທ່ານ ບົວໄລ ພານຸວົງ ມີຄຳເຫັນວ່າ: ການ​ກຳ​ເນີດ​ເກີດ​ຂຶ້ນ ແລະ ​ພັດ​ທະ​ນາ​ມາ​ເປັນ​ເວ​ລາ 65 ປີ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງຕັ້ງ​ໜ້າ. ນັບ​ແຕ່​ມື້​ກຳ​ເນີດ​ເກີດ​ຂຶ້ນ​​ມາ​ເຖິງ​ປັດຈຸ​ບັນ ວິທະຍຸກະຈາຍສຽງແຫ່ງຊາດລາວ ແມ່ນເປັນ​ອາ​ວຸດ​ອັນ​ແຫຼມ​ຄົມຂອງພັກ ເພື່ອ​ໂຄ​ສະ​ນາ​ປຸກລະ​ດົມ​ຈິດ​ໃຈ​ຮັກ​ຊາດ ປະ​ກອບ​ສ່ວນ​ໃນພາລະກິດປົດປ່ອຍປະເທດຊາດຢ່າງສະຫງ່າງາມ ແລະ ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມຂອງຕົນເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ວິທະຍຸກະຈາຍສຽງແຫ່ງຊາດລາວ ເປັນພາຫະນະສື່ມວນຊົນທີ່ກະຈາຍຄື້ນໄປໄດ້ກ້ວາງໄກເຖິງເຂດຫ່າງໄກສອກຫຼີກ ແລະ ​ໄປ​ເຖິງຫຼາຍ​ປະ​ເທດໃນໂລກ, ທັງເປັນເວທີສະແດງຄຳຄິດຄຳເຫັນຂອງມະຫາຊົນ ໄດ້ກາ​ຍເປັນສາຍໄຍຜູກພັນລະຫວ່າງພັກ-ລັດກັບປະຊາຊົນ. ​ ໃນ​ສະ​ພາບ​ທີ່​ມີ​ການ​ປ່ຽນ​ແປງ​ທາງ​ດ້ານເຕັກ​ໂນ​ໂລ​ຊີ ແລະ ສື່​ອອນ​ລາຍ​ມາ​ແຮງ ເຮັດ​ໃຫ້​ພຶດ​ຕິ​ກຳ ຄວາມ​ນິ​ຍົ​ມ​ຕິດ​ຕາມ​ຂໍ້​ມູນ​ຂ່າວ​ສານຂອງຜູ້ບໍລິໂພກສື່ປ່ຽນ​ໄປ ສະ​ນັ້ນ,​ ພວກ​ເຮົາ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ຄົ້ນ​ຄ້​ວາ​ຢ່າງ​ພາ​ວະ​ວິ​ໃສ​ ໃນ​ການ​ພັດ​ທະ​ນາ​ວຽກ​ງານ​ວິ​ທະ​ຍຸ​ໃນ​ຕໍ່​ໜ້າ ຄວນ​ຈະ​ປັບ​ປຸງ​​ດ້ານ​ເຕັກ​ນິກ​ຄື​ແນວ​ໃດ ຮູບ​ແບບ​ການຜະ​ລິດ​ລາຍ​ການ, ການ​ຜະ​ລິດ​ຂ່າວ ແລະ ​ລາຍ​ງານ​ຂ່າວ​ຈະ​ດຳ​ເນີນ​ຄື​ແນວ​ໃດນັ້ນ​ເປັນ​ບັນ​ຫາ​ທີ່​ຈະ​ຕ້ອງ​ໄດ້​ຄົ້ນ​ຄ້​ວາ ພິ​ຈາ​ລະ​ນາຮ່ວມກັນຕໍ່ໜ້າ.​
May be an image of 3 people, dais and text May be an image of 11 people and text
ທ່ານ ບົວໄລ ພານຸວົງ ມີຄຳເຫັນຕື່ມວ່າ: ການຈັດງານເສວະ​ນາຄັ້ງນີ້ ເພື່ອ​​ຮັບ​ຟັງ​ການ​ປະ​ກອບ​ຄຳ​ຄິດ​ເຫັນ ຂອງ​ບັນ​ດາ​ວິທະຍຸທັງສູນກາງ ແລະ ທ້ອງຖິ່ນ ເພື່ອ​ນຳ​ໄປ​ຄົ້ນ​ຄວ້າ ພິ​ຈາ​ລະ​ນາ ແລະ ກຳ​ນົດ​ເປັນ​ທິດ​ທາງ, ວິ​ທີ​ການ​ພັດ​ທະ​ນາ​ວຽກ​ງານ​ວິ​ທະ​ຍຸໃນ​ຕໍ່​ໜ້າ​ໃນ​ຍຸກ​ດິ​ຈິ​ຕອນ ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ຕອບ​ສະ​ໜອງ​ໄດ້​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ໄລ​ຍະ​ໃໝ່.