ກອງປະຊຸມຄູໄລຍະປິດສົກຮຽນ ປະຈໍາສົກຮຽນ 2024-2025 ທົ່ວເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 11 ສິງຫາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ສຸລິຍາສັກ ລັດຖະຫວັນ ກໍາມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຮອງຫົວໜ້າຫ້ອງການ, ຜູ້ອໍານວຍການໂຮງຮຽນ, ຮອງຜູ້ອໍານວຍການໂຮງຮຽນ, ຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ຄູ-ອານຈານ ຢູ່ພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ເຊິ່ງທ່ານໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ຄັ້ງທີ 14 ສະໄໝທີ VII, ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງແກ່ນທ້າວ ຄັ້ງທີ VIII, ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 75/ສພຊ, ມະຕິຕົກລົງ ສະບັບເລກທີ 09/ລບ ວ່າດ້ວຍນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ, ຄໍາແນະນໍາ ສະບັບເລກທີ 83/ຈຂ.ຊຍ ກ່ຽວກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິຕົກລົງ ສະບັບເລກທີ 09/ລບ, ຄໍາແນະນໍາ ສະບັບເລກທີ 1219/ສສກ ກ່ຽວກັບການຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍລັດຖະກອນຄູ ສະບັບເລກທີ 202/ລບ, ຂໍ້ຕົກລົງ ສະບັບເລກທີ 1194/ສສກ ວ່າດ້ວຍການຄຸ້ມຄອງອາສາສະໜັກ, ພະນັກງານບໍານານ ແລະ ທະຫານຊາຍແດນທີ່ສອນຊ່ວຍໃນໂຮງຮຽນທີ່ຂາດຄູສອນໃນຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ, ຂໍ້ຕົກລົງ ສະບັບເລກທີ 1007/ກງ ວ່າດ້ວຍການປະຕິບັດນະໂຍບາຍຕໍ່ ຄູອາສາສະໜັກ, ພະນັກງານບໍານານ ແລະ ທະຫານຊາຍແດນທີ່ສອນຊ່ວຍໃນໂຮງຮຽນພາກລັດທີ່ຂາດຄູສອນ ສໍາລັບຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ, ຄໍາສັ່ງແນະນໍາ ສະບັບເລກທີ 1045/ສສກ ວ່າດ້ວຍການຕ້ານ ແລະ ສະກັດກັ້ນ ຢາສູບໄຟຟ້າ ແລະ ຢາສູບໃນຮູບແບບໃໝ່, ຂໍ້ຕົກລົງ ສະບັບເລກທີ 2871/ສສກ ວ່າດ້ວຍການໂຮມໂຮງຮຽນສາມັນສຶກສາ ແລະ ຜ່ານບົດວິໄຈສະພາບການສຶກສາ ແລະ ກິລາ ສົກຮຽນ 2024-2025. ຈາກນັ້ນ, ຈະໄດ້ແບ່ງກຸ່ມຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ຖອດຖອນບົດຮຽນວຽກງານກຸ່ມໂຮງຮຽນ, ສະພາບການຮຽນ-ການສອນ, ການໂຮມໂຮງຮຽນທີ່ມີເງື່ອນໄຂເຂົ້າກັນໄດ້, ການມີສ່ວນຮ່ວມຂອງຊຸມຊົນຕໍ່ບັນຫາການປະລະການຮຽນຂອງນັກຮຽນ ແລະ ຄູສອນ ທີ່ບໍ່ມາປະຕິບັດໜ້າທີ່ ແລະ ບັນຫາການຂາດແຄນຄູ.

ຂ່າວ: ແກ່ນທ້າວ.


