ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ 2024-2025

Aug 11, 2025

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກີລາ ທົ່ວປະເທດ ປະຈໍາສົກຮຽນ 2024-2025 ໄດ້ເປີດຂຶ້ນ ວັນທີ 11-12 ສິງຫາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍເປັນປະທານຂອງ ທ່ານທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ.
ໃນກອງປະຊຸມ ບັນດາຜູ້ແທນໄດ້ຮັບຟັງ ແລະ ຄົ້ນຄວ້າປຶກສາຫາລື ໃຫ້ທິດຊີ້ນໍາກ່ຽວກັບຜົນສໍາເລັດການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2024-2025 ແລະ ທິດທາງແຜນສົກຮຽນ 2025-2026 ທິດທາງ ແລະ ມາດຕະການແກ້ໄຂການປະລະການຮຽນຊັ້ນປະຖົມ ແລະ ມັດທະຍົມສຶກສາ ທິດທາງ ແລະ ມາດຕະການປັບປຸງຄຸນນະພາບໃນຊັ້ນປະຖົມສຶກສາ ວິທີການຄຸ້ມຄອງ ແລະ ການຈັດການຮຽນການສອນຂອງໂຮງຮຽນເອກະຊົນ ວຽກບູລິມະສິດຂອງເຂດວຽກງານກິລາກາຍຍະກໍາ ວຽກບູລິມະສິດຂອງເຂດວິທະຍາສາດ ແລະ ທິດທາງການກະຈາຍອໍານາດໃນການເຝິກອົບຮົມຄູສອນ.
ໂອກາດນີ້ ທ່ານທອງສະລິດ ມັງໜໍ່ເມກ ໄດ້ກ່າວມີຄຳເຫັນ ພ້ອມຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ຊອກຫາວິທີທາງ ມາດຕະການແກ້ໄຂບັນຫາຕ່າງໆ ເປັນຕົ້ນການປະລະການຮຽນ ການຂາດແຄນຄູສອນ ຄຸນນະພາບຂອງການສຶກສາ ເພື່ອຮັບປະກັນເຮັດໃຫ້ການເປີດສົກຮຽນໃໝ່ 2025-2026 ສາມາດແກ້ໄຂບັນດາບັນຫາທີ່ພໍ່ແມ່ຜູ້ປົກຄອງ-ສັງຄົມ ເປັນຫ່ວງເປັນໄຍ ໃຫ້ໄດ້ຮັບການປັບປຸງ ແກ້ໄຂໃຫ້ດີຂຶ້ນ ສ້າງບັນຍາກາດທີ່ເບີກບານ ມ່ວນຊື່ນ ໃຫ້ນັກຮຽນ ນັກສຶກສາ ໄດ້ກັບຄືນສູ່ໂຮງຮຽນດ້ວຍຄວາມຫ້າວຫັນ ແລະ ພ້ອມພຽງກັນໃນຂອບເຂດທົ່ວປະເທດ.
ຂ່າວ: ວຽງຈັນໃຫມ່