ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບຜູ້ປະສານງານ ອົງການ ສປຊ ປະຈໍາລາວ

Aug 11, 2025

ໃນວັນທີ 11 ສິງຫາ 2025 ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ບາໂຄເດຍ ເບີຄະນ໋ອບ ຜູ້ປະສານງານ ອົງການ ສະຫະປະຊາຊາດ (UNRC) ປະຈໍາ ສປປ ລາວ ເພື່ອແນະນໍາຕົວ ແລະ ສະແດງຄວາມຊົມເຊີຍ ທ່ານຮອງລັດຖະມົນຕີ ໃນໂອກາດທີ່ໄດ້ຮັບຕໍາແໜ່ງໃໝ່.
ໂອກາດດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ແລະ ການຊ່ວຍເຫລືອຂອງ ອົງການ ສປຊ ແກ່ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ທ່ານ ບາໂຄເດຍ ເບີຄະນ໋ອບ ຈະເພີ່ມທະວີການຮ່ວມມື ແລະ ການສະໜັບສະໜູນແກ່ ສປປ ລາວ ໃນວຽກງານການພັດທະນາ ທີ່ສອດຄ່ອງກັບວຽກງານບຸລິມະສິດຕ່າງໆຂອງລັດຖະບານ ດັ່ງທີ່ໄດ້ກໍານົດໄວ້ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ແຜນພັດທະນາແຫ່ງຊາດໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງປະຕິບັດບັນດາກິດຈະກໍາ ແລະ ໂຄງການຕ່າງໆ ໃນຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແລະ ອົງການ ສປຊ ປະຈໍາ ສປປ ລາວ ໃນແຕ່ລະໄລຍະ. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ສະເໜີໃຫ້ອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ ສືບຕໍ່ລະດົມທຶນຮອນເພື່ອປະກອບສ່ວນ ແລະ ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ໃນການຈັດຕັ້ງປະຕິບັດບຸລິມະສິດການພັດທະນາຂອງ ສປປ ລາວ ກໍຄື ເປົ້າໝາຍການພັດທະນາແບບຍືນຍົງ (SDG), ວາລະ 2030 ເພື່ອການພັດທະນາແບບຍືນຍົງ ລວມທັງວາລະການພັດທະນາອື່ນໆຂອງສາກົນ, ຄວາມໝາຍໝັ້ນຂອງລັດຖະບານ ໃນການພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ ໃນອະນາຄົດໃຫ້ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ.
May be an image of 2 people, the Oval Office and dais
ໂອກາດດັ່ງກ່າວນີ້, ທ່ານ ບາໂຄເດຍ ເບີຄະນ໋ອບ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ໄດ້ໃຫ້ຄໍາໝັ້ນສັນຍາໃນການສືບຕໍ່ເພີ່ມທະວີການຮ່ວມມື ລະຫວ່າງ ອົງການເຄືອຂ່າຍ ສປຊ ແລະ ລັດຖະບານ ສປປ ລາວ ໃນການ ຈັດຕັ້ງປະຕິບັດແຜນງານຕ່າງໆ ເພື່ອສະໜັບສະໝູນການບັນລຸບັນດາບຸລິມະສິດ ດ້ານການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ. ນອກຈາກນັ້ນ, ໃນປີ 2025 ເປັນປີທີ່ມີຄວາມໝາຍຄວາມສໍາຄັນ ກໍຄື ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ແລະ 80 ປີ ການສ້າງຕັ້ງອົງການ ສປຊ ເຊິ່ງລັດຖະບານ ແລະ ອົງການ ສປຊ ປະຈໍາ ສປປ ລາວ ຈະໄດ້ຮ່ວມກັນຈັດກິດຈະກໍາເພື່ອສະເຫລີມສະຫລອງປີຄົບຮອບທີ່ສໍາຄັນດັ່ງກ່າວ.
ໃນຕອນທ້າຍ, ທ່ານຮອງລັດຖະມົນຕີ ໄດ້ໃຫ້ຄວາມໝາຍໝັ້ນຕໍ່ຜູ້ປະສານງານ ອົງການ ສປຊ ວ່າ ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືທີ່ດີກັບ ບັນດາອົງການເຄືອຂ່າຍ ສປຊ ໃນການຈັດຕັ້ງປະຕິບັດ ບັນດາແຜນພັດທະນາຕ່າງໆຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ພ້ອມທັງອວຍພອນໃຫ້ ທ່ານຜູ້ປະສານງານ ອົງການ ສປຊ ຈົ່ງປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ຢ່າງຈົບງາມ.
May be an image of 2 people, the Oval Office, dais and text
ທ່ານ ບາໂຄເດຍ ເບີຄະນ໋ອບ ດຳລົງຕຳແໜ່ງເປັນຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ນັບຕັ້ງແຕ່ກາງປີ 2023 ເປັນຕົ້ນມາ ໂດຍມີໜ້າທີ່ນໍາພາ ແລະ ເປັນຈຸດປະສານງານຫລັກ ພາຍໃນບັນດາອົງການ ສປຊ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຊ່ວຍເຫລືອຕ່າງໆ ໃຫ້ມີຄວາມສອດຄ່ອງ ແລະ ກົມກຽວ ໂດຍຜ່ານການສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ຫລີກລ່ຽງການທັບຊ້ອນຂອງວຽກງານ ເຊິ່ງເປັນກົນໄກການເຮັດວຽກທີ່ແນໃສ່ເພີ່ມທະວີປະສິດທິພາບ ແລະ ປະສິດທິຜົນຂອງ ລະບົບອົງການ ສປຊ ໃນການສະໜັບສະໜູນປະເທດສະມາຊິກ ສປຊ.
ຂ່າວ-ພາບ: ກົມຂ່າວ ກະຊວງຕ່າງປະເທດ