ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ແຂວງບໍລິຄຳໄຊ ຈັດກິດຈະກຳຍ່າງມາລາທອນ ເພື່ອສະເຫລີມສະຫລອງ 3 ວັນສຳຄັນຂອງຊາດຄື: ວັນສ້າງຕັ້ງແນວລາວສ້າງຊາດ, ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ແລະ ວັນສ້າງຕັ້ງລັດຖະທຳມະນູນ ຄົບຮອບ 34 ປີ ໃນຕອນເຊົ້າຂອງວັນທີ 11 ສິງຫາ 2025 ທີ່ເດີ່ນສວນສາທາລະນະ ສີສົມພອນ ລໍວັນໄຊ ໂດຍມີທ່ານ ສອນທະນູ ທຳມະວົງ ເຈົ້າແຂວງໆບໍລິຄຳໄຊ ພ້ອມດ້ວຍພະນັກງານຈາກພະແນກການ, ກົມກອງ, ຫ້ອງການ ແລະ ມວນຊົນພາຍໃນແຂວງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ການຈັດກິດຈະກຳ ຍ່າງມາລາທອນ ນອກຈາກເປັນການສ້າງຂະບວນການ ສະເຫລີມສະຫລອງ 3 ວັນສຳຄັນຂອງຊາດແລ້ວ ຍັງເປັນການເຕົ້າໂຮມຄວາມສາມັກຄີ ລະຫວ່າງທຸກຊັ້ນຄົນດ້ວຍກັນ, ເປັນການສົ່ງເສີມການອອກກຳລັງກາຍ ໃຫ້ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ນອກນັ້ນ ຍັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VIII ທີ່ຈະໄຂຂຶ້ນໃນມໍ່ໆນີ້ ແລະ ເປັນການໂຄສະນາສ້າງຄວາມຮັບຮູ້ເຂົ້າໃຈ ໃຫ້ແກ່ມວນຊົນໃນການເຕີບໃຫຍ່ຂະຫຍາຍຕົວຂອງ 3 ວັນສຳຄັນຂອງຊາດ, ເຊິ່ງຕະຫລອດໄລຍະຜ່ານມາ ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ການນຳສະເໜີຂ່າວໄດ້ຜ່ານຫລາຍຊ່ອງທາງ ໂດຍສະເພາະ ສື່ອອນລາຍ ເຮັດໃຫ້ຜູ້ບໍລິໂພກຂ່າວນັບມື້ຫລາຍຂຶ້ນ, ສາມາດຕອບສະໜອງຕໍ່ວຽກງານວິຊາສະເພາະ ຮັບໃຊ້ໜ້າທີ່ການເມືອງຂອງພັກ. ພ້ອມນັ້ນ, ກໍສາມາດຂະຫຍາຍເຄືອຂ່າຍຂອງຕົນ ໃນຂອບເຂດທົ່ວປະເທດ ສາມາດສ່ອງແສງເຫດການສໍາຄັນ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕົວແບບດ້ານຕ່າງໆ, ຫົວຄິດປະດິດສ້າງຂອງປະຊາຊົນ ລວມທັງປະກົດການຫຍໍ້ທໍ້ ໃຫ້ສັງຄົມຮັບຮູ້ໄດ້ຢ່າງທັນການ.
ຂ່າວ: ສາຍສະໝອນ, ພາບ: ຄຳຟອງ


