ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ ແລະ ສິງກະໂປ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

Aug 12, 2025

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດຣ. ວິວຽນ ບາລາຄຣິສນານ (Dr. Vivian Balakrishnan), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສ. ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 11 – 12 ສິງຫາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ກໍ່ຄືລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ສິງກະໂປ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ໃນວັນທີ 11 ສິງຫາ 2025, ທີ່ ກະຊວງການຕ່າງປະເທດ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ດຣ. ວິວຽນ ບາລາຄຣິສນານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ສິງກະໂປ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ, ພ້ອມທັງວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ. ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງ ຕໍ່ການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ຕະຫຼອດໄລຍະ 51 ປີຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເປັນກ້າວໆ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມລະຫ່ວາງການນຳຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ, ລວມເຖິງການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດນັບມື້ນັບເພີ່ມຂຶ້ນ. ສອງຝ່າຍ ໄດ້ຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານການຄ້າ-ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການສະໜອງສະບຽງອາຫານ, ພະລັງງານສະອາດ, ສິນເຊື່ອກາກບອນ, ການສົ່ງອາສາສະມັກສິງກະໂປມາລາວ ແລະ ອື່ນໆ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ. ພິເສດ, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການສະເຫຼີມສະຫລອງຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ໃນປີ 2024 ຜ່ານມາ ທີ່ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ມີເນື້ອໃນ. ພ້ອມນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ຕໍ່ສະພາບການພາກພື້ນ ແລະ ສາກົນຈຳນວນຫນຶ່ງ.
May be an image of 4 people and text
ໃນໂອກາດດຽວກັນນີ້, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ລັດຖະບານ ແລະ ປະຊາຊົນ ສິງກະໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ ຜ່ານທືນຝຶກອົບຮົມຕ່າງໆ. ພ້ອມນີ້, ຍັງໄດ້ຖືໂອກາດນີ້ ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ປະຊາຊົນສິງກະໂປ ຈົ່ງມີຄວາມຈະເລີນຮຸ່ງເຮືອງ ແລະ ວັດຖະນາຖາວອນ ໃນໂອກາດວັນຊາດສິງກະໂປ ຄົບຮອບ 60 ປີ ໃນວັນທີ 9 ສິງຫາ 2025 ຜ່ານມາ.
ຂ່າວ : ກະຊວງການຕ່າງປະເທດ