ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳມະນາວິທະຍາສາດ ກ່ຽວກັບ ການພັດທະນາຂອງສື່ມວນຊົນຈາກອະດີດສູ່ປັດຈຸບັນ.

Aug 12, 2025

ງານສຳມະນາວິທະຍາສາດ ເນື່ອງໃນໂອກາດສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນ ໃນວັນທີ 12 ສິງຫາ 2025 ນີ້, ຢູ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາການນໍາ, ອະດີດການນໍາ, ຜູ້ຕາງໜ້າອົງການອົງການຈັດຕັ້ງສາກົນ ປະຈຳລາວ, ພ້ອມດ້ວຍສື່ມວນຊົນ ຈາກທຸກຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
May be an image of 1 person, dais and text May be an image of 5 people, table and dais
ໂອກາດດັ່ງກ່າວ, ທ່ານ ລາວປາວຊົ່ງ ນະວົງໄຊ ໃຫ້ຮູ້ວ່າ: ຊຸດສຳມະນາໃນຄັ້ງນີ້, ໄດ້ຮ່ວມກັນສົນທະນາ ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບການພັດທະນາ ຂອງສື່ມວນຊົນ ຈາກອະດີດສູ່ປັດຈຸບັນ, ບົດບາດຂອງ AI ໃນຍຸກ 4.0, ຄວາມສຳຄັນຂອງຈັນຍາບັນສື່ ແລະ ທິດທາງໃນອະນາຄົດ.
ການເຕີບໃຫຍ່ຂະຫຍາຍຕົວ ຂອງສື່ມວນຊົນລາວ ໃນໄລຍະຜ່ານມາຈົນຮອດປັດຈຸບັນ ກໍຄື ຍຸກແຫ່ງການຂະຫຍາຍຕົວທາງດ້ານດີຈິຕອນ ສື່ມວນຊົນລາວໄດ້ມີການພັດທະນາຕົນເອງ ຢ່າງກ້າວກະໂດດ ທາງດ້ານປະລິມານ ແລະ ຄຸນນະພາບ, ໄດ້ນຳໃຊ້ເຕັກນິກ, ເຄື່ອງມື, ວັດຖຸອຸປະກອນ ທີ່ທັນສະໄໝ ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໄດ້ຢ່າງວ່ອງໄວ, ທັນເຫດການ ແລະ ອື່ນໆ. ຢ່າງໃດກໍ່ຕາມ ໃນຍຸກທີ່ AI ມີບົດບາດຫລາຍຂຶ້ນ, ສື່ມວນຊົນລາວ ຕ້ອງຕື່ນໂຕໃນການນຳໃຊ້ເຕັກໂນໂລຊີຢ່າງມີຈັນຍາບັນ, ປ້ອງກັນການແຜ່ຂະຫຍາຍຂອງຂ່າວປອມ ແລະ ປົກປ້ອງຄວາມເປັນສ່ວນຕົວຂອງຜູ້ຮັບຂໍ້ມູນຂ່າວສານ.
May be an image of 7 people, dais and text May be an image of 5 people, dais and text
ຊຸດສຳມະນາໃນຄັ້ງນີ້, ບັນດາວິທະນາກອນ ໄດ້ຍົກໃຫ້ເຫັນຄວາມສຳຄັນ, ສິດ, ໜ້າທີ່, ພາລະບົດບາດ, ວິໄສທັດ ແລະ ຜົນງານ ການຂີດຂຽນ, ການນຳສະເໜີຂ່າວ, ບົດ, ສາລະຄະດີ ແລະ ອື່ນໆ ຂອງສື່ມວນຊົນລາວ ໃນຍຸກປັດຈຸບັນ, ລວມທັງ, ການຈັດຕັ້ງປະຕິບັດວຽກງານ, ການປະກອບສ່ວນ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນລາວ ໃນອະດີດຮອດປັດຈຸບັນ. ພ້ອມທັງຍົກໃຫ້ເຫັນ ການພັດທະນາຂອງສື່ມວນຊົນ ໃນຍຸກແຫ່ງການເຕີບໃຫຍ່ຂະຫຍາຍຕົວ ທາງດ້ານດິຈິຕອນ ກໍຄື ການນຳໃຊ້ສື່ອອນໄລ ເຂົ້າໃນການນຳສະເໜີຂ່າວ ລວມທັງຈັນຍາບັນ, ການນຳສະເໜີຂ່າວ ແລະ ອື່ນໆ ຂອງສື່ຕ່າງປະເທດ ທີ່ຈັດຕັ້ງປະຕິບັດວຽກງານຢູ່ ສປປ ລາວ ເປັນຕົ້ນ ການນຳໃຊ້ ສື່ແບບໃໝ່ ກໍຄື ເອໄອ ເຂົ້າໃນການນຳສະເໜີຂ່າວ, ການຕອບໂຕ້ຂ່າວທີ່ບິດເບືອນຄວາມຈິງ ແລະ ອື່ນໆ.