ທ້າຍອາທິດຜ່ານມານີ້, ທີ່ເດີ່ນບານຫຍ້າທຽມ ວິກຕໍຣີ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ມີການແຂ່ງຂັນກິລາ ບານເຕະ 4 ສາມັກຄີ ລາຍການ Lao Sport Media CUP 2025.

ການຈັດການແຂ່ງຂັນກິລາຄັ້ງນີ້ ເພື່ອສ້າງຂະບວນການສະເຫລີມ ສະຫລອງວັນສື່ມວນຊົນແຫ່ງຊາດລາວ ແລະ ວັນພິມຈຳໜ່າຍ ຄົບຮອບ 75 ປີ ແລະ ຍັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງສື່ມວນຊົນ ແລະ ພາກສ່ວນທຸລະກິດ ໃຫ້ນັບມື້ເຕີບໃຫຍ່ ກວ້າງຂວາງຂຶ້ນ ຊຶ່ງມີທີມບໍລິ ສັດ ໝາຍເວ ສະປອດແວ ລາວ, ບໍລິສັດ ເບຍລາວ ຈຳກັດ, ໄອເອັມຊີ ຢູໄນ ເຕັດ ແລະ ກຸ່ມນັກຂ່າວສາຍກິລາລາວ ເຈົ້າພາບ.
ຜ່ານການແຂ່ງຂັນຜົນປະກົດວ່າ ຄູ່ຊີງຊະນະເລີດ ລາຍການ ດິວິຊັ່ນ 1 ທີມບໍລິສັດ ເຄື່ອງກິລາພີມລາຍ ໝາຍເວສະປອດແວລາວ ຈຳກັດ ຊະນະ ໄອເອັມຊີ ຢູໄນເຕັດ 3 ປະຕູຕໍ່ 1 ຄວ້າແຊັມລາຍການດັ່ງກ່າວໄປຄອງ. ສ່ວນ ໄອເອັມຊີ ຢູໄນເຕັດ ໄດ້ພຽງຮອງແຊ໋ມ. ຂະນະທີ່ ຄູ່ຊີງຊະນະເລີດ ລາຍ ການ ດິວິຊັ່ນ 2 ກໍເປັນທາງ ບໍລິສັດ ເບຍລາວ ຊະນະ ກຸ່ມນັກຂ່າວສາຍກິ ລາລາວ 4-1 ປະຕູ ຄວ້າແຊ້ມໄປຄອງ ສ່ວນເຈົ້າພາບໄດ້ພຽງອັນດັບທີ 2.



