ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ II ຮອບທີ 2

Aug 12, 2025

ໃນວັນທີ 11 ສິງຫາ 2025, ທີ່ສະໂມສອນສໍານັກງານປົກຄອງເມືອງອະນຸວົງ, ແຂວງໄຊສົມບູນ ໄດ້ມີກອງປະຊຸມປະຊຸມທາບທາມຮ່າງບົດລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກແຂວງ ແລະ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ II ຮອບທີ 2 ພາຍໃຕ້ການເປັນປະທານຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາພັກແຂວງ-ເຈົ້າແຂວງໆໄຊສົມບູນ; ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມີຄໍາເຫັນໂອ້ລົມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງໄຊສົມບູນ; ມີບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ອະດີດພະນັກງານການນຳຂອງແຂວງ, ຜູ້ມີສິດປ່ອນບັດທາບທາມ ທີ່ຕາງໜ້າພາກສ່ວນທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບຈາກສູນກາງ ເພື່ອກະກຽມການດໍາເນີນກອງປະຊຸມໃຫຍ່ ແຂວງໄຊສົມບູນ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໄດ້ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ I ໃນໄລຍະ 5 ປີຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນວ່າ: ພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຂອງສູນກາງພັກ ແລະ ລັດຖະບານ ຄະນະບໍລິຫານງານພັກແຂວງ ໄດ້ຖືສໍາຄັນໃນການນໍາພາຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບ, ນິຕິກໍາຕ່າງໆ ຂອງພັກ-ລັດ ເປັນຕົ້ນແມ່ນ: ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XI, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ II ຂອງແຂວງໄຊສົມບູນ ໃຫ້ແກ່ຖັນແຖວ ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ; ໄດ້ເປີດຮຽນທິດສະດີການເມືອງ-ການປົກຄອງ, ຈັດຝຶກອົບຮົມກົດໝາຍໄລຍະສັ້ນ ແລະ ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ. ຜ່ານການນໍາພາ-ຊີ້ນໍາ ໄດ້ເຮັດໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໜັກແໜ້ນ; ປະຊາຊົນບັນດາເຜົ່າ ມີຄວາມເຊື່ອໝັ້ນຕໍ່ການນໍາພາ-ຊີ້ນໍາ ຂອງພັກ ກໍຄືອົງຄະນະພັກແຂວງ, ມີຄວາມຮັບຮູ້ ເຂົ້າໃຈຕໍ່ແນວທາງຂອງພັກ ຄຽງຄູ່ກັນນີ້ ຄະນະບໍລິຫານງານພັກແຂວງ ຍັງໄດ້ເອົາໃຈໃສ່ເອົາໃຈໃສ່ນໍາພາ-ຊີ້ນໍາ ປັບປຸງການຈັດຕັ້ງພັກແຕ່ລະຂັ້ນ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ; ເປັນເຈົ້າການນໍາພາ-ຊີ້ນໍາ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເສີມຂະຫຍາຍບົດບາດຂອງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຢ່າງກວ້າງຂວາງ, ເປັນຂະບວນການຟົດຟື້ນ, ທັງໄດ້ເອົາໃຈໃສ່ ປຸກລະດົມຂົນຂວາຍເຕົ້າໂຮມສາມັກຄີພາຍໃນພັກ, ພາຍໃນການຈັດຕັ້ງແຕ່ລະຂັ້ນ ຢ່າງຕໍ່ເນື່ອງ, ຂຸດຄົ້ນໄດ້ທ່າແຮງບົ່ມຊ້ອນ ແລະ ກ້ອນກໍາລັງແຮງຂອງທຸກພາກສ່ວນໃນສັງຄົມ ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາເສດຖະກິດສັງຂອງແຂວງ ຢ່າງເປັນຂະບວນການກວ້າງຂວາງ ແລະ ສາມາດຍາດໄດ້ຜົນສໍາເລັດ ຢ່າງເປັນຮູບປະທໍາຕົວຈິງໃນຫຼາຍດ້ານ; ໄດ້ເສີມຂະຫຍາຍການພົວພັນຮ່ວມມືກັບຕ່າງປະເທດ ຢ່າງກວ້າງຂວາງ, ມີຈຸດສຸມ ເພື່ອດຶງດູດການທຶນ ແລະ ຍາດແຍ່ງທຶນຮອນຊ່ວຍເຫຼືອຈາກຕ່າງປະເທດ. ຫຼັງຈາກນັ້ນ, ກອງປະຊຸມ ກໍ່ໄດ້ຜ່ານຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງໄຊສົມບູນ ໃນໄລຍະ 5 ປີ ຜ່ານມາ ເພື່ອເຮັດໃຫ້ບັນດາເນື້ອໃນຂອງບັນດາເອກະສານດັ່ງກ່າວ ຄົບຖ້ວນສົມບູນກວ່າເກົ່າ ຜູ້ແທນກອງປະຊຸມ ກໍ່ໄດ້ພ້ອມກັນປະກອບຄໍາເຫັນ ຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ.
May be an image of 4 people, dais and text May be an image of 5 people, dais and text
ໂອກາດດຽວກັນນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເພື່ອເປັນບ່ອນອີງໃນການຄົ້ນຄວ້າພິຈາລະນາ, ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຫຼັກການທີ່ກຳນົດໄວ້ ໃນການທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ II (ຮອບທີ 2) ໃນບາງບັນຫາ ເປັນຕົ້ນ: ນອກຈາກມາດຕະຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້, ໃຫ້ບັນດາຜູ້ແທນ ເອົາໃຈໃສ່ກຳແໜ້ນໂຄງປະກອບບຸກຄະລາກອນ ເຊິ່ງຕ້ອງປະກອບດ້ວຍ ເພດ-ເຜົ່າ, ທັງຮັບປະກັນໃຫ້ມີຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມຢ່າງສົມເຫດສົມຜົນ, ລວມທັງ ບັນດາສະຫາຍທີ່ຮັບຜິດຊອບ ໃນຂົງເຂດການເມືອງ, ກຳລັງປະກອບອາວຸດ, ຂົງເຂດເສດຖະກິດ, ວັດທະນະ ທຳ-ສັງຄົມ ຢ່າງເໝາະສົມ. ພ້ອມນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຕ້ອງມີທັດສະນະການເມືອງ ທີ່ໜັກ ແໜ້ນ ແລະ ເອົາໃຈໃສ່ຢ່າງເປັນເຈົ້າການ ໃນການລົງຄະແນນສຽງ ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄຫມທີ II (ຮອບທີ 2) ຕາມຄວາມເປັນຈິງ, ພາວະວິໄສ, ທ່ຽງທຳ, ຍຸຕິທຳ, ມີຄວາມຈິງໃຈຕໍ່ກັນ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ ບົນພື້ນຖານແນວທາງນະໂຍບາຍ, ລະບຽບກົດໝາຍ, ຫຼີກເວັ້ນການລົງຄະແນນສຽງທາບທາມ ໂດຍຂາດຄວາມຮັບຜິດຊອບ, ສວຍໂອກາດໂຄ່ນລົ້ມໂຈມຕີ, ໃສ່ຮ້າຍປ້າຍສີເຊິ່ງກັນ ແລະ ກັນ ຫຼື ມີທັດສະນະອື່ນໆ ທີ່ບໍ່ຖືກຕ້ອງ ເຊິ່ງຈະພາໃຫ້ເກີດມີການເສື່ອມເສຍຕໍ່ບົດບາດການນຳພາຂອງພັກ.
ໃນຕອນທ້າຍ, ຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນປ່ອນບັດທາບທາມບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ II (ຮອບທີ 02) ຕາມວາລະທີ່ກຳນົດໄວ້.
ຂ່າວ-ພາບ : ສນຍ