ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫລວງພະບາງ ສະຫລອງວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

Aug 13, 2025

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ສະຖານກົງສຸນໃຫຍ່ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈໍາແຂວງຫລວງພະບາງ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ແຫ່ງຊາດລາວ ຄົບຮອບ 75 ປີ ໃນວັນທີ 11 ສິງຫາ 2025 ໂດຍມີທ່ານ ນາງ ວຽນວິໄລ ດີລະພັນ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຫລວງພະບາງ, ທ່ານ ຈາງເສີ້ຜິງ ກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈໍາພາກເໜືອ ແຂວງຫລວງພະບາງ ພ້ອມດ້ວຍຜູ້ຊີ້ນຳວຽກງານສື່ມວນຊົນ ແລະ ນັກຂ່າວບັນດາແຂວງພາກເໜືອ ເຂົ້າຮ່ວມ.
ໃນພິທີ, ທ່ານ ຈາງເສີ້ຜິງ ໄດ້ກ່າວຕ້ອນຮັບ ບັນດາຄະນະນຳ ແລະ ສື່ມວນຊົນ ແຂວງພາກເໜືອຂອງລາວ ພ້ອມທັງຕີລາຄາສູງຕໍ່ກັບການພັດທະນາວຽກງານສື່ມວນຊົນລາວ ຕະຫລອດໄລຍະ 75 ປີຜ່ານມາ. ການຈັດງານຄັ້ງນີ້ ເພື່ອເປັນການເພີ່ມທະວີການພົວພັນ-ຮ່ວມມື ລະຫວ່າງ ບັນດາແຂວງພາກເໜືອຂອງລາວ ກັບສະຖານກົງສຸນໃຫຍ່ ແຫ່ງ ສປ ຈີນ ໃຫ້ມີການສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງໃນທຸກໆດ້ານ ຕາມທິດທີ່ການນຳຂອງທີ່ສອງພັກ-ລັດຖະບານ ໄດ້ມີແນວທາງຮ່ວມມືກັນມາແຕ່ດົນນານ, ເຊິ່ງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ສປ ຈີນ ໄດ້ໃຫ້ຄວາມສໍາຄັນຕໍ່ກັບສື່ມວນຊົນຕະຫລອດມາ ແລະ ສືບຕໍ່ເພີ່ມທະວີການໂຄສະນາແນວທາງຂອງພັກ, ລະບຽບກົດໝາຍຂອງລັດເປັນອັນລະອຽດ ທັງເຂົ້າສູ່ວຽກງານຕົວຈິງ ຂອງສື່ມວນຊົນ ແລະ ພິມຈຳໜ່າຍ ເພື່ອໃຫ້ວຽກງານສື່ມວນຊົນພັດທະນາໄປຢ່າງຖືກທິດ, ໜັກແໜ້ນ ແລະ ສາມາດເຂົ້າຮ່ວມການເຄື່ອນໄຫວໃນພາກພື້ນ, ສາກົນ ເພື່ອຮັບໃຊ້ໃຫ້ແກ່ວຽກງານປົກປັກຮັກສາ, ພັດທະນາປະເທດຊາດ ແລະ ເກີດຜົນປະໂຫຍດສູງສຸດຕໍ່ສ່ວນລວມ ໂດຍສະເພາະ ການຜັນຂະຫຍາຍເນື້ອໃນມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ພ້ອມທັງສືບຕໍ່ເປັນເຈົ້າການປັບປຸງພັດທະນາດ້ານເນື້ອໃນ ແລະ ຮູບການໂຄສະນາໃຫ້ດຶງດູດຜູ້ອ່ານ, ຜູ້ຟັງ, ຜູ້ຊົມ ບົນພື້ນຖານຂໍ້ມູນຕົວຈິງ ແລະ ຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ ບໍ່ໃຫ້ຜິດເຂວອອກຈາກແນວທາງການເມືອງຂອງພັກ.
May be an image of 1 person and text May be an image of 5 people and text
ໂອກາດນີ້, ທ່ານ ນາງ ວຽນວິໄລ ດີລະພັນ ໄດ້ຕາງໜ້າໃຫ້ການນໍາ ແລະ ສື່ມວນຊົນບັນດາແຂວງພາກເໜືອ ກ່າວຂອບໃຈຕໍ່ກັບການຈັດງານຄັ້ງນີ້, ຍ້ອນເຫັນໄດ້ເຖິງຄວາມສໍາຄັນວຽກງານສື່ມວນຊົນ ທັງສັນຍາວ່າຈະສືບຕໍ່ພັດທະນາວຽກງານສື່ມວນຊົນໃຫ້ນັບມື້ດີຂຶ້ນ ແລະ ຈະສືບຕໍ່ຮັດແໜ້ນການພົວພັນຮ່ວມມື ກັບສະຖານກົງສຸນໃຫຍ່ ສປ ຈີນ ປະຈຳພາກເໜືອ ແຂວງຫລວງພະບາງ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ຍືນຍົງ-ຍາວນານ.