ໃນວັນທີ 12 ສິງຫາ 2025, ທີ່ສໍານັກງານ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດກອງປະຊຸມທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນ ຮອບທີ 2 ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນໍາກອງປະຊຸມໃຫຍ່ສະມາຊິກພັກ ຄຕພ. ນອກນັ້ນ, ມີບັນດາສະຫາຍຄະນະບໍລິຫານງານພັກ ຄຕພ, ຜູ້ຕາງໜ້າຈາກ ຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນທົ່ວ ຄຕພ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ກ່າວເປີດກອງປະຊຸມ ແລະ ຮຽກຮ້ອງໃຫ້ສະມາ ຊິກພັກ ຈົ່ງເຊີດຊູຄວາມຮັບຜິດຊອບ ເພື່ອເຕົ້າໂຮມເອົາຄຳຄິດຄຳເຫັນ ຂອງສະມາຊິກພັກປະກອບໃສ່ເນື້ອໃນເອກະສານ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ຄຕພ ຮັບປະກັນໃຫ້ການເລືອກຕັ້ງ ຄະນະບໍລິຫານງານພັກ ສະໄໝທີ III ມີຄຸນນະພາບ. ພ້ອມນັ້ນ, ສະຫາຍ ນາງ ສູນທອນ ໄຊຍະຈັກ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມທາບທາມ ຮອບທີ 2 ໂດຍສະຫາຍ ໄດ້ເນັ້ນວ່າ: ການທາບທາມ ຮອບທີ 2 ມີຄວາມໝາຍສໍາຄັນ ເພື່ອກ້າວໄປສູ່ກອງປະຊຸມໃຫຍ່. ສະນັ້ນ, ສະມາຊິກພັກທຸກຄົນ ຕ້ອງກໍາໄດ້ມາດຖານ-ເງື່ອນໄຂ ທີ່ຂັ້ນເທິງກໍານົດໄວ້ ໃຫ້ເລິກເຊິ່ງ, ການປະກອບຄໍາເຫັນ ກໍໃຫ້ມີເນື້ອໃນ, ເຂົ້າກັບເປົ້າໝາຍ, ຫລີກເວັ້ນການໃສ່ຮ້າຍປ້າຍສີທີ່ບໍ່ມີມູນຄວາມຈິງ.

ຈາກນັ້ນ, ສະຫາຍ ສະເຫລີມໄຊ ທະທົງສັກ ກຳມະການຄະນະພັກ, ຫົວໜ້າອະນຸກຳມະການເນື້ອໃນ ໄດ້ນຳສະເໜີຮ່າງລາຍງານການເມືອງ, ແຜນພັດທະນາ ຄຕພ ໃນໄລຍະ 2026-2030 ແລະ ສະຫາຍ ວາລະໄຊ ເລັ່ງສະຫວັດຮອງເລຂາຄະນະພັກ, ຮອງຫົວໜ້າ ຄຕພ ໄດ້ຜ່ານຮ່າງບົດສໍາຫລວດການນໍາພາຂອງຄະນະບໍລິຫານງານພັກ ຄຕພ, ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ຕະຫລອດການນໍາພາ-ຊີ້ນຳຂອງຄະນະບໍລິຫານງານພັກ ຄຕພ 5 ປີຜ່ານມາ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນ ເຮັດໃຫ້ຮ່າງເອກະສານດັ່ງກ່າວມີເນື້ອໃນສົມບູນຍິ່ງຂຶ້ນ. ຫລັງຈາກນັ້ນ, ສະຫາຍ ເກີລໍ່ ຢາງກໍ່ ກໍາມະການຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ຫົວໜ້າອະນຸກໍາມະການບຸກຄະລາກອນ ໄດ້ຜ່ານມາດຖານ-ເງື່ອນໄຂ ຂອງຜູ້ສະໝັກຄະນະບໍລິຫານງານພັກ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານກວດກາຄະນະພັກ.
ໃນຕອນທ້າຍກອງປະຊຸມ, ໄດ້ດຳເນີນການທາບທາມເອົາບຸກຄະລາກອນ ຮອບທີ 2 ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ຄຕພ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.
ຂ່າວ-ພາບ: ຄຕພ


