ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄໍາມ່ວນ ໂຮມຊຸມນຸມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

Aug 13, 2025

ແຫລ່ງຂ່າວຈາກແຂວງຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຈັດພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13/08/1950-13/08/2025) ໄດ້ຈັດຂຶ້ນພ້ອມກັນໃນທຸກໆແຂວງທົ່ວປະເທດ ໃນວັນທີ 13 ສິງຫາ 2025 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ, ມີບັນດາການນໍາ ພັກ-ລັດ, ພະນັກງານອາວຸໂສບໍານານເຂົ້າຮ່ວມ. ສໍາລັບຢູ່ແຂວງຄໍາມ່ວນ ກໍໄດ້ເຂົ້າຮ່ວມກອງປະຊຸມແບບທາງໄກ ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍບັນດາການນໍາຂອງແຂວງ, ເມືອງ, ພະແນກການ ແລະ ພະນັກງານຫລັກແຫລ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ໃນວາລະກອງປະຊຸມ ໄດ້ຮັບຊົມການສະແດງສິລະປະ-ວັດທະນະທຳ, ຟັງປະຫວັດມູນເຊື້ອ ແລະ ຜົນການເຄື່ອນໄຫວຂອງແນວລາວສ້າງຊາດ ໄລຍະ 75 ປີ ແລະ ຮັບຟັງການກ່າວສູນທອນພົດ ຕໍ່ພິທີໂຮມຊຸມນຸມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ.
May be an image of one or more people and text May be an image of dais, the Oval Office and text
ສໍາລັບຢູ່ແຂວງຄໍາມ່ວນ ຕໍ່ຈາກການເຂົ້າຮ່ວມພິທີໂຮມຊຸມນຸມ ຢູ່ຂັ້ນສູນກາງ ໃນຮູບແບບກອງປະຊຸມທາງໄກແລ້ວ ກໍໄດ້ສືບຕໍ່ຮັບຟັງຄໍາເຫັນຂອງທ່ານ ວັນໄຊ ພອງສະຫວັນ ໂດຍໄດ້ຍົກໃຫ້ເຫັນເຖິງພາລະບົດບາດ, ຄວາມໝາຍ, ຄວາມສຳຄັນ ແລະ ການເຕີບໃຫຍ່ຂະຫາຍຕົວຂອງ 2 ວັນສໍາຄັນດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ພະນັກງານຫລັກແຫລ່ງໃນທົ່ວແຂວງຄໍາມ່ວນ ຈົ່ງໄດ້ສືບຕໍ່ຜັນຂະຫຍາຍມູນເຊື້ອຂອງແນວລາວສ້າງຊາດ ທີ່ໄດ້ເຄື່ອນໄຫວນໍາພາໃນແຕ່ລະໄລຍະ, ຕັ້ງໜ້າໃນການປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ ເຂົ້າຮ່ວມໃນການປົກປັກຮັກສາ ແລະ ພັດທະນາແຂວງຄໍາມ່ວນ, ພັດທະນາບ້ານຊ່ອງຂອງຕົນ ໃຫ້ເປັນຂະບວນການຢ່າງແຂງແຮງຂຶ້ນ, ແນວລາວສ້າງຊາດ ແຂວງ, ເມືອງ ແລະ ບ້ານ ຈົ່ງສືບຕໍ່ເປັນຫລັກແຫລ່ງ ໃນການເສີມຂະຫຍາຍສິດເປັນເຈົ້າ ແລະ ປົກປັກຮັກສາຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ຄະນະກຳມະການແນວລາວສ້າງຊາດທຸກຂັ້ນ ຈົ່ງເປັນເຈົ້າການ ໂດຍສົມທົບກັບການຈັດຕັ້ງຂອງພັກ, ຂອງລັດ ໃນການປຸກລະດົມຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ, ເອົາໃຈໃສ່ໃນການພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນກັບບັນດາເພື່ອນມິດ ກໍຄືປະເທດໃກ້ຄຽງ ແລະ ເພີ່ມທະວີເອົາໃຈໃສ່ໃນການກະກຽມກອງປະຊຸມໃຫຍ່ ຂອງແນວລາວສ້າງຊາດແຂວງ ໃຫ້ສໍາເລັດຜົນຕາມລະດັບຄາດໝາຍ. ຕໍ່ກັບວຽກງານສື່ມວນຊົນ ແມ່ນໃຫ້ເອົາໃຈໃສ່ເພີ່ມທະວີໃນການປັບປຸງ ແລະ ພັດທະນາວຽກງານສື່ມວນຊົນ ໃຫ້ທັນສະໄໝຂຶ້ນກວ່າເກົ່າ, ເອົາໃຈໃສ່ຍົກລະດັບພະນັກງານ-ວິຊາການ ໃຫ້ມີຄວາມສາມາດຕອບສະໜອງ ໃນການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່, ເພີ່ມທະວີໂຄສະນາປະຊາສໍາພັນ ບັນດາວຽກງານທີ່ສໍາຄັນຂອງແຂວງ ໂດຍສະເພາະ ຜົນງານການເຄື່ອນໄຫວທີ່ມີຜົນສໍາເລັດ ໃນການນໍາພາ-ຊີ້ນໍາຂອງອົງຄະນະພັກໃນແຕ່ລະຂັ້ນ, ໂຄສະນາວຽກດີຄົນເດັ່ນ, ວຽກງານການທ່ອງທ່ຽວ ແລະ ວຽກສໍາຄັນອື່ນໆ ຕິດພັນກັບການຕອບໂຕ້ຂ່າວປອມ ຂອງກຸ່ມຄົນທີ່ບໍ່ຫວັງດີ ໂຄສະນາບິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ເອົາໃຈໃສ່ແລກປ່ຽນບົດຮຽນກັບບັນດາປະເທດເພື່ອນມິດ ໃນດ້ານການເຄື່ອນໄຫວ ແລະ ການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນວຽກງານຂອງສື່ມວນຊົນ, ມີການສ້າງຕາໜ່າງຂ່າວໃຫ້ກວ້າງຂວາງ ເພື່ອໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ວ່ອງໄວ ແລະ ທົ່ວເຖິງ.