ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫລາຍພາກສ່ວນຊຸກຍູ້ກອງປະຊຸມໃຫຍ່ ແລະ ຊ່ວຍເຫລືອຜູ້ປະສົບໄພພິບັດ ຢູ່ແຂວງຊຽງຂວາງ

Aug 13, 2025

ແຫລ່ງຂ່າວຈາກ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ຫລາຍພາກສ່ວນ ປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ສະໄໝທີ IX ແລະ ຊ່ວຍເຫລືອຜູ້ປະສົບໄພພິບັດ ຢູ່ແຂວງຊຽງຂວາງ 285 ລ້ານກີບ ໃນວັນທີ 13 ສິງຫາ 2025 ທີ່ຫ້ອງວ່າການແຂວງຊຽງຂວາງ, ເຊິ່ງປະກອບມີ: ບໍລິສັດແຈງຫົງ ກໍ່ສ້າງເຄຫາ ແລະ ຂົວທາງຈຳກັດ 100 ລ້ານກີບ, ບໍລິສັດສິຮິໄຊກໍ່ສ້າງ ຈຳກັດ 50 ລ້ານກີບ, ບໍລິສັດພັດທະນາກໍ່ສ້າງສີບຸນເຮືອງ ຈຳກັດ 50 ລ້ານກີບ, ບໍລິສັດບ້ານນາກໍ່ສ້າງ ຈຳກັດ 30 ລ້ານກີບ, ບໍລິສັດດວງຕາວັນພັດທະນາກໍ່ສ້າງ ຈຳກັດ 30 ລ້ານກີບ ແລະ ບໍລິສັດອິນຊີທອງມໍເຕີຂາອອກ-ຂາເຂົ້າ ຈຳກັດ ຜູ້ດຽວ 25 ລ້ານກີບ ຕາງໜ້າຮັບໂດຍທ່ານ ບຸນຈັນສີ ວົງພັນ ເຈົ້າແຂວງໆຊຽງຂວາງ.
May be an image of 8 people and text May be an image of 8 people and text
ໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງບັນດາບໍລິສັດດັ່ງກ່າວ ທີ່ເຫັນໄດ້ຄວາມຈຳເປັນ ແລະ ປະກອບສ່ວນຊ່ວຍເຫລືອແຂວງຊຽງຂວາງ ໃນຄັ້ງນີ້, ເຊິ່ງເງິນຈຳນວນດັ່ງກ່າວ ຈະນຳໄປປະກອບສ່ວນຮັບໃຊ້ເຂົ້າໃນວຽກງານຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ຢູ່ບັນດາເມືອງຕ່າງໆ ເພື່ອຟື້ນຟູຊີວິດການເປັນຢູ່ ແລະ ການປູກພືດທົດແທນພື້ນທີ່ ທີ່ໄດ້ຮັບຜົນເສຍຫາຍ ພ້ອມທັງປະກອບສ່ວນຮັບໃຊ້ເຂົ້າໃນວຽກງານ ການດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ໃຫ້ມີຜົນສຳເລັດສົມບູນອັນຈົບງາມ ແລະ ຫວັງວ່າຈະໄດ້ຮັບການຮ່ວມມືຊ່ວຍເຫລືອຈາກພາກສ່ວນອື່ນໆຕື່ມອີກໃນຕໍ່ໜ້າ.
ຂ່າວ: ບຸນມີ ແສງທຸມມີ