ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ແຂວງສະຫວັນນະເຂດ ໄດ້ຈັດພິທີໂຮມຊຸມນຸມ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 13 ສິງຫາ 2025 ຢູ່ຫໍວັດທະນະທໍາ ໄກສອນ ພົມວິຫານໂດຍມີ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານພັກແຂວງ,ເຈົ້າແຂວງສະຫວັນນະເຂດ, ສະຫາຍ ຄໍາເກິ່ງ ສຸດທິເດດ ກໍາມະການພັກແຂວງຮັກສາການປະທານແນວລາວສ້າງຊາດແຂວງ, ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະກົງສຸນໃຫຍ່ຫວຽດນາມປະຈໍາແຂວງ, ຄະນະກົງສຸນໃຫຍ່ຣາຊະອານາຈັກໄທປະຈໍາແຂວງ, ພະນັກງານປະຕິວັດອາວຸໂສບໍານານ, ຄະນະກໍາມະການສູນກາງສູນກາງແນວລາວສ້າງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຜ່ານການຖ່າຍທອດສົດຈາກສູນກາງແນວລາວສ້າງຊາດ.
ໃນພິທີໄດ້ຮັບຟັງການປາໄສເຖິງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ ໂດຍຍົກໃຫ້ຜົນງານພົ້ນເດັ່ນຂອງແນວລາວສ້າງຊາດໃນແຕ່ລະໄລຍະ ຄື: ໄລຍະແນວລາວອິດສະຫລະ ແຕ່ປີ 1950-1956 ແນວລາວອິດສະຫລະ ໄດ້ປະຕິບັດບົດບາດອອກໜ້າແທນພັກໃນການເຕົ້າໂຮມກ້ອນກໍາລັງສໍາພັນທະພາບ ລະຫວ່າງຊົນຊັ້ນກຳມະກອນ-ຊາວກະສິກອນ ແລະ ບັນດາກຳລັງການເມືອງ, ການຈັດຕັ້ງສັງຄົມຕ່າງໆ, ອອກແຮງເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວຜູ້ຮັກຊາດ ແລະ ສຳພັນພິເສດກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ສໍາພັນ 3 ຊາດອິນດູ ຈີນ.

ໄລຍະແນວລາວຮັກຊາດ ປີ 1956-1979 ໂດຍເຕົ້າໂຮມທຸກກຳລັງຮັກຊາດ, ຜູ້ຊົງຄຸນວຸທິ, ຜູ້ມີທ່າອ່ຽງຮັກສັນຕິພາບ ແລະ ກ້າວໜ້າໃນເຂດສັດຕູ, ຈັດຕັ້ງກອງປະຊຸມປະສົມການເມືອງລະຫວ່າງ ແນວລາວຮັກຊາດ ກັບກຳລັງເປັນກາງຮັກຊາດ ຄັ້ງວັນທີ 13 ຕຸລາ 1965 ຢູ່ແຂວງຫົວພັນ ເພື່ອຕີເອົາໄຊຊະນະສັດຕູໃນທຸກໆບັ້ນຮົບທັງບັ້ນຮົບນ້ອຍ-ໃຫຍ່ຢ່າງມີໄຊ. ປຸກລະດົມຂະບວນການມະຫາຊົນເຂົ້າລວມລາວ ຄັ້ງທີ 3, ປະຕິບັດສັນຍາ-ອະນຸສັນຍາວຽງຈັນ ວັນທີ 21 ກຸມພາ 1973; ລຸກຮືຂຶ້ນ ຢຶດອໍານາດການປົກຄອງທົ່ວປະເທດ ວັນທີ 23 ສິງຫາ 1975 “ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ”; ສະຖາປະນາ ສປປ ລາວ ວັນທີ 2 ທັນວາ 1975. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກໄດ້ເຄື່ອນໄຫວເປີດເຜີຍ, ມີອົງການລັດເຮັດບົດບາດບໍລິຫານຄຸ້ມຄອງ, ແນວລາວຮັກຊາດໄດ້ຍົກສູງບົດ ບາດໃນການເຕົ້າໂຮມກ້ອນກຳລັງສາມັກຄີປອງດອງທົ່ວປວງຊົນ, ໂຄສະນາ-ສຶກສາອົບຮົມປະຊາຊົນຢ່າງກວ້າງຂວາງ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປຸກລະດົມປະຊາຊົນບັນດາເຜົ່າປະຕິບັດແຜນນະໂຍບາຍຮຳບາດແຜສົງຄາມ. ໄລຍະປີ 1979-1993 ພັກໄດ້ນໍາພາແນວລາວຮັກຊາດ ດໍາເນີນກອງປະຊຸມໃຫຍ່ ແລະ ໄດ້ປ່ຽນຊື່ ຈາກແນວລາວຮັກຊາດ ມາເປັນແນວລາວສ້າງຊາດຈົນເຖິງປະຈຸບັນ; ໄລຍະ 2020-2025 ເປັນໄລຍະທີ່ສະພາບສາກົນ, ພາກພື້ນມີຄວາມສັບສົນ ແລະ ພາຍໃນປະເທດມີຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນ, ເງິນຕາ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ປະສົບກັບໄພພິບັດທຳມະຊາດຢ່າງໜັກໜ່ວງ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ. ແຕ່ພາຍໃຕ້ການນໍາພາຂອງພັກ, ລັດຖະບານ, ແນວລາວສ້າງຊາດ, ຄະນະພັກ-ອົງການປົກຄອງແຕ່ລະຂັ້ນຍັງຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ ໂດຍມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ 11 ໄດ້ກຳນົດ 4 ການຫັນປ່ຽນ ໃນວຽກງານແນວໂຮມ.
ໂດຍລວມແລ້ວ ແນວລາວສ້າງຊາດເປັນສ່ວນປະກອບສໍາຄັນ ທີ່ຕັດແຍກບໍ່ໄດ້ໃນລະບົບການ ເມືອງປະຊາທິປະໄຕ ປະຊາຊົນ ທີ່ມີພັກປະຊາຊົນປະຕິວັດລາວ ເປັນແກນນໍາ; ວຽກງານແນວໂຮມໃນໄລຍະໃໝ່ ແມ່ນເສີມສ້າງມະຫາສາມັກຄີປວງຊົນລາວ, ແມ່ນການເຕົ້າໂຮມກຳລັງແຮງທົ່ວສັງຄົມ ແລະ ວຽກງານແນວໂຮມແມ່ນຄວາມຮັບຜິດຊອບ ໂດຍກົງຂອງພັກ ແລະລັດ ກໍຄື ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ເຊິ່ງພັກເປັນຄັນທຸງ, ເປັນແກ່ນກາງຂອງວຽກງານແນວໂຮມ ແລະ ແນວລາວສ້າງຊາດ ເປັນອົງການສໍາຄັນທາງການເມືອງ-ສັງຄົມ, ເປັນອົງການຫລັກແຫລ່ງ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີປະຊາຊົນທຸກຊັ້ນຄົນ, ຊົນເຜົ່າ, ເພດໄວ, ສາສະໜາ, ພີ່ນ້ອງລາວຢູ່ຕ່າງປະເທດ ຊ່ວຍພັກ ແລະ ລັດໃນແຕ່ລະຂັ້ນ.


