ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນຂັ້ນສູງນະຄອນຄຸນໝິງ ຢ້ຽມຢາມດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ

Aug 14, 2025

ວັນທີ 12 ສິງຫາ 2025, ຄະນະຜູ້ແທນຂັ້ນສູງນະຄອນຄຸນໝິງນໍາໂດຍທ່ານ ຈ້າວ ໂບ ຮອງເຈົ້າຄອງນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ໄດ້ຢ້ຽມຢາມດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຕ້ອນຮັບໂດຍທ່ານ ວຽງຄອນ ສິດທິໄຊ ຮອງປະທານບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ.
ໂອກາດນີ້ທ່ານ ວຽງຄອນ ສິດທິໄຊ ໄດ້ກ່າວວ່າ, ໂຄງການທ່າບົກທ່ານາແລ້ງເປັນໂຄງການຍຸດທະສາດຂອງພາກລັດຖະບານລາວ ເຊິ່ງໜຶ່ງໃນແຜນພັດທະນາລາວໂລຊິດສະຕິດ ແລະ ເປັນໜຶ່ງໃນ 9 ຈຸດທ່າບົກທີ່ມຫຍ່ທີ່ສຸດໃນທົ່ວປະເທດລາວ ເປັນໂຄງ ການຈຸດເຊື່ອມໂຍງເຊື່ອມຈອດການຄ້າ ແລະ ການຂົນສົ່ງລະຫວ່າງພາກພື້ນອາຊຽນໄປຫາປະເທດຈີນ ແລະ ໄປຫາບັນດາປະເທດຕ່າງໆຕາມແລວເສັ້ນທາງລົດໄຟລາວ-ຈີນ ຈົນຂະຫຍາຍໄປຮອດເອີຣົບ ທີ່ນອນຢູ່ໃນແຜນຍຸດທະສາດຂອງການພັດທະນາໜຶ່ງແລວ ໜຶ່ງເສັ້ນທາງ ເຊິ່ງເປັນປະຕູຂອງບັນດາປະເທດອາຊຽນເຊື່ອມຕໍ່ຈີນ.
ສອງຝ່າຍໄດ້ສົນທານາ ແລະ ປຶກສາຫາລືບາງບັນຫາທີ່ສົນໃຈເພື່ອຈະເປັນແນວທາງທີ່ດີໃນການຮ່ວມມືກັນໃນຕໍ່ໜ້າເປັນຕົ້ນສອງຝ່າຍຈະໄດ້ມີການເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງຂຶ້ນຕື່ມ ໂດຍສະເພາະການຮ່ວມມືດ້ານການຂົນສົ່ງທາງບົກທາງລົດໄຟ ສະເໜີໃຫ້ມີການແລກປ່ຽນຂໍ້ມູນຂ່າວສານ ແລກປ່ຽນການເຮັດວຽກຮ່ວມກັນ ແລກປ່ຽນສົ່ງເສີມການຂົນສົ່ງທາງລົດໄຟທີ່ເປັນເປົ້າໝາຍຫຼັກຂອງລັດຖະບານ ແລະ ຂອງເອກະຊົນລາວ ຮ່ວມມືປັບປຸງໂຄງສ້າງການບໍລິການ ແລກປ່ຽນຂໍ້ມູນປະລິມານການຂົນສົ່ງຕ່າງໆ ຮ່ວມມືການຖືຮຸ້ນນໍາກັນໂດຍມີຫຼາຍພາກສ່ວນເພື່ອເປັນການຍົກສູງທ່າບົກ ເພື່ອຫຼຸດຜ່ອນຄ່າບໍລິການການຂົນສົ່ງລົງ ຮ່ວມກັນແກ້ໄຂຂອດອຸດຕັນໃຫ້ແກ່ການຂົນສົ່ງ ເພື່ອຫຼຸດຜ່ອນເວລາການລໍຖ້າການຂົນສົ່ງລົງ ຝ່າຍລາວມີນະໂຍບາຍປັບປຸງຄ່າບໍລິການ ໂດຍອີງຕາມປະລິມານການຂົນສົ່ງຖ້າເປັນຈຳນວນຫຼາຍກໍຈະມີສ່ວນຫຼຸດ ແລກປ່ຽນຂໍ້ມູນການຂົນສົ່ງໃຫ້ມີການຈອດກັນລະຫວ່າງສອງຝ່າຍເພື່ອອຳນວຍຄວາມສະດວກການຂົນສົ່ງເຮັດໃຫ້ການໃຊ້ເວລາການຂົນສົ່ງຫຼຸດລົງ ແລະ ເຮັດໃຫ້ຄ່າໃຊ້ຈ່າຍຫຼຸດລົງ.
ໂອກາດນີ້ຄະນະບໍລິຫານ ແລະ ພະນັກງານບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວຍັງໄດ້ນໍາພາຄະນະຜູ້ແທນຂັ້ນສູງນະຄອນຄຸນໝິງຢ້ຽມຊົມລານຕູ້ສິນຄ້າຊີວາຍ ສາງຄ່ຽນຖ່ານສິນຄ້າ ແລະ ຈຸດຄ່ຽນຖ່າຍສິນຄ້າລະຫວ່າງລາງມາດຕະຖານ ແລະ ລາງໜຶ່ງແມັດຕື່ມອີກ.
May be an image of 7 people, table and text May be an image of 3 people and text