ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍາກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຊີ້ນໍາວຽກງານ 2 ກົມວິຊາການ

Aug 14, 2025

ໃນວັນທີ 12 ສິງຫາ 2025 ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ລົງຊຸກຍູ້ ແລະ ຊີ້ນໍາການຈັດຕັ້ງປະຕິບັດວຽກງານຢູ່ ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ມີບັນດາ ທ່ານ ຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງທັງສອງກົມ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ວິລະນະ ສອນນະສິນ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍສະເພາະ ວຽກງານການຂຶ້ນທະບຽນອອກໃບຕາດິນ, ການຈັດສັນທີ່ດິນ ແລະ ການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້, ການກຳນົດເຂດທີ່ດິນກະສິກຳ, ການຄຸ້ມຄອງການຫັນປ່ຽນທີ່ດິນ ແລະ ການຄຸ້ມຄອງ ທີ່ດິນກະສິກຳ, ການກວດກາ ການເຊົ່າ ແລະ ສຳປະທານທີ່ດິນ ລວມທັງວຽກງານການຫັນເປັນທັນສະໄໝ. ມາຮອດປັດຈຸບັນ, ໄດ້ສຳເລັດຂຶ້ນທະບຽນອອກໃບຕາດິນໃນຂອບເຂດທົ່ວປະເທດ ໄດ້ 692,200 ຕອນ (ແຕ່ ປີ 2021 ຮອດເດືອນ ມິຖຸນາ 2025). ສໍາລັບແຜນສູ້ຊົນ 6 ເດືອນທ້າຍປີ 2025 ແມ່ນຕ້ອງສຸມໃສ່ອອກໃບຕາດິນ ຢູ່ 50 ເມືອງ ໂຄງການທະນາຄານໂລກ ທີ່ມີຕົວເລກອອກໃບຕາດິນ 207,619 ຕອນ. ຕໍ່ມາ, ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ຂຶ້ນລາຍງານ ກ່ຽວກັບ ສະພາບໂຄງຮ່າງການຈັດຕັ້ງ, ພາລະບົດບາດ, ສິດ-ໜ້າທີ່ ຂອງກົມ ລວມທັງ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເປັນຕົ້ນແມ່ນ ວຽກງານ ນິຕິກໍາ ສ້າງ ແລະ ປັບປຸງ ບັນດານິຕິກໍາ, ລະບຽບການ, ຂໍ້ຕົກລົງ ແລະ ຄູ່ມືແນະນໍາວິຊາການ ລຸ່ມກົດໝາຍທີ່ກ່ຽວຂອງ; ວຽກງານກວດກາການຈັດຕັ້ງປະຕິບັດ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາ ດ້ານສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ; ລົງຊຸກຍູ້ ແລະ ກວດກາຄວາມຄືບໜ້າໃນການອອກຂໍ້ຕົກລົງລົບລ້າງບັນດາໂຄງການ ທີ່ນອນຢູ່ໃນເປົ້າໝາຍໂຄງການເຊົ່າ ແລະ ສໍາປະທານ ທີ່ດິນຂອງລັດ ລວມທັງລາຍງານ ທິດທາງແຜນການໃນຕໍ່ໜ້າ. ໃນທີ່ປະຊຸມ ບັນດາທ່ານ ຮອງລັດຖະມົນຕີ ໄດ້ຂຶ້ນປະກອບຄໍາຄິດຄໍາເຫັນ ຕໍ່ກັບບົດລາຍງານຂອງທັງສອງກົມ ເພື່ອໃຫ້ສອດຄ່ອງກັບວຽກງານແຜນໃນຕໍ່ໜ້າ.
May be an image of 5 people, people studying, dais and text May be an image of 8 people and hospital
ໃນຕອນທ້າຍ ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດໂອ້ລົມ ສະເໜີໃຫ້ຄະນະພັກຄະນະນໍາຂອງສອງກົມ ເອົາໃຈໃສ່ສືບຕໍ່ ສຶກສາອົບຮົມ ທາງດ້ານການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ມີຄຸນທາດການເມືອງໜັກແໜ້ນ ມີຄວາມອຸ່ນອ່ຽງທຸ່ນທ່ຽງ; ສືບຕໍ່ປັບປຸງແບບແຜນນຳພາ ພ້ອມທັງ, ຮີບຮ້ອນຄົ້ນຄວ້າ ປັບປຸງພາລະບົດບາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງກົມ ໃຫ້ສໍາເລັດໂດຍໄວ ໂດຍຕິດພັນກັບການກໍານົດຕໍາແໜ່ງງານຢ່າງລະອຽດ ແລະ ສອດຄ່ອງກັບໜ້າວຽກຕົວຈິງ. ສໍາລັບວຽກງານກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ສະເໜີໃຫ້ກວດຄືນ ບັນດານິຕິກໍາ ທີ່ກ່ຽວຂ້ອງ ທີ່ມີໃນປັດຈຸບັນ ເປັນຕົ້ນ: ຂໍ້ຕົກລົງ, ແຈ້ງການ, ຄໍາແນະນໍາ, ຄູ່ມືວິຊາການ ແລະ ອື່ນໆ; ສືບຕໍ່ປັບປຸງຄືນ ກົນໄກການປະສານງານ ແລະ ຄວາມຮັບຜິດຊອບ ລະຫວ່າງ ຂະແໜງການ ນັບແຕ່ຂັ້ນສູນກາງ ຈົນຮອດທ້ອງຖິ່ນ ໃຫ້ໄປໃນທິດທາງດຽວກັນ; ສືບຕໍ່ພັດທະນາລະບົບ ການຫັນເປັນທັນສະໄໝ ໂດຍສະເພາະ ລະບົບຖານຂໍ້ມູນທີ່ດິນ ແລະ ຫັນວຽກງານການບໍລິການທີ່ດິນເປັນທັນສະໄໝ ໃຫ້ສໍາເລັດ. ສໍາລັບວຽກງານກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສະເໜີໃຫ້ສືບຕໍ່ຄົ້ນຄວ້າ ແລະ ປະເມີນຄືນເຄືອຂ່າຍການປະສານງານ ການຈັດຕັ້ງປະຕິບັດກົດໝາຍຂັ້ນສູນກາງ ຈົນຮອດທ້ອງຖິ່ນ; ສືບຕໍ່ພັດທະນາ ແລະ ປັບປຸງກົນໄກການປະສານງານ ແລະ ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ບັນດາໂຄງການລົງທຶນ, ໂຮງຈັກ-ໂຮງງານ, ໂຄງການຂຸດຄົ້ນ ແຮ່ທາດຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດ ບັນດາໂຄງການການເຊົ່າ ແລະ ສໍໍາປະທານທີ່ດິນຂອງລັດ ໃຫ້ເຂົາເປັນລະບົບ ແລະ ຫັນເປັນທັນສະໄໝ ສາມາດກວດໄດ້ງ່າຍ, ມີລະບົບຖານຂໍ້ມູນ ທີ່ຈະແຈ້ງ ແລະ ຊັດເຈນ, ຮັບປະກັນມີຂໍ້ມູນຄົບຖ້ວນ ກ່ອນລົງກວດກາຕົວຈິງ.
ຂ່າວ-ພາບ: ສອນເພັດ