ກອງປະຊຸມປຶກສາຫາລືການແກ້ໄຂບັນຫາ ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ທາດ) ຢູ່ ນວ ລະຫວ່າງຄະນະສະເພາະກິດ 47/ນຍ ແລະ ຄະນະສະເພາະກິດນວ ຈັດຂຶ້ນວັນທີ 14 ສິງຫາ 2025 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ(ນວ) ໂດຍການເປັນປະທານຂອງທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນວ.
ໂອກາດນີ້, ທ່ານ ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວວ່າ: ເພື່ອຕິດຕາມ ກວດກາ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິ ຄຳສັ່ງຕ່າງໆຂອງລັດຖະບານກ່ຽວກັບການຕິດຕາມ ກວດກາ ແກ້ໄຂບັນຫາການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ ເປັນຕົ້ນແມ່ນການຂຸດຄົ້ນແຮ່ຄຳຕົກຂ້ອນຢູ່ນວ ເຊິ່ງບັນຫາດັ່ງກ່າວເປັນວຽກງານທີ່ສໍາຄັນທີ່ພາກພື້ນ ແລະ ສາກົນໄດ້ເອົາໃຈໃສ່ໃນການຄຸ້ມຄອງ ແລະ ປົກປັກຮັກສາ ໃນຕົ້ນປີ 2025 ລັດຖະບານກໍໄດ້ອອກຄໍາສັ່ງເລກທີ 06/ນຍ ວ່າດ້ວຍການຕິດຕາມ ກວດກາ ແລະ ການແກ້ໄຂບັນຫາແຮ່ຄໍາຕົກຂ້ອນ ຫີນ ແລະ ຊາຍຕາມບັນດາສາຍນໍ້າ ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ ໃນຂອງເຂດທົ່ວປະເທດເຊິ່ງໃນຄໍາສັ່ງແມ່ນໃຫ້ຢຸດຕິຖາວອນ ການອະນຸຍາດໃຫ້ຂຸດຄົ້ນແຮ່ຄໍາຕົກຂ້ອນທຸກຮູບແບບ ໃນຂອບເຂດທົ່ວປະເທດ ພ້ອມກັນນັ້ນກໍໄດ້ມອບໝາຍໃຫ້ບັນດາກະຊວງ ອົງການທຽງເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນຈັດຕັ້ງປະຕິບັດການແກ້ໄຂ ກຳນົດມາດຕະການ ມອບໝາຍໃຫ້ແຕ່ລະພາກສ່ວນ ແລະ ໃຫ້ຄົ້ນຄ້ວາກໍາແໜ້ນຄໍາສັ່ງສະບັບນີ້ ພ້ອມທັງຜັນຂະຫຍາຍອອກເປັນໜ້າວຽກລະອຽດໃຫ້ມີປະສິດທິຜົນ.

ທ່ານ ສີລິລາດທົງສິນ ທອງເພັງ ກໍໄດ້ກ່າວວ່າ:ນະຄອນຫຼວງວຽງຈັນໄດ້ແຕ່ງຕັ້ງຄະນະສະເພາະກິດຂັ້ນນະຄອນຫຼວງວຽງຈັນ (ເລກທີ 160/ຈນວ) ເພື່ອຮ່ວມເຮັດວຽກກັບຄະນະສະເພາະກິດຂັ້ນສູນກາງ ໃນການດໍາເນີນການກວດສອບການຄຸ້ມຄອງລາຍຮັບ ແລະ ການຂຸດຄົ້ນແຮ່ຄໍາ (ແບບທົດລອງ) ຂອງນວ ພ້ອມກໍໄດ້ສະເໜີເພື່ອພ້ອມກັນສືບຕໍ່ປຶກສາຫາລືບັນດາຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ຫາສາເຫດເພື່ອພ້ອມກັນຊອກຫາວິທີແກ້ໄຂໃຫ້ຂາດຕົວຂອງ 8 ບໍລິສັດ ທີ່ຂຸດຄົ້ນແຮ່ຄໍາຢູ່ ນວ (ຕາມການເກັບກຳຂໍ້ມູນ ແລະ ການລາຍງານຂອງອົງການກວດສອບແຫ່ງ.
ຂ່າວ: ວຽງຈັນໃຫມ່


