ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ ໄດ້ຮັບເຄື່ອງຊ່ວຍເຫລືອ

Aug 14, 2025

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ມອບໃຫ້ແຂວງຄຳມ່ວນ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ ໃນວັນທີ 13 ສິງຫາ 2025 ທີ່ຫ້ອງວ່າການແຂວງຄໍາມ່ວນ ຕາງໜ້າມອບໂດຍ ທ່ານ ຫວາງ ເຕີ ສວນ ຜູ້ອຳນວຍການບໍລິສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ.
ເຄື່ອງຊ່ວຍເຫລືອທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຂົ້າສານ, ອາຫານແຫ້ງ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຫົ່ມ ແລະ ເງິນສົດຈຳນວນໜຶ່ງ ລວມມູນຄ່າ 200 ລ້ານກີບ.
ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ໄດ້ກ່າວສະແດງຄວາມຂອບໃຈ ພ້ອມທັງມອບໃບຍ້ອງຍໍ ໃຫ້ແກ່ບໍລິສັດ ເພື່ອເປັນການສັນລະເສີນ ແລະ ຈາລຶກຄຸນງາມຄວາມດີ ຂອງບໍລິສັດດັ່ງກ່າວ ທີ່ໄດ້ປະກອບສ່ວນຊ່ວຍເຫລືອໄພພິບັດໃນຄັ້ງນີ້.
ໃນມື້ດຽວກັນ, ບໍລິສັດ ດີເອັມ ໄດ້ປະກອບສ່ວນເປັນເງິນສົດ 30 ລ້ານກີບ ເພື່ອຊ່ວຍເຫລືອໄພພິບັດນໍ້າຖ້ວມ ຕາງໜ້າຮັບໂດຍ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄໍາມ່ວນ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
May be an image of 5 people and text