ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ນາກາຍ ຮ່ວມກັບປະຊາຊົນ ສ້ອມແປງເສັ້ນທາງໄປບ້ານ ນາຕານ ເມືອງ ນາກາຍ ແຂວງຄໍາມ່ວນ.

Aug 14, 2025

ວັນທີ 13 ສິງຫາ 2025 ນີ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ນາກາຍ ແຂວງຄໍາມ່ວນ ພ້ອມພະນັກງານຫ້ອງການອ້ອມຂ້າງເມືອງ, ສະມາຄົມລົດໂດຍສານ ແລະ ປະຊາຊົນ ບ້ານ ກວນ ສ້ອມແປງເສັ້ນທາງ ໄປບ້ານນາຕານ ເມືອງນາກາຍ ແຂວງຄໍາມ່ວນ ນໍາພາໂດຍທ່ານ ຕຽງຄໍາ ມູນໂນລາດ ຄະນະປະຈໍາພັກເມືອງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງນາກາຍ ແຂວງຄໍາມ່ວນ, ມີແຮງງານເຂົ້າຮ່ວມທັງໝົດ 102 ຄົນ, ຍິງ 23 ຄົນ ໄດ້ອອກແຮງງານ ສ້ອມແປງທາງບ່ອນທີ່ເປ່ເພແຕ່ທາງລົງພູນາດ່ານ ຫາ ບ້ານນາຕານເມືອງນາກາຍ ແຂວງຄໍາມ່ວນ ຈຸດທີ່ເປ່ເພ, ຂຸມເລີກ ຈາກໄພທໍາມະຊາດ ເນື່ອງຈາກວ່າມີຝົນຕົກໜັກໃນໄລຍະຜ່າມາ, ເຮັດໃຫ້ດິນເຊາະເຈື່ອນທາງຂາດ ແລະ ດິນເຈື່ອນລົງຖົມທາງເພື່ອແປງໃຫ້ຮາບພຽງ ແລະ ຄືນສູ່ສະພາບປົກກະຕິ ມີທັງໝົດ 4 ຈຸດໄດ້ແປງທາງເອົາຫີນມາຖົມບ່ອນທີ່ມີຂຸມເລີກ ແລະ ແປງ ຂົວ 2 ຂົວທີ່ໄດ້ມີໄມ້ ແລະ ດິນເຈື່ອນທັບຖົມໃນຄອງລະບາຍນໍ້າ, ເພື່ອເຮັດໃຫ້ການສັນຈອນໄປມາ ມີຄວາມສະດວກສະບາຍ.
May be an image of 7 people and tree May be an image of 6 people and motorcycle May be an image of 3 people
ຂໍ້ມູນຈາກ: ຄະນະຄວບຄຸມໄພພິບັດຂັ້ນເມືອງ