ວັນທີ 15 ສິງຫາ 2025 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ 5 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກຂຶ້ນ ຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13.8.1950-13.8.2025), ວັນສື່ມວນຊົນ ແລະ ວັນພິມຈໍາໜ່າຍ ຄົບຮອບ 75 ປີ(13.8.1950-13.8.2025), ວັນຍຶດອໍານາດທົ່ວປະເທດ ຄົບຮອບ 50 ປີ (23.8.1975-23.8.2025), ວັນສ້າງຕັ້ສານປະຊາຊົນ ຄົບຮອບ 43 ປີ(15.8.1982-15.8.2025) ແລະ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ(15.8.1991-15.8.2025), ໂດຍການປາຖະກະຖາຂອງທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຫົງສາ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ພະນັກງານອາວຸໂສບຳນານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຫົວໜ້າລັດວິສາຫະກິດ ສູນບໍລິການປະຈໍາເມືອງ, ທະຫານ, ຕຳຫຼວດ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງເມືອງ, ນາຍບ້ານ ແລະ ປະທານແນວລາວສ້າງຊາດບ້ານເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ແຫຼ້ ອ່ອນສົມບູນ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ, ຜົນງານທີ່ພົ້ນເດັ່ນໃນໄລຍະແນວລາວອິດສະຫຼະ, ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງແນວລາວສ້າງຊາດ, ບາງຜົນງານອັນພົ້ນເດັ່ນຂອງແນວລາວສ້າງຊາດແຂວງໄຊຍະບູລີ ໃນໄລຍະ 5 ປີຜ່ານມາ. ຄວາມເປັນມາໃນການສ້າງ ແລະ ປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ, ຕີລາຄາດ້ານດີການຈັດຕັັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ (ຕະຫຼອດ 34 ປີ), ສືບຕໍ່ຈັດຕັັ້ງປະຕິບັດລັດຖະທໍາມະນູນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ບາງຜົນງານພົ້ນເດັ່ນໃນໄລຍະ 1 ປີຜ່ານມາ ຂອງສະພາປະຊາຊົນແຂວງ ຊຸດທີ 2. ປະຫວັດຄວາມເປັນມາຂອງການຢຶດອໍານາດ ເດືອນສິງຫາ ປີ 1945, ການຢຶດອໍານາດໃນວັນ 23 ສິງຫາ ປີ 1975, ສືບຕໍ່ເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນການພັດທະນາປະເທດຊາດ. ປະຫວັດ, ມູນເຊື້ອຂອງວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ, ຜົນງານທີ່ພົ້ນເດັ່ນຂອງຂົງເຂດສື່ມວນຊົນ, ຂົງເຂດການພິມຈຳໜ່າຍວຽກງານສື່ມວນຊົນ, ມູນເຊື້ອການເຕີບໃຫຍ່ ຂະຫຍາຍຕົວ ຂອງວຽກງານສື່ມວນຊົນ ແລະ ພິມຈຳໜ່າຍ ເຊິ່ງໄດ້ກາຍເປັນເຄື່ອງມືແຫຼມຄົມຂອງ ພັກໃນການໂຄສະນາເຜີຍແຜ່ ແລະ ສະໜອງດ້ານຂໍ້ມູນຂ່າວສານຕໍ່ບັນດາເຫດການສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງສາກົນໃຫ້ແກ່ສັງຄົມ, ພ້ອມທັງຮ່ວມກັນແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ບົນພື້ນຖານສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ຂອງພັກ.
ຂ່າວ-ພາບ: ຖວທ ເມືອງຫົງສາ


