ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມປຶກສາຫາລືລະຫວ່າງບັນດາປະເທດທີ່ມີຊາຍແດນຕິດຈອດກັບມຽນມາ

Aug 15, 2025

ໃນວັນທີ 15 ສິງຫາ 2025 ທີ່ເມືອງອານໜິງ ແຂວງຢູນໜານ ສປ ຈີນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງບັນດາປະເທດທີ່ມີຊາຍແດນຕິດຈອດກັບມຽນມາ ຮ່ວມກັບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ໄທ ແລະ ມຽນມາ.
ກອງປະຊຸມປະຊຸມດັ່ງກ່າວ, ໄດ້ຮັບຊາບກ່ຽວກັບສະພາບການໂດຍທົ່ວໄປຂອງມຽນມາ, ລວມທັງແຜນການຈັດການເລືອກຕັ້ງທົ່ວໄປໃນ ມຽນມາ ໃນທ້າຍປີ 2025 ຫລື ຕົ້ນປີ 2026 ແລະ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບ ມຽນມາ. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຢືນຢັນຄວາມໝາຍໝັ້ນຂອງ ສປປ ລາວ ໃນການສະໜັບສະໜູນ ມຽນມາ ແກ້ໄຂບັນຫາການເມືອງທີ່ຊັບຊ້ອນຢູ່ ມຽນມາ ໂດຍສັນຕິ ແລະ ຍືນຍົງ ບົນພື້ນຖານຫລັກການທີ່ ມຽນມາ ເປັນຜູ້ນຳພາ ແລະ ເປັນເຈົ້າການ ໂດຍຜ່ານການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງບັນດາຜູ້ນຳອາຊຽນ.
May be an image of 4 people May be an image of 11 people and dais
ພ້ອມກັນນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມື ເພື່ອແກ້ໄຂບັນຫາອາຊະຍາກຳຂ້າມຊາດ ເຊັ່ນ: ບັນຫາການຄ້າຢາເສບຕິດ, ການຄ້າມະນຸດ ແລະ ການຫລອກລວງທາງອອນລາຍ ເຊິ່ງກອງປະຊຸມໄດ້ເອກະພາບກັນວ່າ ບັນຫາອາຊະຍາກຳຂ້າມຊາດເຫລົ່ານີ້ ມີການພົວພັນລະຫວ່າງກັນ, ເປັນໄພຂົ່ມຂູ່ຮ້າຍແຮງຕໍ່ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາ ລວມທັງຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນໃນພາກພື້ນດັ່ງກ່າວ, ຊຶ່ງມີຄວາມຈຳເປັນອັນຮີບດ່ວນໃນການສືບຕໍ່ຮ່ວມມືກັນແກ້ໄຂ ເພື່ອສ້າງໃຫ້ພາກພື້ນດັ່ງກ່າວ ມີຄວາມສະຫງົບ, ປອດໄພ ແລະ ສົ່ງເສີມການຮ່ວມມືເພື່ອການພັດທະນາແບບຍືນຍົງ.
May be an image of 3 people and text that says '$ 老抛 老拉'