ວັນທີ 15 ສິງຫາປີ 2005, ທ່ານ ສີຈິ້ນຜິງ ທີ່ເປັນເລຂາຄະນະພັກແຂວງເຈີ້ຈ່ຽງ ໃນເວລານັ້ນ ໄດ້ລົງສຳຫຼວດວຽກງານຢູ່ບ້ານຢູເມືອງອານຈີແຂວງເຈີ້ຈ່ຽງ, ທ່ານໄດ້ສະເໜີແນວຄວາມຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ໂດຍໄດ້ກ່າວເນັ້ນໜັກວ່າ ການອະນຸລັກສິ່ງແວດລ້ອມນິເວດ ແລະ ການພັດທະນາເສດຖະກິດເອກະພາບແບບສັດຈະວິພາກ ໄດ້ກາຍເປັນທິດຊີ້ນຳສຳຄັນ ໃຫ້ແກ່ການຮ່ວມມືສີຂຽວລະຫວ່າງຈີນ-ລາວ. ທ່ານສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ໃນເວລານັ້ນ ເຄີຍກ່າວວ່າ: “ທ່ານ ສີຈິ້ນຜິງ ໄດ້ສະເໜີວິທີແກ້ໄຂແບບລຽບງ່າຍ ຕໍ່ຄວາມຂັດແຍ້ງກັນດ້ານການພັດທະນາ. ລາວຄວນຖືເອົາແນວຄວາມຄິດດັ່ງກ່າວ ມາປັບໃຊ້ເປັນແນວຄວາມຄິດໃນການພັດທະນາຂອງຕົນ.” ພາຍໃຕ້ການຊີ້ນຳຂອງແນວຄວາມຄິດດັ່ງກ່າວ, ຈີນ ແລະ ລາວໄດ້ດຳເນີນການຮ່ວມມືກັນແບບສີຂຽວໃນຫຼາຍຂົງເຂດຢ່າງຕັ້ງໜ້າ ເຊິ່ງໄດ້ຊຸກຍູ້ຄວາມພະຍາຍາມຮ່ວມກັນຂອງສອງປະເທດ ໃນດ້ານການອະນຸລັກສິ່ງແວດລ້ອມນິເວດ ແລະ ການພັດທະນາແບບຍືນຍົງ.
ໃນຖານະເປັນໂຄງການສັນຍະລັກໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເສັ້ນທາງລົດໄຟລາວ-ຈີນ ບໍ່ພຽງແຕ່ເປັນເສັ້ນທາງທີ່ສຳຄັນສາຍໜຶ່ງເທົ່ານັ້ນ, ຍິ່ງແມ່ນເສັ້ນທາງແຫ່ງການພັດທະນາສີຂຽວອີກດ້ວຍ. ໃນຂະບວນການກໍ່ສ້າງ, ສອງຝ່າຍຈີນ ແລະ ລາວ ໄດ້ຍຶດໝັ້ນແນວຄວາມຄິດສີຂຽວ ແລະ ພະຍາຍາມຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມນິເວດ ຢູ່ລຽບຕາມເສັ້ນທາງລົດໄຟໃຫ້ຕ່ຳລົງຢ່າງສຸດຂີດ ໂດຍໄດ້ນຳໃຊ້ເຕັກໂນໂລຊີທັນສະໄໝ ເພື່ອປົກປ້ອງຖິ່ນຢູ່ອາໄສຂອງສັດ ແລະ ພືດທີ່ລ້ຳຄ່າ ໂດຍໄດ້ວາງແຜນສ້າງເສັ້ນທາງຍົກຍ້າຍຂອງສັດປ່າຢ່າງເໝາະສົມ ແລະ ໄດ້ເປີດຊ່ອງທາງສະເພາະ ໃຫ້ແກ່ສັດປ່າຫາຍາກຕ່າງໆ ເຊັ່ນ: ຊ້າງປ່າເປັນຕົ້ນ ເພື່ອຮັບປະກັນບໍ່ໃຫ້ທຳລາຍພື້ນທີ່ການຢູ່ລອດຂອງສັດປ່າເຫຼົ່ານີ້. ໃນຂະນະດຽວກັນ, ຍັງໄດ້ປູກຕົ້ນໄມ້ເພື່ອໃຫ້ເປັນປ່າ ຢູ່ເຂດລຽບຕາມເສັ້ນທາງລົດໄຟ ແລະ ຟື້ນຟູສິ່ງແວດລ້ອມນິເວດທີ່ຖືກທຳລາຍ ຍ້ອນການກໍ່ສ້າງທາງລົດໄຟ ເຮັດໃຫ້ເສັ້ນທາງລົດໄຟ ແລະ ສິ່ງແວດລ້ອມທຳມະຊາດຢູ່ເຂດອ້ອມຂ້າງເຊື່ອມໂຍງເຂົ້າກັນ ເຊິ່ງໄດ້ບັນລຸການກໍ່ສ້າງໂຄງການ ແລະ ການອະນຸລັກສິ່ງແວດລ້ອມນິເວດ ທີ່ປະສານສົມທົບກັນແບບກາຍອິນຊີ.

ບັນດາທ່ານກໍຮູ້ແລ້ວວ່າ: ຈີນ ແລະ ລາວມີສາຍພູ ແລະ ແມ່ນ້ຳຕິດຈອດກັນ, ມີລະບົບນິເວດອັນດຽວກັນ ແລະ ມີຊີວະນາໆພັນທີ່ຄ້າຍຄືກັນ. ພາຍໃຕ້ການຊີ້ນຳຂອງແນວຄວາມຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”, ສອງຝ່າຍໄດ້ຮ່ວມກັນປົກປ້ອງຊີວະນາໆພັນ ໂດຍໄດ້ສ້າງເຂດສະຫງວນຮ່ວມກັນຢູ່ເຂດຊາຍແດນ ທີ່ມີເນື້ອທີ່ 150.000 ກວ່າເຮັກຕາ. ໃນເຂດສະຫງວນດັ່ງກ່າວ, ສອງຝ່າຍໄດ້ຮ່ວມກັນຕິດຕາມລາດຕະເວນ, ໄດ້ແລກປ່ຽນຂໍ້ມູນຂ່າວສານເປັນປະຈຳ, ຊົມໃຊ້ຜົນການຄົ້ນຄວ້າທາງວິທະຍາສາດຮ່ວມກັນ, ຮ່ວມກັນປາບປາມການລ່າເນື້ອແບບຜິດກົດໝາຍ ແລະ ການທຳລາຍສິ່ງແວດລ້ອມນິເວດອື່ນໆ. ໂດຍຜ່ານຄວາມພະຍາຍາມມາເປັນເວລາຫຼາຍປີ, ສິ່ງແວດລ້ອມນິເວດໃນເຂດສະຫງວນຮ່ວມ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບັງເກີດຜົນ, ຈຳນວນສັດປ່າຫາຍາກໄດ້ເພີ່ມຂຶ້ນເທື່ອລະກ້າວ, ຊີວະນາໆພັນມີຄວາມອຸດົມສົມບູນຂຶ້ນຕື່ມອີກ. ໄດ້ພົບເຫັນຊ້າງອາຊີ ທີ່ເປັນສັດປ່າຫາຍາກຢູ່ໃນເຂດສະຫງວນຮ່ວມກັນເລື້ອຍໆ ເຊິ່ງເປັນສັກຂີພິຍານໃຫ້ແກ່ການຮ່ວມມືດ້ານນິເວດລະຫວ່າງສອງປະເທດ.
ພາຍໃຕ້ສະພາບການທີ່ທົ່ວໂລກພວມພັດທະນາພະລັງງານສີຂຽວຢ່າງຕັ້ງໜ້າ, ການຮ່ວມມືໃນຂົງເຂດພະລັງງານສີຂຽວລະຫວ່າງຈີນ-ລາວ ໄດ້ຂະຫຍາຍຕົວກ້າວສູ່ລ່ວງເລິກເລື້ອຍໆ. ໂດຍອີງໃສ່ທ່າແຮງໃນດ້ານເຕັກໂນໂລຊີ ແລະ ອຸດສາຫະກຳພະລັງງານສະອາດ ເຊັ່ນ: ພະລັງງານແສງຕາເວັນ, ພະລັງງານນ້ຳ ແລະ ພະລັງງານລົມ, ຈີນໄດ້ຊ່ວຍຊຸກຍູ້ການພັດທະນາພະລັງງານສະອາດຢູ່ລາວ. ໃນນັ້ນ, ສູນພະລັງງານສະອາດຂອງບໍລິສັດ CGNPC ທີ່ຢູ່ທາງພາກເໜືອຂອງລາວ ເຊິ່ງເປັນໂຄງການພະລັງງານສະອາດທີ່ສຳຄັນ, ໂຄງການດັ່ງກ່າວໄດ້ສ້າງຂຶ້ນ ໂດຍກວມເອົາເນື້ອທີ່ຢູ່ແຂວງອຸດົມໄຊ, ແຂວງຜົ້ງສາລີ ແລະ ແຂວງຫຼວງນ້ຳທາ, ມີແຜນການຈະສ້າງເປັນສູນພະລັງງານສະອາດທີ່ມີພະລັງງານລົມ, ພະລັງງານແສງຕາເວັນ ແລະ ພະລັງງານຊີວະຊາດ ໂດຍຈະຊຸກຍູ້ໃຫ້ປະເທດລາວ ຫັນມານຳໃຊ້ພະລັງງານສີຂຽວ ແລະ ກາກບອນຕ່ຳໃຫ້ຫຼາຍກວ່າເກົ່າ.
ແນວຄວາມຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ພວມໄດ້ເປີດກວ້າງການຮ່ວມມືສີຂຽວ ລະຫວ່າງ ຈີນ-ລາວ ນັບມື້ຫຼາຍຂຶ້ນ. ໃນອະນາຄົດ, ເຊື່ອວ່າ ສອງຝ່າຍຈະສາມາດດຳເນີນການຮ່ວມມືສີຂຽວໃນອີກຫຼາຍຂົງເຂດ ແລະ ມີລະດັບສູງກວ່າເກົ່າ, ຮ່ວມກັນຂຽນປະຫວັດສາດໜ້າໃໝ່ ແຫ່ງການພັດທະນາແບບຍືນຍົງ ເພື່ອເພີ່ມພະລັງຂັບເຄື່ອນສີຂຽວ ໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວທີ່ແໜ້ນແຟ້ນກວ່າເກົ່າ ພ້ອມທັງປະກອບສ່ວນສະຕິປັນຍາ ແລະ ກຳລັງແຮງຫຼາຍກວ່າເກົ່າໃຫ້ແກ່ການສ້າງອະລິຍະທຳດ້ານນິເວດໃນທົ່ວໂລກ.


