ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນຳສະເໜີໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກ

Aug 15, 2025

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ນຳສະເໜີໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ຂາວ ແລະ ຫົວບົ່ວໃຫຍ່) ເປັນສິນຄ້າສົ່ງອອກ ສ ເກົາຫລີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ໃນວັນທີ 14 ສິງຫາ 2025 ທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກຳຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫລວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກໍາລາວ, ທ່ານ ຊັງກູ ຊິມ ປະທານບໍລິສັດ ຣໍກາ ເກົາຫລີ ຈຳກັດຜູ້ດຽວ ພ້ອມດ້ວຍຜູ້ຕາງໜ້າຈາກອົງການປົກຄອງເມືອງໂພນໂຮງ, ເມືອງນາຊາຍທອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຂັນທອງ ສີປະເສີດ ຮອງປະທານສະມາຄົມທຸລະກິດກະສິກໍາລາວ ໄດ້ກ່າວວ່າ: ໂຄງການຈຸດສຸມຜະລິດສິນຄ້າ ສົ້ມພໍດີ ສົ່ງໄປ ສ ເກົາຫລີ ຂອງສະມາຄົມທຸລະກິດກະສິກໍາລາວ ທີ່ຢູ່ພາຍໃຕ້ ການຄຸ້ມຄອງຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ມີບົດບາດ ແລະ ໜ້າທີ່ເປັນໃຈກາງປະສານງານ ເຕົ້າໂຮມຫົວໜ່ວຍທຸລະກິດ, ກຸ່ມຜູ້ຜະລິດ, ກຸ່ມຜູ້ສະໜອງປັດໄຈ ເຊື່ອມໂຍງຮ່ວມມືກັບພາກລັດ, ສະຖາບັນການເງິນ, ຕະຫລາດ ຫລື ຜູ້ຊື້ສິນຄ້າ ຮູບແບບ 4 ຮ່ວມ, ເຊິ່ງການນຳສະເໜີໂຄງການໃນຄັ້ງນີ້ ກໍເພື່ອສ້າງໂອກາດ ໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມງານ ຮັບຮູ້ໄດ້ແນວທາງ, ນະໂຍບາຍ, ຂໍ້ມູນຂ່າວສານການຜະລິດ ແລະ ການຕະຫລາດ, ແຫລ່ງທຶນ, ຮູ້ເຊິ່ງກັນ ແລະ ກັນ ຫລາຍຝ່າຍ ແລະ ການສາທິດການບິນໂດຣນ ສີດພົ່ນຝຸ່ນໃຫ້ອາຫານຕົ້ນ ຈາກກົມປູກຝັງ, ຜະລິດເປັນສິນຄ້າ ຂອງສະມາຄົມ.
May be an image of 16 people, dais and text
ໃນປີ 2025 ສະມາຄົມທຸລະກິດກະສິກໍາລາວ ຍັງໄດ້ຂະຫຍາຍໂຄງການປູກໝາກສົ້ມພໍດີ ອອກໄປແຂວງອື່ນຕື່ມ, ປັດຈຸບັນມີຜູ້ເຂົ້າຮ່ວມໂຄງການປູກໝາກສົ້ມພໍດີ 6 ພາກສ່ວນ ມີເນື້ອທີ່ທັງໝົດ 2.135 ເຮັກຕາ ໃນນີ້, ສະຫະກອນ 3 ເອຟ, ມີເນື້ອທີ່ປູກ 2.000 ເຮັກຕາ; ສະຫະກອນກະສິກໍາອິນຊີທ່າຊ້າງ, ມີເນື້ອທີ່ປູກ 10 ເຮັກຕາ; ກຸ່ມແສນອຸດົມ ມີເນື້ອທີ່ປູກ 40 ເຮັກຕາ; ກຸ່ມຫາດວຽງຄໍາ ມີເນື້ອທີ່ປູກ10 ເຮັກຕາ; ກຸ່ມຫລັກ 35 ແຂວງສະຫວັນນະເຂດ ມີເນື້ອທີ່ປູກ 55 ເຮັກຕາ ແລະ ບໍລິສັດສາມນໍ້າ ການກະເສດພາລວຍ ມີເນື້ອທີ່ປູກ 20 ເຮັກຕາ.
ໃນໂອກາດນີ້, ຍັງໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເປັນຂອບການຮ່ວມມື ທາງດ້ານທຸລະກິດ ໃນການຜະລິດພືດເສດຖະກິດທີ່ເປັນຈຸດສຸມ (ສົ້ມພໍດີ, ງາດໍາ-ຂາວ, ແນວພັນຫອມບົ່ວ ແລະ ພືດອື່ນໆ) ສະໜອງຕະຫລາດ ທີ່ມີຄວາມຕ້ອງການຫລາຍຂຶ້ນ ແລະ ເຊັນສັນຍາຕົກລົງ ຊື້-ຂາຍ ໝາກສົ້ມພໍດີແຫ້ງ 120 ໂຕນ ມູນຄ່າ 16,2 ຕື້ກີບ ລະຫວ່າງ ສະມາຄົມຜະລິດ ແລະ ປຸງແຕ່ງກະສິກໍາລາວ (ສະມາຄົມທຸລະກິດກະສິກໍາລາວ) ກັບ ບໍລິສັດ ຣໍກາ ເກົາຫລີ ຈໍາກັດຜູ້ດຽວ ຕາງໜ້າເຊັນໂດຍ ທ່ານ ບຸນທ່ຽງ ລັດຕະນະວົງ, ທ່ານ ຂັນທອງ ສີປະເສີດ ກັບ ທ່ານ ຊັງກູ ຊິມ.
May be an image of 14 people