ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສພຊ ຈັດປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ

Aug 15, 2025

ສະພາແຫ່ງຊາດ(ສພຊ) ຈັດປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025) ໃນວັນທີ 14 ສິງຫາ 2025 ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ. ທັງນີ້, ກໍເພື່ອຫວນຄືນວັນລັດຖະທຳມະນູນແຫ່ງຊາດ ແລະ ເຜີຍແຜ່ເຊື່ອມຊຶມເນື້ອໃນລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ໃຫ້ພະນັກງານພາຍໃນສະພາແຫ່ງຊາດ.
ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຂອງລັດຖະທຳມະນູນ ແລະ ວັນລັດຖະທຳມະນູນແຫ່ງຊາດ, ຄວາມສຳຄັນຂອງລັດຖະທຳມະນູນ, ຄວາມເປັນມາໃນການສ້າງ ແລະ ປັບປຸງລັດຖະທຳມະນູນ, ຕີລາຄາດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດລັດຖະທຳມະນູນ ຕະຫລອດໄລຍະ 34 ປີ. ພ້ອມກັນນັ້ນ, ກໍໃຫ້ຮູ້ເຖິງເນື້ອໃນສຳຄັນ ແລະ ການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2025. ຕະຫລອດ 34 ປີທີ່ຜ່ານມາ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ລັດຖະບານ ແຫ່ງ ສປປ ລາວ ໄດ້ເປັນເຈົ້າການ ແລະ ເປັນໃຈກາງໃນການປະຕິບັດລັດຖະທຳມະນູນ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການ ເມືອງຢ່າງໝັ້ນຄົງຕະຫລອດມາ, ເສດຖະກິດ-ວັດທະນະທຳສັງຄົມ ໄດ້ຮັບການພັດທະນາ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກລະດັບສູງຂຶ້ນ, ບົດບາດອິດທິພົນຂອງພັກ ແລະ ລັດ ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.
May be an image of 3 people and text May be an image of 5 people, dais and text
ຄຽງຄູ່ກັບຜົນສໍາເລັດທີ່ພົ້ນເດັ່ນ ແລະ ໃຫຍ່ຫລວງນັ້ນ, ການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງຫລາຍຢ່າງ ທີ່ເລັ່ງທວງໃຫ້ພວກເຮົາພ້ອມກັນຕັດສິນໃຈສູ້ຊົນແກ້ໄຂໃຫ້ໄດ້ເປັນກ້າວໆ ແນໃສ່ເສີມຂະຫຍາຍທ່າແຮງສັງລວມຂອງປະເທດຊາດ ແລະ ສາກົນ ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ຂຶ້ນສູ່ສັງຄົມນິຍົມ, ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ຂ່າວ: ອາລິນ ສຸພິມມະປະດິດ