ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຂຈ ຈັດການສອບເສັງຄັດເລືອກນັກສຶກສາ ສາຂາຄູພາສາຈີນ

Aug 16, 2025

ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດການສອບເສັງຄັດເລືອກນັກສຶກສາເຂົ້າຮຽນໃນຫຼັກສູດສາຂາຄູພາສາຈີນ ສົກສຶກສາປີ 2025-2026 ຂຶ້ນໃນວັນທີ 16 ສິງຫາ ນີ້ ທີ່ ສຂຈ ໂດຍມີ ທ່ານ ທະນົງສັກ ດວງດາລາ ຮອງຫົວໜ້າຫ້ອງການວິຊາການ, ທ່ານ ນາງ ນິລິນທອນ ສັກລໍໍຄໍາ ຕາງໜ້າຈາກກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈືຝ່າຍລາວ, ທ່ານ ເຝິງກວາງຮົວ ຜູ້ອຳນວຍການສະຖາບັນຂົງຈືຝ່າຍຈີນ, ຄະນະກຳມະການຄວບຄຸມການສອບເສັງ ນັກຮຽນເຂົ້າຮ່ວມ.
ທ່ານ ຄຳຮຸ່ງ ຈັນທະວົງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ໃນສົກສຶກສາປີ 2025-2026 ມີຜູ້ສະໝັກສອບເສັງທັງໝົດ 629 ຄົນ ຍິງ 426 ຄົນ, ມີຫ້ອງສອບເສັງທັງໝົດ 24 ຫ້ອງເສັງ, ແບ່ງອອກເປັນຫ້ອງລະ 25 ຄົນ, ມີຫ້ອງລວມທີ່ບັນຈຸນັກສອບເສັງໄດ້ 40 ຄົນ. ມີການແຕ່ງຕັ້ງຄະນະກຳມະການຄວບຄຸມການສອບເສັງໂດຍແມ່ນອາຈານມາຈາກ 4 ພາກສ່ວນຄື: ຄະນະສຶກສາສາດ, ຄະນະວິທະຍາສາດທຳມະຊາດ, ຄະນະອັກສອນສາດ ແລະ ຄະນະວິທະຍາສາດສັງຄົມ ທັງໝົດ 25 ທ່ານ ແລະ ອາຈານຈາກສະສະຖາບັນຂົງຈື 45 ທ່ານ. ສ່ວນແຜນການຮັບນັກສຶກສາໃນປີນີ້ແມ່ນ 105 ຄົນ, ສ່ວນການສອບເສັງຈະແບ່ງອອກເປັນສອງພາກຄື: ພາກເຊົ້າສອບເສັງການຂຽນ ສອບເສັງວິຊາຄະນິດສາດ, ພາສາລາວ-ວັນນະຄະດີ, ພູມສາດ, ປະຫວັດສາດ, ພາສາຈີນ ແລະ ພາສາອັງກິດ. ສຳລັບພາກບ່າຍ ສອບເສັງສຳພາກພາສາຈີນ ແບບເຊິ່ງໜ້າໂດຍແມ່ນຄູ-ອາຈານຈີນເປັນຄົນສໍາພາດເປັນພາສາຈີນ.
May be an image of 9 people May be an image of 9 people, people studying and text
ຫຼັກສູດຄູພາສາຈີນເປັນການຮ່ວມມືກັນ ລະຫວ່າງ ມຊ ຮ່ວມກັບ ມະຫາວິທະຍາໄລຊົນເຜົ່າກວາງ ສປ ຈີນ ເປັນລະບົບການຮຽນແບບ 2+2, ຮຽນ ປີ 1-2 ຢູ່ສະຖາບັນຂົງຈື ແລະ ປີ 3-4 ແມ່ນຮຽນຢູ່ມະຫາວິທະຍາໄລຊົນເຜົ່າກວາງ ສປ ຈີນ ຊຶ່ງການຮຽນ-ການສອນແມ່ນສອນໂດຍຊ່ຽວຊານຈາກ ສປ ຈີນ 80% ແລະ ອາຈານລາວ 20% ເມືື່ອນັກສຶກສາຮຽນຮອດປີທີ 2 ຈະໄດ້ມີການສອບເສັງຄັດເລືອກເພື່ອໄປຮຽນຢູ່ ສປ ຈີນ ໂດຍຜູ້ທີ່ໄດ້ຮັບການຄັດເລືອກ 60 ຄົນຈະໄດ້ຮັບທຶນການສຶກສາ 100%. ສຳລັບຜົນການສອບເສັງຄາດວ່າຈະປະກາດຜົນພາຍຫຼັງການສອບເສັງໄດ້ປະມານ 2 ອາທິດ ແລະ ຄາດວ່າຈະໄດ້ເລີ່ມເປີດການຮຽນ-ການສອນ ໃນອາທິດທີ່ສອງຂອງເດືອນ ກັນຍາ 2025.
ທີ່ມາ: ປະຊາຊົນ