ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຈີນ ປຶກສາຫາລື ເພື່ອຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

Aug 16, 2025

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10 ໃນວັນທີ 14 ສິງຫາ 2025 ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ຫວັງ ອີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10 ທີ່ ເມືອງອານໜິງ ແຂວງຢຸນໜານ ສປ ຈີນ.
ໃນການພົບປະຄັ້ງນີ້ ສອງຝ່າຍ ໄດ້ປຶກສາຫາລືເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ເພື່ອນຳເອົາຜົນປະໂຫຍດອັນຍືນຍົງມາສູ່ປະຊາຊົນສອງຊາດ ກໍຄື ການຮ່ວມມື ຂອງສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ໃຫ້ເລິກເຊິ່ງກວ່າເກົ່າ.
May be an image of 9 people
ສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການສືບຕໍ່ແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແຕ່ສູນກາງລົງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ, ພ້ອມທັງໄດ້ປຶກສາຫາລືກະກຽມໃຫ້ແກ່ການແລກປ່ຽນການຢ້ຽມຂອງການນໍາຂັ້ນສູງຂອງສອງປະເທດ ໃນໂອກາດວັນສໍາສໍາຄັນຕ່າງໆ ໃນປີນີ້.
ພ້ອມດຽວກັນນີ້ ສອງຝ່າຍ ກໍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ເພື່ອສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃຫ້ແຕກດອກອອກຜົນຂຶ້ນເລື້ອຍໆ ໂດຍຈະຖືເອົາ “ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ (2024-2028)” ເປັນບ່ອນອີງໃນການຮ່ວມມືຕົວຈິງ ໃນແຕ່ລະດ້ານ ໂດຍສະເພາະການຮ່ວມມືເພື່ອພັດທະນາໂຄງການທີ່ປິ່ນອ້ອມທາງລົດໄຟ ລາວ-ຈີນ ໃຫ້ມີບາດກ້າວຂະຫຍາຍຕົວດ້ວຍຄຸນນະພາບໃໝ່ ເພື່ອຮັບປະກັນຜົນປະໂຫຍດໃຫ້ແກ່ສອງປະເທດ ຢ່າງແທ້ຈິງ ນອກຈາກນັ້ນ ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ກັບສະພາບການໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈ.