ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທົ່ງຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນຢູ່ເຂດທະເລຊາຍ

Aug 19, 2025

ຂ່າວສານລອຍເຕີຂອງອັງກິດເຄີຍໄດ້ລາຍງານຂ່າວວ່າ: ຈີນມີແຜນຈະສ້າງຖານຜະລິດໄຟຟ້າດ້ວຍພະລັງງານລົມ ແລະ ພະລັງງານແສງຕາເວັນຂະໜາດ 450 ລ້ານກິໂລວັດ ຢູ່ເຂດທະເລຊາຍ-ໂກບີ. ທຸກມື້ນີ້, ຢູ່ເທິງເຂດທະເລຊາຍ-ໂກບີ ພວມເກີດມີເລື່ອງມະຫັດສະຈັນຢ່າງແທ້ຈິງ ຄື: ທົ່ງຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນທີ່ມີຂະໜາດໃຫຍ່ ບໍ່ພຽງແຕ່ໄດ້ສົ່ງພະລັງງານທີ່ສະອາດໄປສູ່ພາຍນອກຢ່າງບໍ່ຂາດສາຍເທົ່ານັ້ນ, ຢູ່ໃຕ້ແຜງພະລັງງານແສງຕາເວັນເຫຼົ່ານັ້ນ ຍັງໄດ້ປູກພືດຜັກ ແລະ ພືດເປັນຢາອີກດ້ວຍ, ນອກນີ້ຍັງສາມາດລ້ຽງງົວຄວາຍ, ແບ້, ໄກ່, ເປັດ ແລະ ສັດລ້ຽງອື່ນໆ, ເຮັດໃຫ້ເຂດທະເລຊາຍ-ໂກບີທີ່ບໍ່ສາມາດປູກພືດຫຍັງໝົດໃນເມື່ອກ່ອນ ສາມາດປ່ຽນມາເປັນດິນດອນສີຂຽວທີ່ເຕັມໄປດ້ວຍຄວາມມີຊີວິດຊີວາໃນກາງທະເລຊາຍທີ່ກວ້າງຂວາງສຸດສາຍຕາ.
ຮູບແບບການພັດທະນາທີ່ມີສີສັນພິເສດແບບນີ້ ພວມໄດ້ຮັບການຍ້ອງຍໍສັນລະເສີນຈາກປະຊາຄົມໂລກ, ທັງເຮັດໃຫ້ພວກເຂົາຮູ້ສຶກໜ້າງຶດງໍ້ອັດສະຈັນ. ອົງການບໍລິຫານ ການບິນ ແລະ ອະວະກາດແຫ່ງຊາດຂອງອາເມຣິກາ ຫຼື ນາຊາ ໄດ້ຖ່າຍພາບໂດຍຜ່ານດາວທຽມ ແລະ ເປີດເຜີຍໃຫ້ເຫັນໂດຍກົງວ່າ: ທະເລຊາຍ ຄູ້ປູ້ສີ ເຊິ່ງເປັນທະເລຊາຍໃຫຍ່ອັນດັບທີ 7 ຂອງຈີນ ແລະ ຖືກເອີ້ນວ່າເປັນ “ທະເລແຫ່ງຄວາມຕາຍ” ປັດຈຸບັນໄດ້ກາຍເປັນ “ທະເລແຫ່ງກຳລັງບົ່ມຊ້ອນ” ດ້ວຍການຕິດຕັ້ງແຜງພະລັງງານແສງຕາເວັນທີ່ມີພື້ນທີ່ກວ້າງໃຫຍ່; ຂະນະທີ່ໜັງສືພິມຈຸງອັງອິລໂບຂອງ ສ.ເກົາຫຼີ ໄດ້ສຸມສາຍຕາໃສ່ “ທົ່ງໄຟຟ້າຈຸ້ນມ໋າ” ໃນທະເລຊາຍຄູ້ປູ້ສີ ເຊິ່ງທົ່ງຜະລິດໄຟຟ້າດ້ວຍແສງຕາເວັນດັ່ງກ່າວໄດ້ນຳໃຊ້ແຜງພະລັງງານແສງຕາເວັນເກືອບ 2 ແສນແຜ່ນປະກອບເປັນຮູບມ້າອາຊາໄນ, ຖືກຖືເປັນສັນຍະລັກທີ່ມີຊີວິດຊີວາຂອງຈີນໃນການພັດທະນາກ້າວໄປສູ່ປະເທດໃຫຍ່ດ້ານພະລັງງານທີ່ສະອາດ.
No photo description available.
ໃນສາຍຕາຂອງຄົນທັງຫຼາຍ, ທະເລຊາຍທີ່ຮົກຮ້າງຫວ່າງເປົ່າຈະໃຊ້ປະໂຫຍດຫຍັງກໍບໍ່ໄດ້, ແຕ່ເວົ້າສຳລັບຊາວຈີນແລ້ວ ປັດຈຸບັນໄດ້ກາຍເປັນແຫຼ່ງພະລັງງານທີ່ສະຫວັນປະທານໃຫ້. ທະເລຊາຍທີ່ຢູ່ພາກຕາເວັນຕົກສຽງເໜືອຂອງຈີນມີເວລາແສງແດດສ່ອງສະເລ່ຍເຖິງ 3.000 ຊົ່ວໂມງຕໍ່ປີ, ພະລັງງານຈາກແສງຕາເວັນສະເລ່ຍຕໍ່ຕາແມັດມີເທົ່າທຽມກັບຖ່ານຫີນມາດຕະຖານ 100 ກວ່າກິໂລ, ນອກນີ້, ຢູ່ໃນດິນແດນແຫ່ງນີ້ມີຄົນອາໄສຢູ່ໜ້ອຍ, ການສ້າງທົ່ງຜະລິດໄຟຟ້າດ້ວຍແສງຕາເວັນຈະບໍ່ສົ່ງຜົນກະທົບຕໍ່ໄຮ່ນາ, ບໍ່ສົ່ງຜົນກະທົບຕໍ່ພາບຄວາມງາມຂອງຕົວເມືອງ, ສະນັ້ນຈຶ່ງເປັນພື້ນທີ່ທີ່ດີໃນການພັດທະນາທົ່ງຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນຢ່າງຂະໜາດໃຫຍ່.
May be an image of text
ແຕ່ໃນແຜນພັດທະນາຂອງຈີນຈະບໍ່ແມ່ນພຽງຜະລິດໄຟຟ້າຢ່າງດຽວເທົ່ານັ້ນ. ຕັ້ງແຕ່ໄລຍະເລີ່ມຕົ້ນ, ການສ້າງທົ່ງຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນຢູ່ໃນທະເລຊາຍກໍມີພາລະກິດຫຼາຍຢ່າງ ເຊັ່ນ: ຄວາມປອດໄພທາງດ້ານຊີວະພາບ, ຄວາມປອດໄພທາງດ້ານພະລັງງານ ແລະ ຄວາມປອດໄພທາງດ້ານອຸດສາຫະກຳ. ກຳລັງຕິດຕັ້ງໄຟຟ້າທີ່ມີເຖິງ 450 ລ້ານກິໂລວັດແມ່ນເທົ່າທຽມກັບເຂື່ອນຜະລິດໄຟຟ້າຊານເຊຍ ທີ່ເປັນເຂື່ອນຜະລິດໄຟຟ້າໃຫຍ່ທີ່ສຸດໃນປັດຈຸບັນຂອງຈີນເຖິງ 20 ແຫ່ງ, ພາຍຫຼັງເຊື່ອມຕໍ່ເຂົ້າຕາຂ່າຍໄຟຟ້າແລ້ວ, ແຕ່ລະປີສາມາດປະຢັດຖ່ານຫີນໄດ້ຫຼາຍຮ້ອຍລ້ານໂຕນ, ສາມາດຫຼຸດການລະບາຍກາບອນດີອອກຊິດໄດ້ນັບເປັນຮ້ອຍລ້ານໂຕນ ເຊິ່ງເປັນການໃຫ້ຄວາມຮັບປະກັນຢ່າງໜັກແໜ້ນ ໃຫ້ແກ່ການບັນລຸເປົ້າໝາຍການປ່ອຍກາກບອນດີອອກຊິດ ໃຫ້ເຖິງລະດັບສູງສຸດເມື່ອຮອດປີ 2030 ແລະ ເປົ້າໝາຍຄວາມເປັນກາງທາງດ້ານກາກບອນເມື່ອຮອດປີ 2060. ສິ່ງທີ່ມີລັກສະນະບຸກທະລຸນັ້ນຄື ພາຍຫຼັງດຳເນີນການພັດທະນາພາກຕາເວັນຕົກຄັ້ງໃຫຍ່ມາເປັນເວລາ 20 ກວ່າປີ, ຊາວຈີນສາມາດຊອກເຫັນຊ່ອງທາງທີ່ສາມາດປ່ຽນເງື່ອນໄຂທຳມະຊາດຂີ້ຮ້າຍຈາກລົມແຮງ ແລະ ແສງແດດກ້າ ມາເປັນແຫຼ່ງພະລັງງານສະອາດ, ປ່ຽນຊາຍເຫຼືອງມາເປັນ “ຄຳເຫຼືອງ” ຄື: ຢູ່ທະເລຊາຍອູລານປູ້ເຫີ, ທົ່ງຜະລິດໄຟຟ້າດ້ວຍແສງຕາເວັນທີ່ມີກຳລັງຕິດຕັ້ງໄຟຟ້າ 850.000 ກິໂລວັດ ແຕ່ລະປີສາມາດຮັກສາກອງຊາຍບໍ່ໃຫ້ເຄື່ອນໂຕໄດ້ເຖິງ 1.700 ກວ່າເຮັກຕາ, ຂະນະດຽວກັນຍັງສົ່ງອອກໄຟຟ້າສີຂຽວ 1,65 ຕື້ກິໂລວັດໂມງ; ຢູ່ທະເລຊາຍຄູ້ປູ້ສີ, ໃນຂະນະທີ່ພວມສ້າງທົ່ງຜະລິດໄຟຟ້າ, ຍັງປູກພືດເປັນຢາ ແລະ ລ້ຽງແບ້ຢູ່ໃຕ້ແຜງພະລັງງານແສງຕາເວັນອີກດ້ວຍ, ເຮັັດໃຫ້ຜູ້ລ້ຽງສັດໃນທ້ອງຖິ່ນມີລາຍຮັບເພີ່ມຂຶ້ນຫຼາຍເທົ່າຕໍ່ປີ. ທະເລຊາຍບໍ່ແມ່ນທົ່ງຮົກຮ້າງຫວ່າງເປົ່າທີ່ບັງຄັບໃຫ້ຄົນໃນທ້ອງຖິ່ນຕ້ອງໜີຈາກໄປ ແຕ່ໄດ້ກາຍເປັນຊັບພະຍາກອນທີ່ສາມາດໃຊ້ໃນການຜະລິດຢ່າງຍືນຍົງໄດ້.
No photo description available.
ເມື່ອເບິ່ງຈາກທົ່ວໂລກແລ້ວເຫັນວ່າ, ຈີນສ້າງທົ່ງຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນໃນທະເລຊາຍ ກໍເປັນການສະໜອງຜະລິດຕະພັນສາທາລະນະໃຫ້ແກ່ທົ່ວໂລກເຊັ່ນດຽວກັນ. ເອຢິບ, ອາຣາບີ ຊາອູດິດ ແລະ ສະຫະລັດອາຣັບ ເອມີເຣັດໄດ້ຖອດຖອນບົດຮຽນຈາກແຜນການແກ້ໄຂຢ່າງເປັນລະບົບຂອງຈີນ ຄື “ການປັບປຸງທະເລຊາຍ-ຜະລິດໄຟຟ້າ-ອຸດສາຫະກຳ-ສ້າງລາຍຮັັບໃຫ້ແກ່ປະຊາຊົນທ້ອງຖິ່ນ”, ໄດ້ພັດທະນາທະເລຊາຍຊາຮາຣາ ແລະ ທະເລຊາຍທີ່ກວ້າງໃຫຍ່ສຸດສາຍຕາໃນແຫຼມອາຣັບໃຫ້ກາຍເປັນແຫຼ່ງພະລັງງານສີຂຽວ:ຢູ່ລາວ, ຈີນອາໄສທ່າແຮງຂອງຕົນດ້ານພະລັງງານແສງຕາເວັນ ໄດ້ຊ່ວຍເຫຼືອລາວພັດທະນາພະລັງງານທີ່ສະອາດ, ສ້າງແຫຼ່ງພະລັງງານສະອາດຂະໜາດໃຫຍ່ຢູ່ເຂດພູດອຍທາງພາກເໜືອຂອງລາວ ເຊິ່ງຖືເປັນໂຄງການໜຶ່ງໃນການຂະຫຍາຍຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.
ເມື່ອຄ່ຳມືດຈືດຕາລົງ, ໄຟແສງສີຂອງອາຄານສຳນັກງານທີ່ນະຄອນຫຼວງປັກກິ່ງໄດ້ສ່ອງແສງສະຫວ່າງໄປພ້ອມກັນກັບດວງດາວຢູ່ເທິງທະເລຊາຍ, ຄົນທັງຫຼາຍຈະຮັບຮູ້ໃນທັນທີທັນໃດວ່າ: ທົ່ງຜະລິດໄຟຟ້າແສງຕາເວັນຢູ່ໃນທະເລເຊຍທີ່ກວ້າງໄກ ທີ່ຈິງໄດ້ເຮັດໃຫ້ທະເລຊາຍກັບໂລກມະນຸດເຊື່ອມຕໍ່ເຂົ້າກັນຢ່າງແໜ້ນແຟ້ນ. ຈີນສຸມກຳລັງພັດທະນາທົ່ງຜະລິດໄຟຟ້າດ້ວຍແສງຕາເວັນຢູ່ໃນທະເລຊາຍ, ແທ້ຈິງແລ້ວກໍແມ່ນການຫວ່ານແນວພັນແຫ່ງຄວາມຫວັງສີຂຽວໃຫ້ແກ່ມວນມະນຸດໃນອະນາຄົດ, ຄວາມຮັບຜິດຊອບ ແລະ ສະຕິປັນຍາແບບນີ້ ແມ່ນເຫດຜົນພື້ນຖານທີ່ຈີນໄດ້ຮັບການຍ້ອງຍໍສັນລະເສີນ ທັງຮູ້ສຶກຄວາມງຶດງໍ້ອັດສະຈັນຈາກສື່ມວນຊົນຕ່າງປະເທດ.