ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສົ່ງເສີມ ແລະ ຕິດຕາມການທ່ອງທ່ຽວນິເວດໃນເຂດປ່າສະຫງວນ ເພື່ອການພັດທະນາແບບຍືນຍົງໃນຂົງເຂດ ຫນຶ່ງເສັ້ນທາງ ຫນຶ່ງແລວທາງ

Aug 19, 2025

ມະຫາວິທະຍາໄລແຫ່ງຊາດລາວ ແລະ ສະມາຄົມວິທະຍາສາດສັດຕະວະວິທະຍາສາກົນ ໂດຍໄດ້ຮັບການສະໜັບສະໜູນຈາກອົງການພັນທະມິດຂອງອົງການວິທະຍາສາດສາກົນ the Alliance of International Science Organizations (ANSO) ແລະ ເຂດປ່າສະຫງວນແຫ່ງຊາດຈີນຊາງໄບຊານChangbaishan National Nature Reserve ໄດ້ຈັດກອງປະຊຸມສົ່ງເສີມ ແລະ ຕິດຕາມການທ່ອງທ່ຽວນິເວດໃນເຂດປ່າສະຫງວນ ເພື່ອການພັດທະນາແບບຍືນຍົງໃນຂົງເຂດ ຫນຶ່ງເສັ້ນທາງ ຫນຶ່ງແລວທາງ ປະຈຳປີ 2025 ໃນວັນທີ 16 ສິງຫາ 2025 ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ.
May be an image of 2 people, dais and text May be an image of 1 person, dais and text
ຈູດປະສົງຂອງກອງປະຊູມເພື່ອແລກປ່ຽນຂໍ້ມູນການຄົ້ນຄວ້າການທ່ອງທ່ຽວແບບຍືນຍົງ ຈາກບັນດາຜູ້ຊ່ຽວ ຊານທົ່ວໂລກ ເພື່ອຮ່ວມກັນຊຸກຍູ້ການທ່ອງທ່ຽວແບບອະນຸລັກຢູ່ເຂດປ່າສະຫງວນຕາມເຂດໜຶ່ງແລວທາງໜຶ່ງເສັ້ນທາງ ແນໃສ່ສ້າງຄວາມເປັນເອກະພາບໃນການດຳເນີນແຜນງານການພັດທະນາແບບຍືນຍົງ ແລະ ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ (SDGs), ເພື່ອແກ້ບັນຫາທ້າທາຍຕ່າງໆໃນທົ່ວໂລກເຊັ່ນ: ການສູນເສຍຊີວະນາໆພັນ ແລະການປ່ຽນແປງຂອງດິນຟ້າອາກາດ. ຜົນກອງປະຊຸມໃນຄັ້ງນີ້ ຈະນຳໄປສູ່ການອະນຸລັກ ແລະ ພັດທະນາແບບຍືນຍົງຢູ່ພາກພື້ນໃນອະນາຄົດ. ນອກນັ້ນຍັງມີບົດບາດສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດ, ການອະນຸລັກຊີວະນາໆພັນ, ປົກປັກຮັກສາມໍລະດົກທາງວັດທະນະທຳ ຕິດພັນການທ່ອງທ່ຽວແບບຍືນຍົງ, ເຂດປ່າສະຫງວນສາມາດສ້າງລາຍໄດ້, ສ້າງວຽກເຮັດງານທຳ, ຊຸກຍູ້ການເຕີບໂຕຂອງເສດຖະກິດ ແລະຫຼຸດຜ່ອນຜົນກະທົບທາງລົບຂອງການທ່ອງທ່ຽວ ທີ່ມີຕໍ່ສິ່ງແວດລ້ອມ ແລະທ້ອງຖິ່ນໃຫ້ໜ້ອຍທີ່ສູດ.
May be an image of 7 people, table and dais May be an image of 6 people and dais
ກອງປະຊຸມຄັ້ງນີ້ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດ ຖະມົນຕີກະຊວງສຶກສາທິການແລະກິລາ, ແລະ ທ່ານ ຮສ. ປອ. ສິນທະວົງ ດາລາວົງ, ຮອງອະທິການບໍດີມະ ຫາວິທະຍາ ໄລແຫ່ງຊາດ, ແລະ ທ່ານ ສຈ.ຢຽນ ເຊຍ (Prof. Yan Xie) ປະທານພັນທະມິດສາກົນດ້ານປ່າສະຫງວນ ຫລື IAPA ມີຜູ້ຊ່ຽວຊານ ແລະ ພາກສ່ວນກ່ຽວຂ້ອງ 70 ທ່ານ ຈາກ 20 ກວ່າປະເທດ ເປັນຕົ້ນເບຼຊິນ, ໂຄເອເຊຍ, ອີຢິບ, ເອທິໂອເປຍ, ອິນເດຍ, ອິນໂດເນເຊຍ, ເນປານ, ໄນຈີເລຍ, ຣວັນດາ, ເຊເນກາລ, ອາ ຟຣິກາໃຕ້ ແລະ ປະເທດອື່ນໆ ເຂົ້າຮ່ວມແບ່ງປັນປະສົບການ ແລະ ຄວາມເຂົ້າໃຈກ່ຽວກັບການປະຕິບັດການ ທ່ອງທ່ຽວແບບນິເວດ ແລະ ການຕິດຕາມກວດກາຊະນິດພືດພັນໃນເຂດປ່າສະຫງວນຕື່ມອີກ.