ເມື່ອບໍ່ດົນມານີ້, ຫຼາຍອົງກອນສາກົນໄດ້ສະແດງຄວາມເຫັນໃນດ້ານດີທີ່ມີຕໍ່ຈີນ ໂດຍລະບຸວ່າ: ຄຽງຄູ່ກັບນະໂຍບາຍເປີດກວ້າງຄວາມຕ້ອງການພາຍໃນສືບຕໍ່ບັງເກີດຜົນ, ຄວາມໜຽວແໜ້ນ ແລະ ຄວາມມີຊີວິດຊີວາຂອງເສດຖະກິດຈີນຈະພົ້ນເດັ່ນຂຶ້ນກວ່າເກົ່າ.
ເມື່ອສັງເກດເບິ່ງລາຍງານຜົນງານສະບັບຫຼ້າສຸດຂອງເສດຖະກິດຈີນ ທ່ານຈະເຫັນວ່າ: “ຄວາມໝັ້ນທ່ຽງ” ແລະ “ຄວາມຄືບໜ້າ” ເປັນຄຳສັບທີ່ເປັນຂໍກຸນແຈໃນຜົນງານສະບັບນີ້. ໃນດ້ານໜຶ່ງ, ເສດຖະກິດຈີນຍັງຮັກສາການດຳເນີນງານຢ່າງໝັ້ນທ່ຽງ, ຕົວຢ່າງ: ໃນລະຫວ່າງເດືອນມັງກອນຫາເດືອນກໍລະກົດປີນີ້, ການລົງທຶນດ້ານອະສັງຫະລິມະຊັບໃນທົ່ວປະເທດຈີນໄດ້ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ດັດຊະນີການຜະລິດຂອງອຸດສາຫະກຳບໍລິການໃນທົ່ວປະເທດຈີນໄດ້ເພີ່ມຂຶ້ນ 5,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ລາຄາການອຸປະໂພກ-ບໍລິໂພກຂອງພົນລະເມືອງທົ່ວປະເທດຈີນໃນເດືອນກໍລະກົດປີນີ້ແມ່ນທຽບເທົ່າກັບໄລຍະດຽວກັນຂອງປີກາຍ. ອີກດ້ານໜຶ່ງ, ຫຼາຍດັດຊະນີໄດ້ປາກົດມີການເລັ່ງຄວາມໄວ, ພະລັງ “ຄວາມຄືບໜ້າ” ກຳລັງເພີ່ມຂຶ້ນ. ຕົວຢ່າງ: ໃນລະຫວ່າງເດືອນມັງກອນຫາເດືອນກໍລະກົດປີນີ້ ຄວາມໄວໃນການເຕີບໂຕຂອງມູນຄ່າການຈຳໜ່າຍທາງອິນເຕີເນັດຂອງສິນຄ້າປະເພດຈັບຕ້ອງໄດ້ ເພີ່ມຂຶ້ນ 0,3% ເມື່ອທຽບໃສ່ 6 ເດືອນທຳອິດຂອງປີນີ້; ດັດຊະນີຄາດຄະເນການເຄື່ອນໄຫວທຸລະກິດການບໍລິການໃນເດືອນລະກົດປີນີ້ໄດ້ເພີ່ມຂຶ້ນ 0,6% ເມື່ອທຽບໃສ່ເດືອນມິຖຸນາປີນີ້……ຂໍ້ມູນເຫຼົ່ານີ້ສະແດງໃຫ້ເຫັນວ່າ: ເສດຖະກິດຈີນໄດ້ຮັກສາທ່າອ່ຽງການພັດທະນາທີ່ມີຄວາມຄືບໜ້າບົນພື້ນຖານຄວາມໝັ້ນທ່ຽງ.

ເມື່ອບໍ່ດົນມານີ້, ຈີນ ແລະ ອາເມຣິກາໄດ້ເປີດເຜີຍຖະແຫຼງການຮ່ວມວ່າດ້ວຍການເຈລະຈາເສດຖະກິດການຄ້າທີ່ສະຕ໊ອກໂຮມລະຫວ່າງຈີນ-ອາເມຣິກາ ໂດຍໄດ້ຂະຫຍາຍເວລາການໂຈະພາສີ ແລະ ມາດຕະການຕອບໂຕ້ທີ່ກ່ຽວຂ້ອງອອກໄປອີກ 90 ວັນ ເຊິ່ງໄດ້ສ້າງຜົນດີໃຫ້ແກ່ການປັບປຸງການພົວພັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມຣິກາ ກໍຄືເສດຖະກິດໂລກ. ເຖິງວ່າຜະເຊີນໜ້າກັບຄວາມສ່ຽງ ແລະ ສິ່ງທ້າທາຍຈຳນວນບໍ່ໜ້ອຍກໍຕາມ, ແຕ່ຄຽງຄູ່ກັບນະໂຍບາຍດ້ານມະຫາພາກເລີ່ມມີປະສິດທິຜົນ, ເສດຖະກິດຈີນຈະສືບຕໍ່ຮັກສາການດຳເນີນງານຢ່າງໝັ້ນທ່ຽງ ແລະ ຈະສ້າງຜົນໃນທາງບວກໃຫ້ແກ່ໂລກນັບມື້ຫຼາຍກວ່າເກົ່າ.


