ສື່ມວນຊົນບັນດາປະເທດ ສະມາຊິກອາຊຽນ ເຊິ່ງປະກອບມີ: ສປປ ລາວ, ສສ ຫວຽດ ນາມ, ກໍາປູເຈຍ, ໄທ, ມຽນມາ, ຟິລິບປິນ, ມາເລເຊຍ ແລະ ປະເທດຕີມໍແລັດສະເຕ ໄດ້ເຂົ້າຮ່ວມກິດຈະກຳທ່ຽວຊົມປະເທດຈີນ ຢູ່ແຂວງໄຫຫລໍາ ແຕ່ວັນທີ 18-24 ສິງຫາ 2025 ເຊິ່ງຈັດໂດຍຄະນະໂຄສະນາອົບຮົມແຂວງໄຫຫລໍາ ສປ ຈີນ ຮ່ວມກັບ ສູນລາຍການພາສາພາກພື້ນອາຊີ-ອາຟຣີກາ ວິທະຍຸໂທລະພາບສູນກາງຈີນ(CMG).
ໃນວັນທີ 18 ສິງຫາ 2025 ຢູ່ແຂວງໄຫຫລໍາ ສປ ຈີນ ໄດ້ເປີດສໍາມະນາໃນຫົວຂໍ້: ທ່ຽວຊົມປະເທດຈີນຢູ່ ແຂວງໄຫຫລໍາ ທີ່ມີຊີວິດຊີວາ ໂດຍມີ ທ່ານ ວາງ ປິ່ນ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຫຫລໍາ, ທ່ານ ນາງ ຈາງ ໂຮຍ ຮອງຫົວໜ້າສູນລາຍການພາສາພາກພື້ນອາຊີ-ອາຟຣິກາ ວິທະຍຸໂທລະພາບສູນກາງຈີນ (CMG) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວາງ ປິ່ນ ໄດ້ໃຫ້ຮູ້ວ່າ: ແຂວງໄຫຫລໍາ ໄດ້ລົງເລິກການດໍາເນີນປະຕິຮູບ ເປີດປະຕູຢ່າງ ຮອບດ້ານ ແລະ ສ້າງທ່າກໍາປັ່ນການຄ້າເສລີ ແມ່ນຕັດແຍກອອກຈາກການສະໜັບສະໜູນ ຂອງປະ ເທດສະມາຊີກອາຊຽນບໍ່ໄດ້ ເປັນຕົ້ນ ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຈາກສື່ມວນຊົນ ເຊິ່ງກິດຈະກໍາຄັ້ງນີ້, ວິທະຍຸໂທລະພາບສູນກາງຈີນ ໄດ້ເຊີນນັກຂ່າວຈາກປະເທດສະມາຊິກອາຊຽນ ເພື່ອຢ້ຽມຊົມສະຖານທີ່ທ່ອງທ່ຽວ, ເຂດອຸດສາຫະກໍາ ເຊັ່ນ: ເຂດອຸດສາຫະກໍາສໍາຄັນ ທ່າກໍາປັ່ນການຄ້າເສລີ, ສໍາຜັດກັບພະລັງແຮງຂັບເຄື່ອນໃໝ່ ແລະ ພະລັງຊີວິດໃໝ່ຂອງທ່າກໍາປັ່ນການຄ້າເສລີ. ພ້ອມນີ້, ຜູ້ເຂົ້າຮ່ວມຈະໄດ້ໄດ້ລົງເລິກຊອກຮູ້ເລື່ອງລາວອັນມີຊີວິດຊີວາ ໃນດ້ານນະໂຍບາຍ, ບຸລິມະສິດ, ລະບຽບການທີ່ມີຫົວຄິດປະດິດສ້າງ, ການຍົກລະດັບຂອງອຸດສາຫະກໍາທ່າກໍາປັ່ນການຄ້າເສລີ, ດ້ານການເປີດປະຕູສູ່ພາຍນອກຂອງແຂວງໄຫຫລໍາ ແລະ ນະໂຍບາຍຂອງທ່າກໍາປັ່ນການຄ້າເສລີ ເພື່ອເພີ່ມທະວີ ຄວາມເຂົ້າໃຈຂອງປະຊາຊົນອາຊຽນ ທີ່ມີຕໍ່ທ່າກໍາປັນການຄ້າເສລີ ໃນການດຶງດູດນັກວິສາຫະກິດໃຫ້ຫລາຍກວ່າເກົ່າເຂົ້າມາຊົມໃຊ້ ແລະ ຮ່ວມກັນສ້າງອະນາຄົດທີ່ສວຍງາມ.

ໂອກາດນີ້, ທ່ານ ນາງ ຈາງ ໂຮຍ ໄດ້ກ່າວວ່າ: ການຈັດສໍາມາໃນຄັ້ງນີ້, ແມ່ນການແລກປ່ຽນຄວາມຄິດຄວາມເຫັນ, ຄົ້ນຄວ້າການນໍາໃຊ້ເຕັກນິກປັນຍາປະດິດ(AI) ເຂົ້າໃນການລາຍງານຂ່າວ ແລະ ຮ່ວມກັນປຶກສາຫາລື ວ່າເຮັດແນວໃດຈຶ່ງສາມາດແກ້ໄຂຄວາມເຂົ້າໃຈຜິດ ໂດຍຜ່ານການລາຍງານຂ່າວທີ່ແທ້ຈິງຮອບດ້ານ ແລະ ມີຫົວຄິດປະດິດສ້າງ ໃນກິດຈະກໍາລາຍງານຂ່າວຮ່ວມລະຫວ່າງສື່ມ່ວນຊົນຈີນ ແລະ ສື່ມວນຕ່າງປະເທດ ໃນຫົວຂໍ້ “ທ່ຽວຊົມປະເທດຈີນ ຢູ່ແຂວງໄຫຫລໍາ ທີ່ມີຊີວິດຊີວາ”.

ຂ່າວ: ສາວະພາ
ພາບ: ຄັດທະນາມ


