ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ໄທ ພົບປະປຶກສາຫາລືຮັດແໜ້ນການພົວພັນຮ່ວມມື,

Aug 19, 2025

ໃນວັນທີ 15 ສິງຫາ 2025 ທີ່ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ມາຣິດ ສະງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10 ທີ່ ເມືອງອານໜິງ, ແຂວງຢຸນໜານ, ສປ ຈີນ.
May be an image of 2 people, dais, the Oval Office and text
ໃນການພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຕະຫຼອດໄລຍະ 75 ປີ ຜ່ານມາ ໂດຍກວມເອົາທຸກຂົງເຂດວຽກງານ ຜ່ານກົນໄກການຮ່ວມມືຕ່າງໆ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ; ບັນດາໂຄງການຮ່ວມມືຂອງສອງປະເທດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດເປັນກ້າວໆມາ; ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນໃນທຸກລະດັບ ຢ່າງເປັນປົກກະຕິ. ສອງຝ່າຍ ໄດ້ປຶກສາຫາລື ເພື່ອຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ດ້ານອື່ນໆ ໃນຕໍ່ໜ້າ. ໃນນີ້, ສອງຝ່າຍໄດ້ເຫັນດີມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ປະສານງານ ເພື່ອຄວາມເປັນເອກະພາບກັນ ແລະ ການກຽມຄວາມພ້ອມໃຫ້ແກ່ພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ທີ່ມີແຜນຈະຈັດຂຶ້ນໃນທ້າຍປີ 2025 ລວມເຖິງການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 75 ປີ ໃນປີ 2025 ນີ້. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບ ສະພາບການທີ່ພົ້ນເດັ່ນ ຢູ່ ພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
May be an image of 6 people, suit, dais and wedding
ໃນການພົບປະຄັ້ງນີ້, ຝ່າຍໄທ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການປັດຈຸບັນ ຂອງຊາຍແດນ ໄທ ແລະ ກໍາປູເຈຍ, ຊຶ່ງຝ່າຍລາວ ກໍ່ໄດ້ສະແດງຄວາມຍິນດີ ທີ່ເຫັນວ່າສອງປະເທດ ກໍາປູເຈຍ ແລະ ໄທ ສາມາດຫັນໜ້າເຂົ້າຫາກັນ, ກັບເຂົ້າສູ່ໂຕະເຈລະຈາ ເພື່ອແກ້ໄຂບັນຫາດ້ວຍສັນຕິວິທີ ຜ່ານຊ່ອງທາງການທູດ ແລະ ບັນດາກົນໄກການຮ່ວມມືຂອງສອງຝ່າຍທີ່ມີຢູ່. ສປປ ລາວ ໃນຖານະທີ່ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີເສັ້ນຊາຍແດນຕິດຈອດກັນ ແລະ ມີສາຍພົວພັນທີ່ດີກັບ ກຳປູເຈຍ ແລະ ໄທ, ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ສະພາບການທີ່ເກີດຂຶ້ນ ແລະ ສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ ຈາກເຫດການໃນຄັ້ງນີ້.
ຂ່າວ : ກະຊວງການຕ່າງປະເທດ