ໃນວັນທີ 15 ສິງຫາ 2025 ທີ່ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຍູ ທັນ ສະເວ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສສ ມຽນມາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10 ທີ່ ເມືອງອານໜິງ, ແຂວງຢຸນໜານ, ສປ ຈີນ.

ໃນການພົບປະ, ສອງຝ່າຍໄດ້ແດງຄວາມເຊື່ອໝັ້ນວ່າ ການພົບປະກັນໃນຄັ້ງນີ້ ຈະເປັນການປະກອບສ່ວນສໍາຄັນຮັດແໜ້ນສາຍພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອນໍາຜົນປະໂຫຍດສຸງສຸດມາສູ່ປະຊາຊົນ ສອງປະເທດ. ພ້ອມນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ ມຽນມາ ຕະຫລອດ 7 ທົດສະວັດຜ່ານມາ, ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 12 ກໍລະກົດ 1955 ແມ່ນໄດ້ຮັບການຂະຫຍາຍຕົວ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ ແລະ ຍິນດີສືບຕໍ່ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ຮ່ວມກັນຈັດຕັ້ງບັນດາກິດຈະກໍາຕ່າງໆ ເພື່ອສະເຫລີມສະຫລອງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ໃຫ້ມີບັນຍາກາດຄຶກຄືນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ພາຍໃນປີ 2025 ນີ້. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ເພື່ອຊຸກຍູ້ ການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນ ກົນໄກການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ມຽນມາ, ການຮ່ວມມືດ້ານແຮງງານ, ການຄ້າ-ການລົງທຶນ, ພະລັງງານ, ການເຊື່ອມໂຍງ-ເຊື່ອມຈອດ ແລະ ການນໍາໃຊ້ຂົວມິດຕະພາບລາວ-ມຽນມາ ໃຫ້ເກີດຜົນປະໂຫຍດສູງສຸດ, ລວມທັງການຮ່ວມມືວຽກງານຊາຍແດນ ແລະ ອື່ນໆ. ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ.
ໃນໂອກາດພົບປະຄັ້ງນີ້, ຝ່າຍມຽນມາ ຍັງໄດ້ແຈ້ງສະພາບການທີ່ພົ້ນເດັ່ນພາຍໃນຂອງມຽນມາ ລວມທັງ ແຜນການກະກຽມເລືອກຕັ້ງ ໃນທ້າຍປີ 2025 ຫລື ຕົ້ນປີ 2026 ໃຫ້ແກ່ຝ່າຍລາວໄດ້ຮັບຊາບ, ຊຶ່ງຝ່າຍລາວ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າບັນດາຄາດໝາຍທີ່ລັດຖະບານ ສສ ມຽນມາ ຍາດມາໄດ້ຕະຫລອດໄລຍະທີ່ຜ່ານມາ.
ຂ່າວ: ກະຊວງການຕ່າງປະເທດ


