ລະດູໃບໄມ້ປົ່ງປີ 1984, ເມືອງເຈີ້ນຕິ້ງ ແຂວງເຫີເປີຍ ຈີນ ໄດ້ຈັດງານກິລາມວນຊົນທົ່ວເມືອງ ຢູ່ເດີ່ນກິລາຂອງໂຮງຮຽນມັດທະຍົມເລກ 1 ເມືອງເຈີ້ງຕິ້ງ, ລາຍການກິລາຕ່າງໆເຊັ່ນ: ແລ່ນ-ລານ, ກາຍຍະກຳ, ບານບ້ວງ ເປັນຕົ້ນ ໄດ້ດຶງດູດປະຊາຊົນກວ່າ 1.300 ຄົນເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນ. ຜູ້ຈັດຕັ້ງງານກິລາຄັ້ງນັ້ນແມ່ນທ່ານ ສີຈິ້ນຜິງ ເລຂາພັກເມືອງເຈີ້ງຕິ້ງແຂວງເຫີເປີຍໃນເວລານັ້ນ.
ຢູ່ເມືອງເຈີ້ງຕິ້ງໃນເວລານັ້ນ, ການຈັດງານກິລາຖືວ່າເປັນສິ່ງທີ່ບໍ່ຄ່ອຍເຫັນປານໃດ. ຕອນນັ້ນ, ແຫ່ງຕ່າງໆໃນທົ່ວປະເທດຈີນຕ່າງກໍເນັ້ນໃສ່ການກໍ່ສ້າງເສດຖະກິດ, ຫຼາຍຄົນເຫັນວ່າ ການພັດທະນາຂະບວນການກິລາບໍ່ມີຄຸນປະໂຫຍດປານໃດ. ແຕ່ວ່າ ຕາມທ່ານ ສີຈິ້ນຜິງ ເຫັນວ່າ: ເພື່ອເຮັດໃຫ້ປະຊາຊົນຮູ້ສຶກໄດ້ເຖິງຄວາມສຸກ, ການພັດທະນາຂະບວນການກິລາທົ່ວປວງຊົນແມ່ນມີຄວາມໝາຍສຳຄັນຍິ່ງ. ເພິ່ນກ່າວວ່າ: “ກະເປົາເງິນຂອງປະຊາຊົນຕ້ອງຕື່ງຂຶ້ນ, ຊີວິດຈິດໃຈກໍຕ້ອງອຸດົມສົມບູນຂຶ້ນ, ຮ່າງກາຍກໍຕ້ອງມີສຸຂະພາບເຂັ້ມແຂງຂຶ້ນ” “ແນວໃດກໍຕ້ອງມີການເລີ່ມຕົ້ນ, ຕອນເລີ່ມຕົ້ນອາດຈະບໍ່ສົມບູນແບບປານໃດ ແລະ ບໍ່ຈົບງາມປານໃດ, ເຮົາຂໍເລີ່ມຕົ້ນຂຶ້ນກ່ອນ, ຕໍ່ໄປຈຶ່ງຈະພັດທະນາໄປເທື່ອລະກ້າວ ມັນກໍຈະນັບມື້ນັບດີຂຶ້ນ.”

ທ່ານ ສີຈິ້ນຜິງ ໃສ່ໃຈຕໍ່ການພັດທະນາວຽກງານກິລາມວນຊົນ ດ້ວຍວິໄສທັດເບິ່ງກວ້າງເຫັນໄກ ເຊິ່ງໄດ້ສ້າງພື້ນຖານໃຫ້ແກ່ຂະບວນການກິລາມວນຊົນເມືອງເຈີ້ງຕິ້ງ ພັດທະນາຢ່າງເປັນຂະບວນຟົດຟື້ນ. ຫຼັງຈາກງານກິລາຄັ້ງນັ້ນ, ເມືອງເຈີ້ງຕິ້ງ ໄດ້ຊຸກຍູ້ວຽກງານກໍ່ສ້າງສະໜາມກິລາ, ໜ່ວຍງານກິລາ ແລະອື່ນໆຢູ່ໃນຂອບເຂດທົ່ວເມືອງຕາມລຳດັບ.
ຈົນມາເຖິງທຸກມື້ນີ້, ເມື່ອກ່າວເຖິງງານກິລາທົ່ວເມືອງຄັ້ງນັ້ນ, ພະນັກງານ ແລະ ປະຊາຊົນເມືອງເຈີ້ງຕິ້ງໃຜໆກໍພາກັນອຸທານຂຶ້ນວ່າ: “ພາຍຫຼັງມາ, ເມືອງເຈີ້ງຕິ້ງສາມາດຖືກປະກາດເປັນເມືອງກ້າວໜ້າດ້ານກິລາລະດັບຊາດໄດ້ ແມ່ນມີສ່ວນພົວພັນໂດຍກົງກັບທ່ານ ສີຈິ້ນຜິງທີ່ຈັດງານກິລາທົ່ວເມືອງຄັ້ງນັ້ນແມ່ນເປັນການເລີ່ມຕົ້ນທີ່ດີຫຼາຍ” ຕາມທ່ານ ສີຈິ້ນຜິງ ເຫັນວ່າ: “ຊີວິດທີ່ມີຄວາມສຸກຄວາມມ່ວນຊື່ນ, ການອອກກຳລັງກາຍໃຫ້ມີສຸຂະພາບແຂງແຮງແມ່ນຄວາມສຳຄັນທີ່ສຸດ” ຕອນເຍົາໄວ, ທ່ານ ສີຈິ້ນຜິງ ມັກເຕະບານ ແລະ ຫຼິ້ນສະເກັດເລື້ອຍໆ. ຫຼັງຈາກເຂົ້າເຮັດວຽກແລ້ວ, ເພິ່ນຍັງບິແບ່ງເວລາ ລອຍນ້ຳ, ປີນພູ, ຮັກສາຄວາມຊິນເຄີຍໃນການຫັດກາຍບໍລິຫານເປັນປະຈຳ.

ປີ 2018, ໃນເວລາເຄື່ອນໄຫວຢ້ຽມຢາມເຂດຊຸມຊົນຊ້າງຫຼິວເຈ່ຍຢ້ວນ ນະຄອນຊິງຕາວ ແຂວງຊ່ານຕົ່ງ, ທ່ານ ສີຈິ້ນຜິງ ໄດ້ໂອ້ລົມສົນທະນາກັບຊາວເມືອງທີ່ກຳລັງພັກຜ່ອນຢ່ອນອາລົມ ແລະ ອອກກຳລັງກາຍ ໂດຍໄດ້ເນັ້ນໜັກວ່າ: “ຕົວເມືອງຕ້ອງສ້າງສະຖານທີ່ສຳລັບຊາວເມືອງໄດ້ພັກຜ່ອນຢ່ອນອາລົມ ແລະ ຫັດກາຍບໍລິຫານໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ປະຊາຊົນມີຊີວິດທີ່ສະດວກສະບາຍ ແລະ ອຸດົມສົມບູນກວ່າເກົ່າ.” ເພິ່ນຍັງເຄີຍຍົກໃຫ້ເຫັນເປັນພິເສດວ່າ: ສຸຂະພາບຂອງປະຊາຊົນ,ຮ່າງກາຍ ຂອງປະຊາຊົນ ແລະ ຄວາມສຸກຂອງປະຊາຊົນແມ່ນໄດ້ເຊື່ອມສານເປັນເອກະພາບກັນ.
ເດືອນສິງຫາ ປີ 2017, ໃນເວລາພົບປະກັບທ່ານ ໂທມັສ ບາກ(Thomas Bach) ປະທານຄະນະກຳມະການໂອລິມປິກສາກົນ, ທ່ານ ສີຈິ້ນຜິງ ໄດ້ໃຫ້ຄຳໝັ້ນສັນຍາວ່າ: “ພວກຂ້າພະເຈົ້າຈະຖືເອົາການເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວປັກກິ່ງ ເປັນໂອກາດທີ່ດີເພື່ອຊຸກຍູ້ກິລາມວນຊົນ ແລະ ກິລາແຂ່ງຂັນ ໃຫ້ພັດທະນາຢ່າງຮອບດ້ານ ແລະ ສົມດຸນກວ່າເກົ່າ ຊຸກຍູ້ວຽກງານການອອກກຳລັງກາຍທົ່ວປວງຊົນ ເພື່ອຍົກສູງລະດັບສຸຂະພາບຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.”
ປີ 2022, ງານກິລາໂອລິມປິກລະດູໜາວ ແລະ ງານກິລາໂອລິມປິກຄົນພິການລະດູໜາວ ທີ່ນະຄອນຫຼວງປັກກິ່ງ ເປັນເຈົ້າພາບໄດ້ຈັດຂຶ້ນຢ່າງສຳເລັດຜົນ ຖືວ່າໄດ້ຈັດງານກິລາລະດູໜາວທີ່ໃຫຍ່ໂຕມະໂຫລານ ແລະ ໜ້າປະທັບໃຈຄັ້ງໜຶ່ງໃຫ້ຊາວໂລກ. ໃນນີ້ ຜົນສຳເລັດອັນພົ້ນເດັ່ນຄື ນຳພາປະຊາຊົນ 300.000.000 ຄົນ ເຂົ້າຮ່ວມກິລາຫິມະນ້ຳກ້ອນ ເຊິ່ງຖືກວົງການກິລາສາກົນເອີ້ນວ່າ “ເປັນການເຄື່ອນໄຫວເຜີຍແຜ່ກິລາຫິມະນ້ຳກ້ອນ ທີ່ມີຂະໜາດໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດ.”

ທຸກມື້ນີ້, ຢູ່ໃນທົ່ວປະເທດຈີນ, ວຽກງານກິລາຂັ້ນຮາກຖານພວມປາກົດມີຊີວິດຊີວາແບບບໍ່ເຄີຍມີມາກ່ອນ. ຕົວຢ່າງເຊັ່ນ: ນະຄອນຈ່າງເຈ່ຍໂຂ້ວ ແຂວງເຫີເປີຍ ໄດ້ເຜີຍແຜ່ການແຂ່ງຂັນກິລາທີ່ໄດ້ຮັບຄວາມນິຍົມສູງຈາກປະຊາຊົນ, ສ້າງໃຫ້ເປັນສັນຍາລັກອັນໂດດເດັ່ນຂອງນະຄອນຄື ຈັດການແຂ່ງຂັນກິລາແບບລະບົບຕໍ່ເນື່ອງຕະຫຼອດປີ; ຊຽງໄຮ ອີງໃສ່ກິລາເປັນເວທີເພື່ອຊຸກຍູ້ວັດທະນະທຳ, ກິລາ, ການທ່ອງທ່ຽວ ແລະ ການຄ້າ ພັດທະນາແບບປະສົມປະສານກັນ. ງານກິລາຊາວເມືອງທີ່ທຸກໆ 4 ປີ ຈັດຂຶ້ນເທື່ອໜຶ່ງ ໄດ້ຖືກຊາວເມືອງເອີ້ນກັນຢ່າງສະໜິດສະໜົມວ່າ: “ງານກິລາໂອລິມປິກຂອງພວກເຮົາເອງ”; ແຂວງກວາງຕຸ້ງ ໄດ້ລົງມືຈາກກິດຈະກຳຈັດການແຂ່ງຂັນດອກປີກໄກ່ຮ້ອຍເມືອງ, ການແຂ່ງຂັນປິ່ງປ່ອງພັນຕາແສງ ແລະ ການແຂ່ງຂັນບານບ້ວງໝື່ນບ້ານ ເພື່ອຊຸກຍູ້ຂະບວນການກິລາໃຫ້ເຂົ້າເຖິງຊົນນະບົດ.
ນັບມາຮອດວັນທີ 31 ທັນວາ ປີ2024, ທົ່ວປະເທດຈີນມີສະຖານທີ່ຫຼິ້ນກິລາລວມທັງໝົດ 4.841.700 ແຫ່ງ, ການກໍ່ສ້າງພື້ນຖານໂຄງລ່າງດ້ານກິລາຢູ່ຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ການຂີ່ລົດຖີບ, ແລ່ນມາລາທອນ ແລະ ກິລາອື່ນໆ ໄດ້ຮັບຄວາມນິຍົມຊົມຊອບຈາກມະຫາຊົນ, ການແຂ່ງຂັນບານເຕະ “ຊຸບເປີລີກຊົນນະບົດ”, ການແຂ່ງຂັນບານບ້ວງ “ບ້ານຊົນນະບົດ BA”, ຊ່ວງເຮືອ ແລະ ການແຂ່ງຂັນກິລາມວນຊົນອື່ນໆໄດ້ພັດທະນາຢ່າງຟົດຟື້ນ.


