ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຢຶດຢາເສບຕິດ ປະເພດຢາບ້າ 6.000.000 ເມັດ

Aug 22, 2025

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຢຶດຢາເສບຕິດ ປະເພດຢາບ້າ 6.000.000 ເມັດ
ວັນທີ 18 ສິງຫາ 2025 ທາງເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີລົດສົງໄສວ່າມີຢາເສບຕິດອອກມາແຕ່ທາງບ້ານ ນໍ້າຍອນ ເຂົ້າມາທາງໃນເທດສະບານແຂວງ ຮອດເວລາ 17 ໂມງ 50 ນາທີ ທາງພະແນກວິຊາສະເພາະຈຶ່ງໄດ້ແຕ່ງຕັ້ງກໍາລັງໄປຕັ້ງຈຸດກວດກາຢູ່ລະຫ່ວາງບ້ານ ຂອນແກ້ວ-ບ້ານ ໜອງຊາຍ ໃນຄະນະທີ່ພວມຕັ້ງຈຸດກວດການັ້ນ ໄດ້ມີລົດກະບະລີໂວ້ສີຂາວ ບໍ່ຕິດປ້າຍທະບຽນແລ່ນມາແຕ່ທາງນ້ຳຍອນ ໄດ້ລ້ຽວເຂົ້າໄປທາງໃນບ້ານ ໜອງຊາຍ, ທາງເຈົ້າໜ້າທີ່ກໍ່ໄດ້ຂັບລົດນຳເຂົ້າໄປ ແລ້ວພົບເຫັນລົດຄັນດັ່ງກ່າວຈອດປະໄວ້ຢູ່ແຄມນໍ້າຂອງ ສ່ວນເປົ້າໝາຍເປັນເພດຊາຍຈຳນວນ 01 ຄົນ ອອກຈາກລົດເອົາຕົວຫຼົບໜີເຂົ້າໄປໃນປ່າແຄມນໍ້າຂອງ, ຈຶ່ງເຂົ້າໄປກວດກາເບິ່ງລົດ ແລ້ວຮູ້ວ່າທາງໃນລົດຄັນດັ່ງກ່າວມີຢາເສບຕິດປະເພດຢາບ້າ, ຈາກນັ້ນ ກໍ່ໄດ້ນຳເອົາລົດ ແລະ ຢາເສບຕິດດັ່ງກ່າວມາກວດກາຢູ່ກອງບັນຊາການ ປກສ ແຂວງ ບໍ່ແກ້ວ ຜ່ານການກວດກາແມ່ນມີຢາເສບຕິດປະເພດຢາບ້າທັງໝົດ 3.000 ມັດ, ເທົ່າກັບ 6.000.000 ເມັດ, ມີນໍ້າໜັກ 600 ກິໂລກຼາມ.
ສ່ວນຜູ້ກະທຳຜິດໄດ້ເອົາຕົວຫຼົບໜີ, ປັດຈຸບັນທາງເຈົ້າໜ້າທີ່ພະແນກຕຳຫຼວດວິຊາສະເພາະພວມສືບຕໍ່ເກັບກຳຂໍ້ມູນ ເພື່ອຊອກຫາຜູ້ກະທຳຜິດມາດຳເນີນຄະດີຕາມກົດໝາຍ.
ຂ່າວ: ປກສ ແຂວງ